Ad

Ad

9 January 2013

ກະຊວງແຮງານ ແລະ ສະຫວັດດີການສັງຄົມເອົາໃຈໃສ່ປົກປ້ອງສິດຜົນປະໂຫຍດຂອງແຮງງານລາວຫລາຍຂຶ້ນ


     ເພື່ອປະຕິບັດຍຸດທະສາດການ ຄຸ້ມຄອງແຮງງານໃຫ້ມີປະສິດທິ​ຜົນ. ​ໃນ​ຜ່ານ​ມາຂະແໜງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ລາວ (ຮສສ) ໄດ້ປະສານສົມທົບ ກັບອົງການໄຕພາຄີ ແລະ ຂະແໜງການກ່ຽວຂ້ອງ ອື່ນໆ ​ໄດ້ເອົາໃຈໃສ່ລົງຕິດຕາມ, ກວດກາ ແຮງງານຢູ່ຕາມຫົວໜ່ວຍທຸລະກິດ ແລະ ໂຄງການຕ່າງໆໄດ້ 2.672 ແຫ່ງ ໃນນີ້ ມີຜູ້ອອກແຮງ ງານທັງໝົດ 70.374 ຄົນ ແລະ ລົງເຜີຍແຜ່ກົດໝາຍວ່າດ້ວຍແຮງງານ ຕາມຫົວ ໜ່ວຍແຮງງານຕ່າງໆໄດ້ 255 ແຫ່ງ. ນອກຈາກນີ້ ຍັງໄດ້ໄກ່ເກ່ຍຂໍ້ຂັດແຍ່ງ 74 ກໍລະນີ ແລະ ສາມາດໄກ່ເກ່ຍ ຕົກລົງກັນໄດ້ 51 ກໍລະນີ; ໄດ້ປັບປຸງຄ່າແຮງງານຕ່ຳສຸດສຳລັບຜູ້ອອກແຮງງານທີ່ເຮັດວຽກຢູ່ຫົວໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການ ເຊິ່ງໄດ້ຍົກລະດັບຂຶ້ນຈາກ 348.000 ກີບ ມາເປັນ 626.000 ກີບ ເພີ່ມຂື້ນ 80% ແລະ ຍັງໄດ້ເອົາໃຈໃສ່ຂຶ້ນທະບຽນຜູ້ ຕ້ອງການວຽກເຮັດງານທຳໄດ້ 15.944 ຄົນ, ຍິງ 5.454 ຄົນ
ໃນນີ້ ຂະແໜງການກະສິກຳກວມ 1.762 ຄົນ, ຍິງ 800 ຄົນ; ອຸດສາ ຫະກຳ 9.557 ຄົນ, ຍິງ 2.894 ຄົນ ແລະ ຂະແໜງການບໍລິການ 4.625 ຄົນ, ຍິງ 1.760 ຄົນ. ສິ່ງດັ່ງ ກ່າວ ເປັນການປະກອບສ່ວນສຳຄັນໃຫ້ແກ່ ການປົກປ້ອງສິດ, ຜົນປະໂຫຍດ ແລະ ຍົກລະດັບຊີວິດການເປັນຢູ່ຂອງຜູ້ອອກແຮງງານໃຫ້ດີຂຶ້ນເທື່ອລະກ້າວ.
      ​ໃນ​ປີ 2012 ສັງເກດເຫັນວ່າ: ປະຊາກອນຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໃນລະດັບ 2% ອັນ​ໄດ້​ເຮັດ​ໃຫ້ພົນລະເມືອງ ລາວ​ເພີ່ມ​​ເປັນ 6,5 ລ້ານ​ກວ່າຄົນ​ແລ້ວ, ໃນນັ້ນ ກຸ່ມອາຍຸ ລະຫວ່າງ 15-64 ປີ ກວມເອົາ 59% ​ແລະ ໃນນີ້ ກຳລັງ ແຮງງານ ກວມເອົາ 49,36%, ເທົ່າກັບ 3,21 ລ້ານ​ກວ່າຄົນ ແລະ ປັດຈຸບັນ ອັດ ຕາການວ່າງວຽກ​ຢູ່ລາວ​ມີປະ ມານ 2%. ສັດສ່ວນແຮງງານໃນ ຂົງເຂດກະສິກຳໄດ້ຫຼຸດລົງຈາກ 74,1% ມາເປັນ 73,1%, ຂົງເຂດອຸດສາ ຫະກຳ-ກໍ່ສ້າງ ເພີ່ມຂຶ້ນ ຈາກ 6,3% ມາເປັນ 6,5% ແລະ ຂົງເຂດການບໍລິການເພີ່ມຂຶ້ນ ຈາກ 19,5% ມາເປັນ 20,4%.

No comments:

Post a Comment