Ad

Ad

8 January 2013

ຖ້ຳເກົາເລົາແຫລ່ງທ່ອງທ່ຽວທຳມະຊາດທີ່ລືຊື່ຂອງແຂວງຫລວງນ້ຳທາ


     ຫລວງນ້ຳທາແມ່ນແຂວງຫນຶ່ງທີ່ມີສະຖານທີ່ທ່ອງທ່ຽວຫລາກ ຫລາຍໂດຍສະເພາະແຫຼ່ງທ່ອງທ່ຽວທາງທຳມະຊາດ, ແລະ ວັດທະນະ ທຳອັນລືຊື່ຫລາຍແຫ່ງຄື : ແຫລ່ງທ່ອງທ່ຽວຖ້ຳເກົາເລົາ ຢູ່ບ້ານນ້ຳແອງ ເມືອງວຽງພູຄາອັນເປັນມໍລະດົກທີ່ມີຄຸນຄ່າສຳຄັນທາງທຳມະຊາດຂອງ ແຂວງຫລວງນ້ຳທາ, ເຊິ່ງຢູ່ຫ່າງຈາກເສັ້ນທາງ R13  ເຂົ້າໄປ ປະມານ  48 ກິໂລແມັດ.
     ຖ້ຳດັ່ງກ່າວເປັນອຸມົງຍາວ 2  ສາຍ, ສາຍຫນຶ່ງເປັນນ້ຳລອດ ສ່ວນສາຍທີ 2 ແມ່ນຖ້ຳເກົາເລົາຍາວຢຽດໄປຕາມສັນພູທີ່ມີ ຄວາມອຸດົມສົມບູນໄປດ້ວຍຊີວະ ນາໆພັນ. ພາຍໃນຖ້ຳກໍປະດັບໄປ ດ້ວຍຍວຍຫີນທີ່ຖືປັ້ນແຕ່ງຂຶ້ນ ດ້ວຍສິລະປະທຳມະຊາດຫນໍ່ຫີນ, ຜາຜະຫນັງຫີນ, ຜານົມຫີນ ທີ່ມີ ລວດລາຍຄືກັບວິຈິດສິນໄດ້ປະ ດິດສ້າງຂຶ້ນມາ.  ຖ້ຳແຫ່ງນີ້ໄດ້ ກາຍເປັນຊັບພະຍາກອນທຳມະ ຊາດທີ່ງົດງາມ ແລະ ທ່າແຮງ ທາງດ້ານທ່ອງທ່ຽວ ເຊິ່ງນອນ ຢູ່ໃນເຂດປ່າສະຫງວນແຫ່ງ ຊາດ ນ້ຳຫ້າ ມໍລະດົກ ທຳມະ ຊາດຂອງອາຊຽນນຳອີກ.

       ໃນປີ 2003 ຜ່ານມາ, ຄະນະວິຊາການດ້ານອຸມົງຈາກປະເທດເຢຍລະມັນ ໄດ້ເລີ່ມດຳເນີນ ການສຳຫລວດເກັບກຳຂໍ້ມູນເບື້ອງຕົ້ນກ່ຽວກັບຖ້ຳດັ່ງກ່າວ ແລະ ຕໍ່ມາປີ 2005 ຄະນະວິຊາ ການນີ້ໄດ້ດຳເນີນການສຳຫຼວດອີກເປັນຄັ້ງທີ 2  ໂດຍນຳໃຊ້ ເຄື່ອງຈັກລະບົບ GPS  ແລະ ຜົນ ຂອງການສຳຫລວດໃຫ້ຮູ້ວ່າ : ຖ້ຳເກົາເລົາ ມີຄວາມຍາວ 3.120 ແມັດ. ຈາກນັນມາປີ 2005  ຖ້ຳ ແຫ່ງນີ້ໄດ້ພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວທຳມະຊາດ ໂດຍການຊ່ວຍເຫລືອທຶນຮອນ ຈາກທະນາຄານພັດທະນາອາຊີ ບົນໂຄງການພັດທະນາການ ທ່ອງທ່ຽວແບບປະຊາຊົນມີສ່ວນ ຮ່ວມ,  ໂດຍໄດ້ສ້າງ ແລະ ຕິດຕັ້ງຕາຂ່າຍໄຟຟ້າເຂົາໄປໃນຖ້ຳຍາວ 700 ແມັດ. ສ້າງທາງຂຶ້ນຫາປາກ ຖ້ຳ, ສ້າງຫ້ອງນ້ຳສາທາລະນະ, ສ້າງປະຕູອັດປາກຖ້ຳ ແລະ ໄດ້ເປີດໃຫ້ບໍລິການມາແຕ່ປີ 2008 ໂດຍແມ່ນປະຊາຊົນບ້ານນ້ຳແອງເປັນຜູ້ຄຸ້ມຄອງ-ບໍລິຫານ. ມາໃນປີ 2010 ແມ່ນໄດ້ຮັບທຶນ ສະຫນັບສະຫນູນ ຈາກທະນາຄານພັດທະນາອາຊີຕື່ມອີກເພື່ອສຳຫລວດ ແລະ ເກັບກຳຂໍ້ມູນ, ພ້ອມທັງກຳນົດເຂດ ພັດທະນາໃນບໍລິເວນຖ້ຳເກົາເຫລົາໃຫ້ເປັນສະຖານທີ່ທ່ອງທ່ຽວຕາມເສັ້ນທາງອະນຸພາກພື້ນ ( R3A )  ນຳອີກ.



No comments:

Post a Comment