Ad

Ad

4 April 2013

ອົງການພະຍຸສັດສາກົນຊ່ວຍຢາປ້ອງກັນພະຍາດປາກເປື່ອຍລົງເລັບໃຫ້ແກ່ລາວ



          ພະຍາດປາກເປື່ອຍລົງເລັບເປັນພະຍາດທີ່ຮ້າຍແຮງເຊິ່ງໄດ້ສ້າງຄວາມ ເສຍ ຫາຍອັນໃຫຍ່ຫລວງຕໍ່ການຜະລິດສະ ບຽງອາຫານຂອງໂລກເວົ້າລວມ ເວົ້າສະເພາ ະຢູ່ ສປປ ລາວແມ່ນໄດ້ມີຜົນກະທົບອັນໃຫຍ່ຫລວງຕໍ່ການພັດທະນາການລ້ຽງ ສັດ ຊຶ່ງເປັນໜຶ່ງໃນລາຍຮັບຕົ້ນຕໍຂອງພໍ່ແມ່ປະຊາຊົນບັນດາເຜົ່າທີ່ໄດ້ແກ່ຍາວ ມາເປັນເວ ລາຫຼາຍສິບປີຍ້ອນເຫັນຄວາມສຳຄັນດັ່ງກ່າວ ໃນວັນທີ 2 ເມສາ 2013 ນີ້ຢູ່່ພະ ແນກກະສິກຳ ແລະ ປ່າໄມ້ ເມືອງມໍລະດົກໂລກຫລວງພະບາງ, ອົງການພະຍຸສັດສາ ກົນຈຶ່ງໄດ້ມອບຢາປ້ອງກັນພະຍາດປາກເປື່ອຍລົງເລັບໃຫ້ກະຊວງກະສິກຳ ແລະ ປ່າໄມ້ຂອງລາວ ໂດຍການໃຫ້ກຽດມອບ ຂອງທ່ານດຣ.ເດີກ ເອແກນ ຮອງຫົວໜ້າປະສານ ງານ ອົງການພະຍຸສັດສາກົນປະ ຈຳພາກພື້ນອາຊີຕາເວັນອອກ ສ່ຽງໃຕ້ ເຊິ່ງມີສຳນັກງານຕັ້ງ ຢູ່ບາງກອກ ປະເທດໄທ ແລະ ກ່າວຮັບເອົາໂດຍທ່ານ ດຣ ພວງ ປາຮິສັກ ປຣະວົງວຽງຄຳ ລັດຖະ ມົນຕີ ຊ່ວຍວ່າການກະຊວງກະສິ ກຳ ແລະ ປ່າໄມ້ ເຂົ້າຮ່ວມີທ່ານ ດຣ ບົວຄົງ ນາມມະວົງ ຮອງເຈົ້າ ແຂວງຫລວງພະບາງ, ທ່ານ ດຣ ບຸນຂວາງ ຄຳບຸນເຮືອງ ຫົວຫນ້າ ກົມລ້ຽງສັດ ແລະ ການປະມົງ, ພະນັກງານພະ ແນກກະສິກຳ ແລະ ປ່າໄມ້ແຂວງຫລວງພະ ບາງ ແລະ ແຂກຖືກເຊີນເຂົ້າ ຮ່ວມຢ່າງພ້ອມພຽງ.    
       
          ຢາປ້ອງກັນພະຍາດປາກ ເປື່ອຍລົງເລັບທີ່ນຳມາມອບໃນ ຄັ້ງນີ້ມີທັງໝົດ 6 ແສນເຂັມ ມູນ ຄ່າ 4 ແສນກ່ວາເອີໂລ ເຊິ່ງຢາຈຳ ນວນດັ່ງກ່າວຈະນຳໄປແຈກ ຢາຍໃຫ້ປະຊາຊົນ 734 ບ້ານ, 38 ເມືອງຂອງ 8 ແຂວງພາກເໜືອ ລາວ.ສະເພາະຢູ່ ແຂວງຫລວງພະບາງໃນປີທີ່ຜ່ານມາ ມີຄວາຍ ທັງໝົດ 462.828 ໂຕ, ງົວ 67.373 ໂຕ, ໝູ 170.954 ໂຕ, ແບ້ 56.996 ໂຕ ແລະ ສັດປີກ 1,8 ລ້ານກ່ວາ ໂຕ.ຂະນະດຽວກັນວິຊາການ ສັດຕະວະແພດກໍໄດ້ສົມທົບກັບກະສິກອນລົງເຄື່ອນໄຫວສັກ ຢາປ້ອງກັນພະຍາດປາກເປື່ອຍລົງ ເລັບຢູ່ເຂດສ່ຽງໂດຍສະເພາະຢູ່ບ້ານເປົ້າໝາຍໂຄງການພັດທະນາການລ້ຽງສັດຄື ເມືອງປາກ ແຊງ, ໂພນໄຊ, ວຽງຄຳ, ພູຄູນ ແລະ ຢູ່ເຂດທີ່ມີຄວາມສ່ຽງຂອງ ເມືອງເຊັ່ນ:ເມືອງຫລວງພະ ບາງ,ປາກອູ,ນານ ແລະ ເມືອງ ຈອມເພັດລວມທັງໝົດ 9 ເມືອງ, 150 ກວ່າບ້ານ, ມີ ງົວໄດ້ສັກຢາ ທັງໝົດ 11 ພັນກວ່າໂຕ, ຄວາຍ 9 ພັນກວ່າໂຕ ແລະ ສັດ ອື່ນໆຈຳ ນວນໜຶ່ງ.ມາຮອດປັດຈຸບັນ,ສັງ ເກດເຫັນວ່າ:ບໍ່ພົບເຫັນພະຍາດ ດັ່ງເກີດມີການລະບາດຢູ່ແຂວງຫລວງພະບາງ. ສຳລັບແຜນການ ປີ 2013 ນີ້ຈະລົງສັກຢາປ້ອງ ພະຍາດປາກເປື່ອຍລົງເລັບຢູ່ໃນ 12 ເມືອງຂອງແຂວງໃຫ້ສຳເລັດໂດຍສັກງົວ, ຄວາຍໃຫ້ໄດ້ 25 ພັນ ກວ່າໂຕ.      
           ປີ 2011-2012 ຜ່ານມາ, ອົງການພະຍຸສັດສາກົນໄດ້ສະໜອງຢາວັກແຊັງປ້ອງກັນພະ ຍາດປາກເປື່ອຍລົງເລັບໃຫ້ ສປປ ລາວ ຈຳນວນ 2 ແສນກວ່າເຂັມ, ເບີຫູ 110.000 ເບີ ພ້ອມທັງອຸປະກອນ ແລະ ທຶນຮອນໃນການລົງເຄື່ອນຈັດຕັ້ງປະ ຕິບັດໂດຍຜ່ານໂຄງການ STANDZ-SGF-01 ແລະ 02 ເປັນມູນຄ່າເກືອບ 1 ລ້ານເອີໂຣ.

No comments:

Post a Comment