Ad

Ad

4 April 2013

ຫລວງພະບາງວາງແຜນແກ້ໄຂນ້ຳປະປາຂາດເຂີນໄລຍະບຸນປີໃຫມ່ລາວ



          ທ່ານ ສຸລິດ ຈິນດາມະນີ ຫົວຫນ້າໃລັດວິສາຫະກິດນ້ຳ ປະປາ ແຂວງຫລວງພະບາງ ໄດ້ລາຍງານຕໍ່ນັກຂ່າວ ໜັງສີ ພິມແຂວງໃນວັນທີ 2 ເມສາ ນີ້ ວ່າ: ເພື່ອກະກຽມໃຫ້ແກ່ບຸນ ປີໃໝ່ລາວພສ 2556ທີ່ຈະມາ ເຖິງນີ້,ລັດວີສາຫະກິດນ້ຳປະ ປາ ແຂວງຫລວງພະບາງໄດ້ ມີວິທີແກ້ໄຂການຂາດເຂີນນ້ຳບໍລິໂພກຂອງປະຊາຊົນຢູ່ບາງ ຈຸດພາຍໃນເທສະບານ ເມືອງ ຫລວງ ພະບາງເປັນຕົ້ນປະຊາຊົນຢູ່ເຂດສູງ, ຊານເມືອງ, ລັດວິສາຫະກິດນ້ຳປະປາ ກໍໄດ້ມີລົດສະແຕ໊ກເສີມ 1 ຄັນສາມາດບັນຈຸນ້ຳໄດ້ 10 ແມັດ ກ້ອນຕາງນ້ຳໄປແຈກຢາຍໃຫ້ປະຊາຊົນທີ່ຂາດເຂີນໂດຍຄິດໄລ່ ເອົາແຕ່ຄ່ານ້ຳມັນລົດ, ສ່ວນຄ່ານ້ຳແມ່ນບໍ່ໄດ້ຄິດໄລ່ ເອົານຳປະຊາຊົນ.
         ປັດຈຸບັນ,ແຂວງຫລວງ ພະບາງໄດ້ມີໂຮງງານຜະລິດນ້ຳ ປະປາ ຢູ່ 3 ແຫ່ງຄື ຈາກແຫລ່ງ ນ້ຳພູພຶງ,ນ້ຳຄານ ແລະນ້ຳຂອງ (ມະຫາວິທະຍາໄລສຸພານຸວົງ), ສາມາດຜະລິດນ້ຳໄດ້ 22 ພັນ ແມັດກ້ອນຕໍ່ມື້,ໃນນີ້ກຳລັງການ ຜະລິດຢູ່ພູພຶງມ່ນ 7 ພັນແມັດ ກ້ອນຕໍ່ມື້ໃນລະດູແລ້ງ,ສ່ວນລະດູຜົນ ແມ່ນ 15 ພັນແມັດກ້ອນຕໍ່ມື້. ສະ ເພາະຢູ່ໂຮງງານຜະລິດນ້ຳປະປານ້ຳຄານ ແລະ ມະ ຫາວິທະຍາໄລສຸພານຸວົງ (ນ້ຳຂອງ) ແມ່ນສາມາດຜະລິດໄດ້ 22 ພັນແມັດກ້ອນ ຕໍ່ມື້.ດັ່ງນັ້ນກ່ອນບຸນປີໃໝ່ລາວ ນີ້ທ່ານຈຶ່ງ ຮຽກຮ້ອງພໍໍ່ແມ່ປະຊາຊົນໃຫ້ກະກຽມຖັງບັນຈຸນ້ຳໄວ້ ແລະ ບໍ່ໃຊ້ນ້ຳຟຸມເຟືອຍເປັນ ຕົ້ນແມ່ນລ້າງລົດ, ຫົດຜັກ ແລະ ອື່ນໆ.

       ສຳລັບແຜນການຕໍ່ໜ້ານີ້, ລັດວິສາຫະກິດນ້ຳປະປາແຂວງ ຫລວງພະບາງໄດ້ເຊັນສັນຍາຊື້- ຂາຍກັບບໍລິສັດເອເຊຍນ້ຳ ປະປາຫລວງພະບາງ  5 ພັນແມັດກ້ອນ ຕໍ່ມື້ເພື່ອແຈກຢາຍຊ່ວຍຕົວເມືອງຫລວງພະບາງ ແລະບ້ານ ຈັດສັນ ໃໝ່ພ້ອມນັ້ນຍັງ ມີແຜນວາງທໍ່ໄປ ທາງປາກເຊືອງ ແລະ ຂົວນ້ຳ ຄານໃໝ່.ປັດຈຸບັນນີ້ສາມາດຂະຫຍາຍໄດ້ 4 ສາຂາ ຄື ເມືອງ ນານ, ຊຽງເງິນ, ນ້ຳບາກ ແລະ ເມືອງງອຍ ແລະ ພວມກໍ່ສ້າງສາຂາຢູ່ເມືອງໂພນໄຊຕື່ມອີກ.

No comments:

Post a Comment