Ad

Ad

4 April 2013

ຊາວຫນຸ່ມລາວ-ຫວຽດນາມ ເພີ່ມທະວີການຮ່ວມມື



    ໃນ​ລະ​ຫວ່າງວັນທີ 27-31 ມີ ນາຜ່ານມານີ້, ຄະນະຜູ້​ແທນ​ຊາວໜຸ່ມສູງສູນ​ກາງຊາວໜຸ່ມປະຊາຊົນ​ປະຕິວັດ​ລາວ​​ ເຊິ່ງນຳ​ໂດຍ​ສະຫາຍ ດຣ. ວິ​ໄລ​ວົງ ບຸດ​ດາ​ຄຳ ເລຂາ​ຄະນະ​ບໍລິຫານ​ງານ​ສູນ ກາງ​ຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເດີນທາງໄປ ຢ້ຽມຢາມ ສສ ຫວຽດນາມ ເພື່ອພົບປະແລກ ປ່ຽນບົດຮຽນຂອງຊາວໜຸ່ມ-ເຍົາວະຊົນສອງປະເທດ.
     ການຢ້ຽມຢາມເທື່ອນີ້, ຄະນະ ຜູ້ແທນຊາວໜຸ່ມລາວໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ຫງວຽນ ຊວນ ຟຸກ ຮອງນາຍົກລັດຖະ ມົນຕີແຫ່ງ ສສ ຫວຽດນາມ. ຈາກນັ້ນ ໄດ້ ເຂົ້າຮ່ວມກອງປະຊຸມພົບປະຊາວໜຸ່ມ ລາວ-ຫວຽດນາມ ໃນຕອນ ແລງວັນທີ 28 ມີນາ ຢູ່ຫ້ອງປະ ຊຸມສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິງ ໂດຍການເປັນປະທານ ຮ່ວມຂອງສະຫາຍ ຮອງສາສະ ດາຈານ  ດຣ. ຫງວຽນດັກວິງ ເລ ຂາທີໜຶ່ງຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິງ ແລະ ສະຫາຍ ດຣ. ວິໄລວົງ ບຸດ ດາຄຳ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິ ວັດລາວ. 
       ໂອກາດນີ້, ສະຫາຍ ດຣ. ວິ ໄລວົງ ບຸດດາຄຳ ໄດ້ສະແດງ ຄວາມຂອບໃຈ ແລະ ຊົມເຊີຍທີ່ ຈັດຕັ້ງນຳພາຈັດກອງປະ ຊຸມ ຂອງຊາວໜຸ່ມທີ່ໄວ້ເນື້ອເຊື່ອໃຈຈາກການນຳພັກ-ລັດ ນຳພາ ວຽກງານຊາວໜຸ່ມ-ເຍົາວະຊົນ ເຄື່ອນໄຫວຢ່າງຕໍ່ເນື່ອງລຽນ ຕິດ ແລະ ການຢ້ຽມຢາມເທື່ອນີ້ມີຄວາມສຳຄັນທີ່ສຸດ ເຊິ່ງເປັນການ ສຶບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ລາວ-ຫວຽດ ນາມ ທີ່ມີມາ ແຕ່ດົນນານ. ນອກຈາກນີ້, ຄະນະຜູ້ແທນຊາວໜຸ່ມລາວໄດ້ລາຍງານຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທີ່ຫາກໍສຳ ເລັດ, ກອງປະຊຸມຄົບຄະນະບໍລິ ຫານງານຊຸດທີ III ຄັ້ງທີ VI.

   ໂອກາດດັ່ງກ່າວ, ຄະນະຜູ້ແທນ ຊາວໜຸ່ມລາວ ໄດ້ໄປຢ້ຽມຢາມໜັງສືພິມແທງນຽນຕຽງຟອງ, ບໍ ລິສັດນ້ຳມັນເຊື້ອໄຟ ແຫ່ງຊາດ ສສ ຫວຽດນາມ, ເດີນທາງ​ໄປ ຢ້ຽມຢາມ​ແຂວງ​ແຂງ​ຫ່ວຍ, ເຂົ້າ ຮ່ວມ​ພິທີ​​ເຊັນບົດບັນທຶກຄວາມ ເຂົ້າໃຈໃນການ​ຮ່ວມ​ມືຊາວໜຸ່ມຊາຍ​ແດນ​ ຫວຽດນາມ-ລາວ, ເຂົ້າ​ຮ່ວມ​​ສະ​ເຫລີມສະຫລອງວັນ​ສ້າງຕັ້ງຄະນະຊາວໜຸ່ມຫວຽດນາມຄົບ ຮອບ 82 ປີ,​ວັນ​ສ້າງຕັ້ງ​ແຂວງແທງຮ່ວາ​ ແລະ​ ໄປ​ຢ້ຽມ ຢາມເຂດ​ຮ່ວມ​ມື​ທຸລະກິດນະຄອນ​ໂຮ່ຈິ​ມິງນຳ​.

No comments:

Post a Comment