Ad

Ad

4 April 2013

ສຳເລັດອັນຍິ່ງໃຫຍ່ຂອງການຮ່ວມມືຕ້ານຢາເສບຕິດລາວ-ຈີນ



       ພາຍຫລັງ​ຄະດີ​ແກ໊ງຄ້າຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ທ້າວ ໜໍ່​ຄຳ ​ໄດ້​ສິ້ນສຸດ​ລົງ ​ໂດຍ​ການ​ປະສານ​ສົມທົບ​ຮ່ວມ​ໄມ້​ຮ່ວມ​ມື​ຢ່າງ​ສະໜິດ​ແໜ້ນ​ລະ ຫວ່າງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ-ຈີນ ສາມາດ​ຈັບ​ທ້າວ ໜໍ່​ຄຳ ພ້ອມ​ພັກ​ພວກ​ສົ່ງ​ໃຫ້​ສານ​ປະຊາ ຊົນ​ແຂວງ​ຢຸນນານ ສປ ຈີນ ຕັດສິນ​ປະ ຫານ​ຊີວິດ​ເຈົ້າພໍ່​ມາ​ເຟຍ ​ແລະ ພວກ​ສັງຫານ​ໂຫດ​ດັ່ງກ່າວ ​ແລະ ​ໃນ​ວັນ​ທີ 19 ມີນາ 2013 ຜ່ານ​ມານີ້ ກໍ​ໂດຍ​ການ​ຮ່ວມ​ມື​ຢ່າງ​ສະໜິດ​ແໜ້ນ​ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບລາວ-ຈີນ ສາມາດ​ຈັບ​ຂະ​ບວນ ການ​ຂົນ​ສົ່ງ​ຢາ​ເສບຕິດ​ລາຍ​ໃຫຍ່​ຢູ່​ຕາມ​ແມ່ນ້ຳຂອງ​ຕອນ​ເໜືອ​ຂອງ​ລາວ ​ເຊິ່ງມີ​ຜູ້​ຕ້ອງ​ຫາ​ເປັນ​ຊາວ​ຕ່າງ​ຊາດ​ຈຳນວນ 5 ຄົນ ​ແລະ ສາ ມາດ​ຍຶດຂອງ​ກາງ​ເປັນ​ຢາ​ບ້າ​ຈຳນວນ 20 ​ເປົາ ລວມມີ ນ້ຳໜັກ 579 ກິ​ໂລກຣາມ ​ໃນ​ເຮືອ​ຂົນ​ສົ່ງ​ສິນຄ້າ​ລຳ​ໜຶ່ງ​ຂອງ​ຈີນ​ຢູ່​ທີ່​ຫາດ​ປາ​ແລວ ​ເຂດ​ບ້ານ​ດອນ​ມຸມ ຂຶ້ນກັບ​ເມືອງ​ເມິງ ​ແຂວງ​ບໍ່​ແກ້ວ.
        ​ເຈົ້າໜ້າ​ທີ່​ສະກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດ​ແຂວງ​ບໍ່​ແກ້ວ ​ໃຫ້​ຮູ້​ວ່າ: ​ໃນ​ມື້ນັ້ນ​ຈາກ​ການ​ປະ ສານ​ງານ​ລະຫວ່າງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ຂອງ​ລາວ​ທີ່​ປະຈຳ ການ​ຢູ່​ບ້ານ​ມອມ ​ເມືອງ​ຕົ້ນ​ເຜິ້ງ ​ແຂວງ​ບໍ່​ແກ້ວ ກັບ​ຕຳຫລວດ​ແຂວງ​ຢຸນນານ ສປ ຈີນ ​ໄດ້​ອອກ​ລາດຕະ​ເວນ​ຕາມ​ນ້ຳຂອງຂຶ້ນ​ເມືອ​ທາງ​ເໜືອ ​ເພື່ອ​ຕາມ​ຫາ​ເຮືອ​ຕ້ອງ​ສົງ​ໄສ​ຂົນ​ສົ່ງ​ຢາ​ເສບ​ຕິດ​ໜຶ່ງ ພໍ​ລາດຕະ​ເວນ​ຮອດ​ເຂດ​ບ້ານນ້ຳ ບັງ​ລະຫວ່າງ​​ກິ​ໂລ​ແມັດ​ທີ 24-25 ​ເບື້ອງຝັ່ງ​ລາວ​ແມ່ນ​ບ້ານ​ດອນ​ມຸມ ​ເມືອງ​ເມິງ ​ແລະ ​ເບື້ອງຝັ່ງ​ມຽນ ມາ​ແມ່ນ​ຫາດ​ປາ​ແລວ ກໍ​ໄດ້​ພົບ​ເຫັນ​ເຮືອ​ຂົນ​ສົ່ງ​ສິນຄ້າ​ທີ່​ຕ້ອງ​ສົງ​ໄສ​ດັ່ງກ່າວ. ​ເຮືອ​ລາດຕະ​ເວນ​ຂອງ​ກຳລັງ​ຮັກສາ​ຄວາມ​ສະ ຫງົບ​ຈຳນວນ 5 ລຳ ​ໄດ້​ເຂົ້າ ສະກັດ​ເຮືອ​ຕ້ອງ​ສົງ​ໄສ​ລຳ​ນັ້ນ ​ແລະ ກວດຄົ້ນພົບ​ເຫັນ​ຢາ​ເສບ​ຕິດ​ປະ​ເພດ​ຢາ​ບ້າ​ຈຳນວນ 20 ​ເປົາ ລວມມີນ້ຳໜັກ
579 ກິ​ໂລກຣາມ ​ເທົ່າ​ກັບ 5 ລ້ານ​ເມັດ ພ້ອມ​ທັງ​ຍຶດ​ໄດ້​ເງິນ​ຢວນຈີນ 130.950 ຢວນ, ​ເງິນ​ບາດ​ໄທ 131.380 ບາດ, ຈັບ ​ແລະ ກັກ​ຕົວ​ຜູ້​ຕ້ອງ​ສົງ​ໄສ 5 ຄົນ ຄື​ທ້າວ ​ແກ້ວ ອາຍຸ 36 ປີ ສັນຊາດ​ໄທ ຢູ່​ບ້ານ ​ແລະ ​ເມືອງ​ຊຽງ​ແສນ ​ແຂວງ​ຊຽງ​ລາຍ ຂອງ​ໄທ, ທ້າວ ຊຽງ​ຊຸນ​ຍິງ ອາຍຸ 45 ປີ ສັນຊາດ​ຈີນ ຢູ່​ບ້ານ ​ແລະ ​ເມືອງ​ຊຽງ​ຮຸ່ງ, ທ້າວ ຊຶທຸນສຽງ ອາຍຸ 45 ປີ ສັນ ຊາດ​ຈີນ ຢູ່​ບ້ານ​ໂຄລູ່ ​ເມືອງ​ຊຽງ​ຮຸ່ງ,ທ້າວ ວັງ​ເຈຍ ອາຍຸ 29 ປີ ສັນຊາດ​ຈີນ ຢູ່​ບ້ານ​ລິ​ມິ​ງ ​ເມືອງ​ເນົາ​ເອີ ​ແລະ ທ້າວ ລົວ​ເຈຍ​ແຊນ ອາຍຸ 35 ປີ ສັນຊາ​ຈີນ ຢູ່​ບ້ານ ​ແລະ ​ເມືອງ​ຊຽງ​ຮຸ່ງ ​ເຊິ່ງຜູ້​ຕ້ອງ​ຫາ​ທັງ 4 ລ້ວນ​ແຕ່​ແມ່ນ​ພົນລະ​ເມືອງ​ແຂວງ​ຢຸນນານ ສປຈີນ.
    ຜ່ານ​ການ​ສືບສວນ-ສອບ​ສວນ​ຜູ້​ຕ້ອງ​ຫາ​ສັນຊາດ​ໄທ​ໃຫ້ການ​ຕໍ່​ເຈົ້າໜ້າ​ທີ່​ວ່າ: ຕົນ​ເອງ​ໄດ້​ຮັບ ຈ້າງຈາກ​ທ້າວ ອາ​ຊັງ ສັນຊາດ​ມຽນມາ ​ໃນ​ຄ່າ​ຈ້າງ 1,5 ລ້ານ​ບາດ​ໄທ ​ແລະ ຄ່າ​ເຮືອ 2,5 ລ້ານ​ບາດ​ໄທ ​ເມື່ອ​ວັນ​ທີ 16 ມີນາຜ່ານ​ມາ ​ແລະ ​ໄດ້​ຂີ່​ເຮືອ​ອອກ​ຈາກ​ເມືອງ​ຕົ້ນ​ເຜິ້ງ ​ແຂວງ​ບໍ່​ແກ້ວ ມຸ່ງ​ໜ້າ​ໄປ​ເຂດ​ບ້ານ​ສົບ​ໂລ​ຍ ​ເພື່ອ​ໄປ​ເອົາ​ຢາ​ບ້າ​ມາ​ສົ່ງ​ຢູ່​ທ່າ​ເຮືອ​ບ້ານ​ມ້ອມ ​ແຂວງ​ບໍ່​ແກ້ວ ​ແລະ ມາ​ຮອດ​ວັນ​ທີ 18 ມີນາ ​ເມ​ື່ອ​ເວລາ​ປະມານ​ທ່ຽງ​ຄືນ,ທ້າວ ອາ​ຊັງ ​ໄດ້​ສົ່ງ​ລູກ​ນ້ອງ​ຈຳນວນ 6 ຄົນ ມາ​ສົມທົບ​ກັບ​ຕົນ​ເອງ​ຂົນ​ສົ່ງ​ຢາ​ບ້າ​ຈຳນວນ 20 ​ເປົາ ນັ້ນຂຶ້ນ​ໃສ່​ເຮືອ​ຂອງ​ທ້າວ ຊຽງ​ຊຸນ​ຍິງ ​ແລະ ຮອດ 7 ​ໂມງ​ເຊົ້າຂອງ​ມື້ຕໍ່​ມາ ພວກ ​ຕົນ​ກໍ​ໄດ້​ລ່ອງ​ເຮືອ​ຕາມ​ແມ່ ນ້ຳຂອງ ຈຶ່ງ​ຖືກ​ເຈົ້າໜ້າ​ທີ່​ກັກ​​ພ້ອມ​ຂອງ​ກາງ​ດັ່ງກ່າວ.
    ປັດຈຸບັນຄະດີ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ນີ້,​ເຈົ້າໜ້າ​ທີ່​ຕຳຫລວດ​ສະ ກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດ​ກົມ​ໃຫຍ່​ຕຳຫລວດ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບພວມ​ດຳ​ເນີນ​ການ​ສືບສວນ-ສອບ​ສວນ​ຂະຫຍາຍ​ຜົນ​ຕໍ່​ໄປ ເພື່ອ​ສົ່ງ​ຟ້ອງ​ໄອ​ຍະ​ການ ​ແລະ ສານ​ຕັດສິນ​ລົງ​ໂທດ​ຜູ້​ກະ ທຳ​ຜິດ​ຕາມ​ລະບຽບ​ກົດໝາຍ.

No comments:

Post a Comment