Ad

Ad

4 April 2013

ໂຄງການປະກວດນາງສາວລາວ ໄດ້ປະກອບສ່ວນຍົກສູງຖານະບົດ ບາດຂອງປະເທດ



       ໂຄງການປະກວດນາງສາວ ລາວ ເລີ່ມແຕ່ປີ 2009 ເປັນຕົ້ນມາໂດຍສືບເນື່ອງຈາກໂຄງການປະກວດນາງສາວອາ ພອນ ລາວ, ໃນການປະຕິບັດໂຄງການດັ່ງກ່າວຄະນະຊີ້ນຳ ໂຄງການປະກວດ ໄດ້ ນຳພາຄະນະນາງສາວເຄື່ອໄຫວຮັບ ໃຊ້ສັງຄົມໂດຍ ນຳຜົນປະໂຫຍດໃຫ້ແກ່ສັງຄົມ ແລະ ປະ ເທດຊາດ,ສ້າງຊື່ສຽງ ແລະ ຍົກ ຖານະບົດບາດຂອງຍິງສາວ ລາວທີ່ມີຄວາມເກັ່ງ ກ້າ, ສະຫງ່າງາມ, ອ່ອນໂຍນອ່ອນ ຫວານໃຫ້ ສັງຄົມພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງ ກວ້າງຂວາງ. ຜົນ ສຳເລັດດັ່ງ ກ່າວ, ທ່ານ ສີແພງ ວົງປັນຍາ ຫົວໜ້າກົມວັດທະນະທຳ ມະຫາຊົນກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຍົກໃຫ້ເຫັນໃນກອງປະຊຸມສຳມະນາ ທີ່ຈັດຂຶ້ນໃນ ວັນທີ 3 ເມ ສາ 2013 ທີ່ຫໍວັດທະນະ ທຳແຫ່ງ ຊາດ ໂດຍການໃຫ້ ກຽດເຂົ້າຮ່ວມ ຂອງທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ, ມີບັນດາຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
      ນອກນີ້,ທ່ານ ສີແພງ ວົງປັນຍາ ຍັງຍົກໃຫ້ເຫັນບັນດາກິດຈະ ກຳທີ່ນາງສາວລາວໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ກັບສັງຄົມ, ໄດ້ສ້າງຊື່ສຽງໃຫ້ປະເທດລາວໃນ ເວທີພາກພື້ນ ແລະ ສາກົນ ເຊັ່ນ: ເຂົ້າຮ່ວມຮັບ
ໃຊ້ມະຫະກຳກິລາ ຊີເກມຄັ້ງທີ 25 ທີ່ ສປປ ລາວເປັນເຈົ້າພາບ, ເຄື່ອນໄຫວໃນການລະ ດົມທຶນຊ່ວຍເຫລືອປະຊາຊົນທີ່ ທຸກຍາກໃນເຂດຫ່າງໄກສອກ ຫລີກແລະຜູ້ປະສົບກັບໄພທຳມະຊາດ, ເຂົ້າຮ່ວມການເຜີຍ ແຜ່ວັດທະນະທຳ,ຮີດຄອງປະເພ ນີອັນດີງາມຂອງແມ່ຍິງລາວ ຢູ່ບັນດາປະເທດເພື່ອນມິດໃກ້ຄຽງ. ນອກນີ້ກ່ອນການປະກວດນາງສາວລາວແຕ່ລະປີ ທາງໂຄງ ການຍັງລົງເຄື່ອນໄຫວມອບອຸປະກອນທີ່ຈຳເປັນໃຫ້ໂຮງຮຽນທີ່ຢູ່ເຂດຫ່າງໄກຕົວເມືອງແລະອື່ນໆ.
ສ່ວນແຜນການໃນຕໍ່ໜ້າ, ໂຄງການຍັງຈະສືບຕໍ່ເຄື່ອນໄຫວກິດຈະກຳຊ່ວຍເຫລືອສັງຄົມຢ່າງບໍ່ຢຸດຢັ້ງທັງກຽມເຄື່ອນໄຫວ ແລກປ່ຽນວັດທະນະທຳຢູ່ຕ່າງປະເທດຕາມຄວາມເໝາະສົມ.
        ໃນຊຸດສຳມະນາ, ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມຄິດເຫັນໃນຫົວຂໍ້ຕ່າງໆເຊັ່ນ:ການປະກວດນາງສາວລາວເປັນກິດ ຈະກຳຊ່ວຍອະນຸລັກຟື້ນຟູວັດທະນະທຳການນຸ່ງຖືຂອງແມ່ຍິງລາວ, ການປະກວດນາງສາລາວຂັດກັບປະເພນີຂອງລາວບໍ່, ການປະກວດນາງສາວລາວເປັນເປົ້າໝາຍການຄ້າມະນຸດບໍ່, ໃນຕໍ່ໜ້າໂຄງການປະກວດນາງສາວລາວຄວນສົ່ງເສີມບໍ່ໃນລະ ດັບໃດ ແລະ ອື່ນໆ.

No comments:

Post a Comment