Ad

Ad

4 April 2013

ບີ​ລາຍເປີດ​ສູນ​ບໍ​ລິ​ການລູກ​ຄ້າແຫ່ງ​ໃໝ່​ຕື່ມອີກຢູ່ບ້ານອານຸ



     ບໍ​ລິ​ສັດ ວິມ​ແປວ​ຄອມ (ບີ​ລາຍ) ຍັງສືບຕໍ່ເປີດສູນບໍລິການແຫ່ງ ໃໝ່ໃນນະຄອນ ຫຼວງວຽງຈັນ ເພື່ອຮອງຮັບການບໍລິກາ ນລູກ ຄ້າທີ່ນັບມື້ນັບເພີ່ມຂຶ້ນເຊິ່ງເປັນ ແຫ່ງທີ 3 ທີ່ບີລາຍຂະຫາຍ ສູນບໍ ລິການຢູ່ນະຄອນຫຼວງວຽງ ຈັນ ພາຍໃນປີ 2013 ນີ້ ຫຼັງ ໄດ້ເປີດໃຫ້ການບໍລິການໄປແລ້ວສອງ ແຫ່ງຢູ່ບ້ານໜອງບອນ ແລະ ບ້ານ ຫັດສະດີ ເມື່ອບໍ່ດົນມານີ້ ພິທີເປີດສູນບໍລິການ ລູກຄ້າແຫ່ງ ໃໝ່ນີ້ມີຂຶ້ນໃນຕອນບ່າຍຂອງວັນ ທີ 3 ເມສາ 2013 ຢູ່ບ້ານ ອານຸ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍ ການເປັນກຽດເຂົ້າ ຮ່ວມເປີດພິທີຂອງທ່ານ ເຢັດເຊີ ມາເຮີ ຜູ້ບໍລິຫານໃຫຍ່ບໍລິສັດ ວິມ ເປວຄອມລາວ,ທ່ານ ສີ​ລະ​ພົບ ສິ​ລິ​ໂຊກ ຫົວ​ໜ້າ​ຝ່າຍ​ບໍ​ລິ​ຫານບີ​ລາຍ ຕະຫຼອດ​ຮອດ​ພະ​ນັກ​ງານພາຍ​ໃນບໍລິສັດ​ບີ​ລາຍ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.
          ຜູ້ຈັດການໃຫຍ່ບໍລິສັດ ບີ ລາຍ,ທ່ານ ເຢັດເຊີ ມາເຮີ ກ່າວ​ວ່າ: ​ປັດ​ຈຸ​ບັນ,ສູນ​ບໍ​ລິ​ການ​ລູກ​ຄ້າ​ຂອງ​ບີ​ລາຍ​ມີ​ທັງ​ໝົດ​ກວ່າ 38 ແຫ່ງ​ໃນຂອບ​ເຂດ​ທົ່ວ​ປະ​ເທດ ແລະ 20 ແຫ່ງສະເພາະໃນນະ ຄອນຫຼວງວຽງຈັນ.ສູນບໍລິການລູກຄ້າແຫ່ງໃໝ່ທີ່ເປີດ ຢູ່ ບ້ານອານຸນີ້ເປັນແຫ່ງທີ 3 ນັບແຕ່ເລີ່ມ ເຂົ້າສູ່ປີ 2013 ເປັນຕົ້ນມາ. ນອກນັ້ນ, ບໍລິສັດຍັງມີ​ແຜນທີ່​ຈະ​ຂ​ະ​ຫ​ຍາຍ​ເຄຶ່ອ​ຄາຍ ແລະ ສູນບໍ​ລິ​ການອີກຫຼາຍ​ແຫ່ງ​ໃນອະ​ນາ​ຄົດ ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ທີ່ມີ​​ເຄືອ​ຂ່າຍຄວບຄຸມແລ້ວ, ແຕ່ຍັງບໍ່ທັນມີສູນບໍລິກ ານລູກຄ້າເປັນຕົ້ນ ຢູ່ແຂວງ ຫຼວງນ້ຳທາ, ອຸດົມໄຊ, ອັດຕະປື ແລະ ເຊກອງ.

        ຈຸດ​ປະ​ສົງ​ຂອງ​ການເປີດ​ສູນ ບໍ​ລິ​ການລູກ​ຄ້າ​ແຫ່ງ​ໃໝ່​ນີ້ ແມ່ນ ເພຶ່ອ​ຮອງ​ຮັບ ແລະ ອຳ​ນວຍ​ຄວາມ​ສະ​ດວກ​ແກ່​ກຸ່ມລູກ​ຄ້າ​​​​ເຄຶ່ອ​ຄາຍ​ບີ​ລາຍທັງເກົ່າ ແລະ ໃໝ່ທີ່ຢູ່ ບ້ານອານຸ ແລະ ​ປະຊາຊົນອ້ອມ ຂ້າງທີ່ຢູ່ໃນບໍລິເວນເຂດດັ່ງກ່າວ ເຊິ່ງພາຍຫຼັງເປີດ ຫ້ອງການແລ້ວ ສູນບໍລິການແຫ່ງນີ້ຈະໃຫ້ບໍ​ລິ​ການ​ປ່ຽນຊິມ, ເປີດ​ນຳ​ໃຊ​້​ຊິມ​ໃໝ່, ຕັ້ງ​ອິນ​ເຕີ​ເປີດ​ມື​ຖື,ຂາຍ​ຜະ​ລິດ​ຕະ​ພັນຂອງ​ບີ​ລາຍ (3 G air card, Home Phone) ແລະ ອຶ່ນໆ.
       ສຳ​ລັບ​ການບໍ​ລິ​ການ​ຂອງ​ບີ​ລາຍ​ໃນ​ຕະຫຼອດ​ໄລ​ຍະ​ທີ່​ຜ່ານ​ມາ ນັ້ນ ໄດ້​ຮັບ​ການຕອບ​ຮັບ​ທີ່​ດີ​ຈາກ​ລູກ​ຄ້າ ແລະ ຜູ້​ໃຊ້​ບໍ​ລິ​ການໂດຍ​ບີ​ລາຍ​ຍາມ​ໃດ​ກໍ​ນຳ​ແຕ່​ສິ່ງ​ດີໆ​ໃໝ່ໆ​ມາ​ສູ່​ລູກ​ຄ້າ​ເປັນ​ປະ​ຈຳ ເປັນຕົ້ນ​ແມ່ນຜະລິດຕະພັນ,ການບໍລິການ ແລະ ໂປ​ຣ​ໂມ​ຊັນໃໝ່​ໆທີ່​​ບີ​ລາຍ ຈັດຂຶ້ນເພື່ອເປັນການຄືນກຳໄລ ລູກຄ້າເຊິ່ງກິດຈະດັ່ງກ່າວປັດຈຸ ບັນບີລາຍກໍຍັງສືບຕໍ່ຈັດຂຶ້ນ ເປັນຕົ້ນແມ່ນ ຕອບຄຳຖາມຊີງ ຄຳ 3 ລວມລາງວັນທັງໝົດ 70 ລາງວັນ ມູນຄ່າ 150 ລ້ານກີບ, ລູກຄ້າທ່ານໃດສົນໃຈພຽງແຕ່ ພິມ REG ສົ່ງໄປ 888 ຄ່າລົງທະ ບຽນພຽງແຕ່ 1.500 ກີບຕໍ່ຄັ້ງ ຈາກນັ້ນທ່ານຈະໄດ້ຮັບຂໍ້ຄວາມ ຈາກສູນໃຫ້ທ່ານ,ຕອບຄຳຖາມ ຜ່ານ ຂໍ້ຄວາມໂດຍເລືອກຄຳ ຕອບ 1 ຫຼື 2 ແລ້ວສົ່ງໄປ 888 ແລ້ວບີ ລາຍຈະຕອບຂໍ້ຄວາມກັບຫາ ທ່ານອີກເທື່ອໜຶ່ງ ເພື່ອ ແຈ້ງຜົນ ການຕອບຄຳຖາມ. ນອກນັ້ນ ຍັງມີໂປຣໂມຊັນລຸ້ນຮັບລາງວັນຈາກການຕື່ມເງິນມູນຄ່າ 20 ແລະ 50 ພັນກີບ; ໂປຣໂມຊັນ ສົ່ງ ຂໍ້ຄວາມພາຍໃນເຄື່ອຄາຍດ້ວຍ ລາຄາປະຢັດ, ການບໍລິການຊື້ຫວຍພັດທະນາຜ່ານໂທລະສັບມືຖື ແລະ ຜະລິດຕະພັນ ໃໝ່ໆທີ່ທັນສະໄໝຄອຍຖ້າບໍລິການລູກຄ້າ.

No comments:

Post a Comment