Ad

Ad

4 April 2013

ຫາລືການຮ່ວມມືດ້ານເຕັກນິກ-ວິ ຊາການກັບອົງການພະລັງງານປະມະມານູສາກົນ



    ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມວິ ຊາການເພື່ອປຶກສາຫາລືຈຸດປະສານງານການຮ່ວມ ມືດ້ານເຕັກນິກ-ວິຊາການກັບອົງການພະລັງ ງານປະລະມານູສາກົນ (IAEA) ໃນວັນທີ 29 ມີນາແລ້ວນີ້ ຢູ່ນະ ຄອນຫລວງວຽງຈັນ.
     ກອງປະຊຸມເທື່ອນີ້ໄດ້ດຳເນີນ ພາຍໃຕ້ການເປັນປະທານຂອງ ທ່ານ ຫຸມພັນ ອິດທິຣາດ ລັດຖະມົນຕີຊ່ວຍວ່າການກະ ຊວງວິທະ ຍາສາດ ແລະ ເຕັກໂນໂລຊີ ໂດຍ ມີຈຸດປະສົງເພື່ອລາຍງານສະ ພາບການເຄື່ອນໄຫວວຽກງານປະສານງານຮ່ວມ ມືດ້ານເຕັກ ນິກ-ວິຊາການຂອງກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີໃນໄລ ຍະ 1 ປີຜ່ານມາ, ນັບແຕ່ກົມວິທະ ຍາສາດໄດ້ ຮັບການແຕ່ງຕັ້ງເປັນຈຸດປະສານງານການຮ່ວມມື ດ້ານເຕັກນິກ-ວິຊາການກັບອົງ ການ IAEA ໃນວັນທີ 6 ມີນາ 2013; ປຶກ ສາຫາລືການກຳນົດແຜນການຈັດຕັ້ງປະຕິບັດວຽກ ງານໃນຕໍ່ໜ້າ ໂດຍສະເພາະການ ກະກຽມສ້າງຕັ້ງຄະນະກຳມະການ ປະ ສານງານວຽກງານຮ່ວມມືເຕັກນິກ-ວິຊາການກັບອົງ ການ IAEA ໂດຍການປະກອບ ສ່ວນຈາກແຕ່ລະຂະແໜງການທີ່ ກ່ຽວ ຂ້ອງ; ລາຍງານການກະ ກຽມສ້າງຮ່າງແຜນງານຮ່ວມມື ດ້ານເຕັກນິກ-ວິຊາການກັບອົງ ການ IAEA ສຳລັບສົກປີ 2013- 2017 (Country Framework Programme), ເນື້ອໃນໂຄງການ ຮ່ວມມືດ້ານເຕັກນິກທີ່ກະກຽມ ຈັດຕັ້ງໃນສົກປີ 2014-2015 ໂດຍ ສະເພາະຂົງເຂດການສ້າງໜ່ວຍ ງານຄຸ້ມຄອງ ແລະ ຄວາມປອດ ໄພດ້ານລັງສີນິວເຄຼຍຢູ່ ສປປ ລາວ, ຄວາມປອດໄພໃນການ ນຳໃຊ້ລັງສີໃນຂະແໜງການ ແພດ ແລະ ການນຳໃຊ້ເຕັກໂນໂລ ຊີເຂົ້າໃນການສົ່ງເສີມການຜະ ລິດເຂົ້າ ພ້ອມທັງການສະເໜີໃຫ້ ແຕ່ລະຂະແໜງການກະກຽມສະ ເໜີຫົວຂໍ້ໂຄງການຮ່ວມມືດ້ານ ເຕັກນິກສຳລັບສົກປີ 2016-2017.
     ຜົນຂອງກອງປະຊຸມເທື່ອນີ້ ໄດ້ເປັນເອກະພາບດ້ານຫລັກ ການ ແລະ ວິທີການໃນການ ເຄື່ອນໄຫວວຽກງານຂອງຈຸດປະ
ສານງານວິຊາການກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີໄລຍະ ຜ່ານມາ ໂດຍສະເພາະການກະກຽມເນື້ອໃນຮ່າງແຜນ ງານ ຮ່ວມມືດ້ານເຕັກນິກສົກປີ 2013-2017, ແຜນກະກຽມຈັດຕັ້ງໂຄງການ ຮ່ວມມືດ້ານເຕັກນິກໃນໄລຍະສົກ ປີ 2014-2015, ແຕ່ລະຂະແໜງການກະກຽມເນື້ອໃນສຳລັບການ ສະເໜີຫົວຂໍ້ໂຄງການ ສົກປີ 2016-2017, ເປັນເອກະພາບໃນ ການກະ ກຽມສ້າງຕັ້ງຄະນະກຳມະການການຮ່ວມມືດ້ານເຕັກ ນິກ-ວິຊາການກັບອົງການ IAEA ໃນໄລຍະໃກ້ນີ້ ແລະ ຈະ ສືບຕໍ່ຊຸກຍູ້ ການສ້າງຄວາມຮູ້ ແລະ ຄວາມເຂົ້າໃຈໃນວຽກງານ ດັ່ງກ່າວຂອງແຕ່ລະຂະແໜງ ການໃຫ້ຫລາຍຂຶ້ນໃນອະນາຄົດ.
    ໃນກອງປະຊຸມດັ່ງກ່າວມີຜູ້ ຕາງໜ້າຂັ້ນກົມ, ພະແນກ ແລະ ວິ ຊາການຈາກກະຊວງການຕ່າງ ປະເທດ, ກະຊວງສາທາລະ ນະສຸກ, ກະຊວງກະສິກຳ-ປ່າໄມ້, ກະ ຊວງປ້ອງກັນປະເທດ, ກະຊວງ ປ້ອງກັນຄວາມສະຫງົບ, ກະ ຊວງອຸດສາຫະກຳ-ການ ຄ້າ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມະຫາວິທະ ຍາໄລແຫ່ງຊາດ ແລະ ພະນັກ ງານວິຊາການພາຍ ໃນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກວ່າ 30 ທ່ານເຂົ້າຮ່ວມ.

No comments:

Post a Comment