Ad

Ad

4 April 2013

ເຈົ້າຄອງນະຄອນຫລວງວຽງຈັນອອກຄຳສັ່ງແນະນຳການ ຫລິ້ນບຸນປີໃຫມ່ລາວຕ້ອງຮັບປະກັນຄວາມສະຫງົບປອດໄພ ແລະ ວັດທະນະທຳອັນດີງາມຂອງຊາດ



     ​ເພື່ອ​ເຮັດ​ໃຫ້ການ​ສະ​ເຫລີ​ມ ສະຫລອງ​ບຸນປີ​ໃໝ່​ລາວ ພສ 2556 (ປີ​ມະ​ເສັງ) ​ເຊິ່ງ​ເປັນ​ບຸນ​ປະ​ເພນີ​ປະຈຳ​ຊາດ​ຂອງ ສປປ ລາວ ທີ່​ຈະ​ໝູນວຽນ​ມາ​ບັນຈົບ​ຄົບຮອບ​ອີກ​ວາລະ​ໜຶ່ງ ​ໃຫ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດ​ເບີກ ບານ​ມ່ວນ​ຊື່ນ, ຮັກສາ​ໄດ້​ມູນ​ເຊື້ອ ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ​ອັນ​ດີງາມ​ທີ່​ເປັນ​ເອກະລັກ​ຂອງ​ຊາດ ຮັບປະກັນ​ຄວາມ​ສະຫງົບ​ສຸກ, ຄວາມ​ປອດ​ໄພ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ສະອາດ​ຈົບ​ງາມ​ຂອງ​ຕົວ​ເມືອງ. ດັ່ງນັ້ນ ​ເມື່ອ​ມໍ່ມານີ້,​ ເຈົ້າຄອງ​ນະຄອນຫລວງ​ວຽງ​ຈັນ ຈຶ່ງ​ໄດ້​ອອກ​ຄຳ​ສັ່ງ​ແນະນຳ​ເຖິງ​ບັນດາ​​ເຈົ້າ​ເມືອງ,ຫົວໜ້າ​ກອງບັນຊາ​ການທະຫານ, ປກສ, ອົງການ​ຈັດຕັ້ງ ມະຫາຊົນ, ຫົວໜ້າ​ພະ​ແນ​ກການ, ຫົວໜ່ວຍ​ທຸລະ​ກິດ​ຕ່າງໆ ຕະ ຫລອດ​ຮອດ​ປະຊາຊົນ​ບັນດາ​ເຜົ່າ​ນະຄອນຫລວງ​ວຽງ​ຈັນ​ທຸກ​ທົ່ວ​ໜ້າໂດຍ​ມີ​ເນື້ອ​ໃນ​ສຳຄັນ​ວ່າ: ການສະ​ເຫລີ​ມສະຫລອງ​ບຸນປີ​ໃໝ່​ລາວ ພ.ສ 2556 ​ແມ່ນ​ໃຫ້​ດຳ​ເນີນ​ໄປ​ຄື​​ປີຜ່ານມາ, ​ເປັນ​ການ​ປົກ​ປັກ​ຮັກສາ, ສົ່ງ​ເສີມ​ວັດ ທະນະທຳ​ຮີດຄອງ​ປະ​ເພນີ​ອັນ​ດີ ງາມ​ຂອງ​ຊາດ,ຮັກສາ​ໄດ້​ມູນ​ເຊື້ອວັດທະນະທຳ​ອັນ​ດີງາມ​ທີ່​ເປັນ​ເອກະລັກ​ຂອງ​ຊາດ​ລາວ​ທີ່​ສືບ​ທອດ​ກັນ​ມາ​ດົນ​ນານ ທັງ​ເປັນ​ການ​ສະ​ຫລຸບ​ຍ້ອງຍໍ​ຜົນງານ​ດີ​ເດັ່ນຂອງ​ທ້ອງ​ຖິ່ນ,ກົມ​ກອງ ​ແລະ ຄອບຄົວ​ໃນ​
ປີຜ່ານມາ, ​ເສີມ​ສ້າງ​ຄວາມ​ສາມັກຄີ​ຮັກ​ແພງ,ຄວາມ​ກະຕັນຍູ​ຮູ້​ບຸນຄຸນ,ອວຍພອນ​ຜູ້ນຳ​ພັກ-ລັດ, ຜູ້​ອາວຸ​ໂສ,ພໍ່​ແມ່ ​ແລະ ອວຍ ພອນ​ເຊິ່ງກັນ ​ແລະ ກັນ ທັງ​ເປັນ​ການ​ສ້າງ​ຂະ​ບວນການ​ຮັບ​ຮ້ອນ​ວັນ​ບຸນ​ໃຫຍ່​ສຳຄັນ​ຂອງ​ພັກ, ຂອງ​ຊາດ ​ແລະ ​ເຫດການ​ປະ ຫວັດສາດ​ສຳຄັນ​ຕ່າງໆ, ປຸກລະດົມ​ຊຸກຍູ້​ຂະ​ບວນການ​ໃຫ້​ມີ​ບັນຍາກາດ​ຟົດຟື້ນ. ພ້ອມ​ທັງ ຈັດຕັ້ງຜັນ​ຂະຫຍາຍ 6 ສ ທີ່​ຕິດ​ພັນ​ກັບ​ການ​ແກ້​ໄຂ​ປາກົດການ​ຫຍໍ້​ທໍ້, ການ​ສ້າງ​ບ້ານ,ກຸ່ມ​ບ້ານ​ພັດທະນາ​ໃຫ້​ເປັນ​ຮູບ​ປະ​ທຳ ​ແລະ ດຳ​ເນີນ​ໄປ​ດ້ວຍ​ຈິດ​ໃຈ​ປະ ຢັດ​ມັດ ທະຍັດ,ບໍ່​ຫລິ້ນກິນ​ຟຸມ​ເຟືອຍ, ການ​ໃຊ້​ຈ່າຍ​ວັດຖຸ​ເງິນ​ຄຳ​ຕ້ອງ​ໃຫ້​ເໝາະ​ສົມ​ຖານະ​ເສດຖະກິດ​ຄອບຄົວ, ກົມ​ກອງ​ຕົນ​ເອງ, ການ​ຫົດສົງ (ຫົດ​ນ້ຳ) ອວຍພອນ​ຕ້ອງ​ສະ​ແດງ​ທ່າ​ທີ​ສຸພາບ, ມີ​ມາລະ ຍາດ ​ແລະ ​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ ກັນ,ການ​ຫົດສົງ​ຕ້ອງ​ໃຊ້​ນ້ຳສະອາດ ຫລື ນ້ຳອົບ,ນ້ຳ ຫອມຍິ່ງ​ເປັນ​ການ​ດີ,ການຈັດ ຕັ້ງ ຄົບງັນ​ມ່ວນ​ຊື່ນ ​ແລະ ສະຖານ​ທີ່​ຫລິ້ນບຸນ​ຫົດ​ນ້ຳ​​ໃຫ້​ຈັດ​ຢູ່​ຕາມ​ເຮືອນ,ບ້ານ,ສຳນັກງານ ​ແລະ ສະຖານ​ທີ່​ຕ່າງໆ​ທີ່​ໄດ້​ກຳນົດ​ເຊັ່ນ:ຢູ່​ຕາມ​ວັດ,ສະຖານ​ທີ່​ແຫ​ລ່ງ ທ່ອງ​ທ່ຽວ, ສວນ​ວັດທະນະທຳ, ຫາດ​ຊາຍ​ຕາມ​ແມ່ນ້ຳງື່ມ ​ແລະ ນ້ຳຂອງ​ໂດຍ​ອະນຸຍາດ​ໃຫ້​ຈັດຕັ້ງ ຫລິ້ນບຸນ​ເມືອງ​ລະ 1 ​ແຫ່ງ.ສຳ ລັບ​ນະຄອນຫລວງ​ວຽງ​ຈັນ ​ແມ່ນ​ກຳນົດ​ເອົາ​ສະຖານ​ທີ່​ສວນ​ວັດທະນະທຳ​ບັນດາ​ເຜົ່າ,ສູນ​ການ​ຄ້າ​ລາວ-​ໄອ​ເຕັກ, ບໍລິ​ເວນ​ຄຸ້ມ​ຕົວ​ເມືອງ​ເກົ່າ,ຫາດ​ຊາຍ​ແຄມ​ຂອງ​ທ່າ​ວັດ​ຈັນ​​ເປັນ​ຈຸດ​ລວມສູນ​ໃນ​ການ​ຫລິ້ນປີ​ໃໝ່ ພ.ສ 2556. ພ້ອມ​ນັ້ນກໍ​ໃຫ້​ເອົາ​ໃຈ​ໃສ່​ຍູ້​ແຮງ​ຂະ​ບວນການ​ອອກ​ແຮງ​ງານ​ອະນາ ໄມ,ປະດັບ​ປະດາ​ສຳນັກງານ, ອົງການ, ​ເຮືອນ, ບ້ານ,ວັດວາອາ​ຮາມ,ຖະໜົນ​ຫົນທາງ ​ແລະ ສວນ ສາທາລະນະ ໃຫ້​​ສະອາດ​ຈົບງາມ ​ແລະ ​ໃຫ້​ເພີ່ມ​ທະວີ​ສະຕິ​ລະວັງ​ຕົວ​ຕໍ່​ກົນອຸບາຍ​ມ້າງ​ເພ​ທຳລາຍ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ທີ່​ຈະ​ກໍ່​ຂຶ້ນ,ເອົາ​ໃຈ​ໃສ່​ປ້ອງ​ກັນຊາ​ຍ​ແດນ,​ເຮືອນ,ສຳ ນັກງານ-ອົງການ​ພັກ-ລັດ, ຫົວ ໜ່ວຍທຸລະ​ກິດ,​ໂຮງ​ຈັກ-ໂຮງ ງານ,ຕະຫລາດ, ສູນ​ການ​ຄ້າ ​ແລະສະຖານ​ທີ່​ສຳຄັນ​ອື່ນໆຂອງ ​ພາກ​ລັດ ​ແລະ ​ເອກະ​ຊົນ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ,ມີ​ສະຕິ​ລະວັງ​ຕົວ​ສະກັດ​ກັ້ນບໍ່​ໃຫ້​ມີ​ເຫດ ການ​ບໍ່​ດີ​ເກີດ​ຂຶ້ນ​ເຊັ່ນ:ອັກຄີ​ໄພ, ການ​ກໍ່​ສຽງ​ແຕກ,ຂີ້ລັກ-ງັດ​ແງະ, ປຸ້ນ​ຈີ້-ຊີງ​ຊັບ,ການ​ກໍ່​ອາ​ລະວາ​ດຕີ​ກັນ,ສະ ກັດ​ກັ້ນບັນຫາ​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ​ຢ່າງ​ເຂັ້ມງວດ ​ແລະ ສິ່ງ​ສຳຄັນ​ອີກ​ຢ່າງ​ແມ່ນ​ໃຫ້​ຈັດຕັ້ງການ​ປ້ອງ​ກັນ​ເວນຍາມ ​ແລະ ປະຈຳການ​ຕະຫລອດ 24 ຊົ່ວ​ໂມງ ​ແລະ ຈັດຕັ້ງລະບົບ​ກວດ ກາ,ຈັດ​ສັນ​ສະຖານ​ທີ່​ຈອດ​ລົດ​ໃນ 4 ຈຸດ​ສຸມ​ຈັດ​ງານ, ປະສານ​ງານ​ຕິດຕໍ່​ພົວພັນ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ແກ້​ໄຂ​ບັນຫາ​ເກີດ​ຂຶ້ນ​ເຖິງ​ເປົ້າໝາຍ​ຕົວ​ຈິງ​ຢ່າງ​ວ່ອງ​ໄວ ​ແລະ ທັນ​ເວລາ.
       ຢູ່​ສວນ​ວັດທະນະທຳ​ບັນດາ​ເຜົ່າ​ໃຫ້​ຈັດຕັ້ງພິທີ​ປະ​ກວດ​ນາງ​ສັງຂານ​ນະຄອນຫລວງ​ວຽງ​ຈັນ, ມອບ​ໃຫ້​ພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ຮັບຜິດຊອບ​ຈັດຕັ້ງປະຕິບັດ ​ແລະ ຈັດ​ຂະ​ບວນ​ແຫ່​ນາງ​ສັງຂານ​ນະ ຄອນຫລວງ​ວຽງ​ຈັນ​ຕາມ​ແຜນ ການ​ວາງ​ອອກ ​ແລະ ​ຕະ ຫລາດ ນັດ​ຜະລິດ​ຕະພັນ​ລາວ​ໂດຍ​ໃຫ້​ເອົາ​ຜະລິດ​ຕະພັນ​ຂອງ​ຄົນ​ລາວ​ເທົ່າ​ນັ້ນ​ໄປ​ວາງ ສະ​ແດງ ​ແລະ ຂາຍ​ສິນຄ້າ ໂດຍ​ໃຫ້​ເອົາ​ຕົວ​ແທນ​ຜູ້​ປະກອບ​ການ​ທົ່ວ​ນະຄອນ ຫລວງ​ວຽງ​ຈັນ​ເຂົ້າຮ່ວມ​.ສ່ວນ​ຢູ່​ສູນ​ການ​ຄ້າ​ລາວ-​ໄອ​ເຕັກ​ໃຫ້​ຈັດຕັ້ງງານ​ວາງສະ​ແດງ ​ແລະ ຂາຍ​ສິນຄ້າ​ທົ່ວ​ໄປ​ມີ​ລັກສະນະ​ປະສົມ​ປະສານ​ຜະລິດ​ຕະພັນ​ລາວ ​ແລະ ສາກົນ ອາດ​ຈະ​ເຊີນ​ເອົາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່​ມີ​ເງື່ອນ​ໄຂ​ເຂົ້າມາ​ຮ່ວມ​ນຳ​ເຊັ່ນ:ຫວຽດ ນາມ, ຈີນ, ມຽນມາ, ກຳປູ​ເຈຍ, ​ໄທ. ສຳ ລັບ​ກິດຈະກຳ​ຢູ່​ຫາດ​ດອນ​ຈັນ​ໃຫ້​ຈັດຕັ້ງການ​ແຂ່ງຂັນ​ກິລາ​ຫາດ​ຊາຍ,ຈັດຕັ້ງການ​ຕົບ​ພະ​ທາຍ​ຕາມ​ຮີດຄອງ​ປະ​ເພນີ​ເພື່ອ​ຊຸກຍູ້​ການທ່ອງທ່ຽວ.ສ່ວນ​ຈຸດ​ຫລິ້ນນ້ຳ​ແມ່ນ​ໃຫ້​ເນັ້ນໜັກ​ຈັດ​ໃສ່​ໃນ​ເຂດ​ຄຸ້ມ​ເມືອງ​ເກົ່າ​ຂອງ​ກຸ່ມ​ວັດ​ຈັນ​ເຊື່ອ​ມຈອດ​ໃສ່​ບ້ານ​ທາດ​ຂາວ,ບ້ານ​ເພຍ​ວັດ; ​ໃຫ້​ຄອບຄົວ ​ຫລື ການຈັດຕັ້ງຢູ່​ເຂດ​ນີ້ກຳນົດ​ຈຸດ​ຫົດ​ນ້ຳ,​ເວລາ​ຄົນ​ທຽວ​ໄປ​ທຽວ​ມາ​ໃຫ້​ມີ​ຂະ​ບວນຟ້ອນ​ເຊີ້ງ ຕາມ​ຮີດຄອງ​ປະ​ເພນີ ​ເພື່ອ​ສ້າງ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ,ມີ​ຫລາຍ​ສີສັນ​ທັງ​ຫົດ​ນ້ຳ​ໃສ່​ກັນ, ທັງ​ຟ້ອນ​ເຊີ້ງ​​ໄປ​ພ້ອມ​ສະຫລັບ​ກັບ​ວັດທະນະທຳ​ຂອງ​ທ້ອງ​ຖິ່ນ ​ແລະ ການ​ຫົດ​ນ້ຳ​ໃຫ້​ດຳ​ເນີນ​ໄປ 3 ມື້ ຄື​ນັບ​ແຕ່​ວັນ​ທີ 14, 15, 16 ​ເມສາ 2013 ​ເລີ່​ມ​ແຕ່​ເວລາ 09:00 ​ໂມງ ​ເຖິງ 18:00 ​ໂມງ​ແລງ ຂອງ​ແຕ່​ລະ​ມື້.ສຳລັບ​ການຈັດບຸນ​ໃຫຍ່​ຄົບງັນ​ມ່ວນ​ຊື່ນໂ​ດຍ​ສິລະ ປະ​ດົນຕີ ຕ້ອງ​ໄດ້​ຮັບ​ອະນຸຍາດ​ຈາກ​​ເຈົ້າ​ເມືອງ​ໂດຍ​ຜ່ານ​ການຈັດ ຕັ້ງ ທີ່​ກ່ຽວຂ້ອງຕາມ​ລຳດັບ. ​ເນື້ອ​ໃນ​ການສະ​ແດງ​ຕ້ອງ​ສ່ອງ​ແສງ​ໃຫ້​ເຫັນ​ໄດ້​ລັກສະນະ​ຊາດ, ວັດທະ ນະທຳ​ອັນ​ດີງາມ​ຂອງ​ຊາດ, ວຽກດີ​ຄົນ​ເດັ່ນ, ຜົນງານ​ຫົວຄິດ​ປະດິດ​ສ້າງ​ໃໝ່​ຂອງ​ເມືອງ, ຄອບຄົວ, ບ້ານ ​ແລະ ກຸ່ມ​ບ້ານ​ພັດທະນາ.
    ​ແຈ້ງ​ການ​ດັ່ງກ່າວ​ຍັງ​ໄດ້​ລະບຸ​ເຖິງ​ຂໍ້​ຫ້າມ​ຕ່າງໆ​ທີ່​ຕ້ອງ​ເອົາ​ໃຈ​ໃສ່ ຄື​ຫ້າມ​ເດັດຂາດ​ບໍ່​ໃຫ້​ກໍ່​ສຽງ​ແຕກ​ທຸກ​ປະ​ເພດ, ບໍ່​ໃຫ້​ຈູດ​ໝາກ ກະ​ໂພ​ກ, ບັ້ງ​ໄຟ​ດ​ອກທຸກ​ຊະນິດ​ຢ່າງ​ເດັດຂາດ, ບໍ່​ໃຫ້​ຈັດ​ບຸນ​ໃສ່​ສະຖານ​ທີ່​ກີດຂວາງ​ການ​ສັນ ຈອນ​ໄປມາ​ຂອງ​ລົດ ​ແລະ ຄົນ; ຫ້າມ​ບໍ່​ໃຫ້​ຂັບ​ລົດ​ໃນ​ເວລາ​ມຶນ​ເມົາ ​ແລະ ຖ້າ​ຂີ່​ລົດຈັກ​ຕ້ອງ​ໃສ່​ໝວກ​ກັນ​ກະທົບ (ຜູ້​ລະ​ເມີດ​ຈະ​ຖືກ​ດຳ​ເນີນ​ຕາມ​ລະບຽບ​ກົດ ໝາຍຈະລາຈອນ) ປະຕິບັດ​ຕາມ​ກົດ​ຈະລາຈອນ, ກົດໝາຍ​ທາງ​ຫລວງ​ຢ່າງ​ເຄັ່ງ​ຄັດ; ຫ້າມ​ບໍ່​ໃຫ້​ໃຊ້​ນ້ຳສີ, ຄັນ​ຄາຍ ​ແລະ ນ້ຳ​ເປິ​ເປື້ອນຫົດ​ໃສ່​ກັນ; ຫ້າມ​ສາດ​ນ້ຳ ​ແລະ ​ໃຊ້​ຖົງ​ຢາງ ຫລື ​ເຄື່ອງ​ສີດ​ນ້ຳທີ່​ມີ​ຄວາມດັນ​ແຮງ​ໃສ່​ຜູ້​ຂັບ​ຂີ່ ​ແລະ ຜູ້​ສັນ ຈອນ​ຕາມ​ທ້ອງ​ຖະ ໜົນ; ຫ້າມ​ບໍ່​ໃຫ້​ເອົາ​ນ້ຳກ້ອນ ຫລື ຮ່າຍ​ນ້ຳ​ໃສ່​ຖົງ​ຢາງ​ແກ່ງ​ໃສ່​ລົດ ຫລື ​ໃສ່​ຄົນ​ໄປມາ; ຫ້າມ​ບໍ່​ໃຫ້​ນຸ່ງ​ເຄື່ອງ​ຍົ້ວຍວນ, ​ສັ້ນ​ເຂີນ​ເຂົ້າວັດ​ສົງ​ພະ ​ແລະ ສະຖານ​ທີ່​ຊຸມ​ຊົນ​ຕ່າງໆ; ຫ້າມ​ບໍ່​ໃຫ້​ສວຍ​ໂອກາດ​ຫລິ້ນການ​ພະນັນ​ທຸກ​ປະ​ເພດ ​ແລະ ຫ້າມ​ບໍ່​ໃຫ້​ຫລິ້ນທ່ຽວ​ແບບ​ລາມົກ​ອານາ​ຈານ​ຢ່າງ​ເດັດຂາດ.

No comments:

Post a Comment