Ad

Ad

27 June 2013

ທ່ານລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາເນັ້ນບາງບັນຫາຕໍ່ກອງປະຊຸມຜູ້ບໍລິການສຶກສາ ແລະ ກິລາທົ່ວປະເທດປະຈຳປີ 2013



         ກອງປະຊຸມຜູ້ບໍລິຫານ ການ ສຶກສາ ແລະ ກິລາທົ່ວປະເທດ ປະ ຈຳປີ 2013 ໄດ້ດຳເນີນມາ ດ້ວຍ ຄວາມເຄັ່ງ ຮ້ອນ ແຕ່ວັນທີ 24 -26 ມິຖຸນາ 2013, ຢູ່ທ່ີແຂວງຫົວພັນ ພາຍໃຕ້ການເປັນປະ ທານຂອງ ທ່ານ ດຣ. ພັນຄຳ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິ ການ ແລະ ກິລາ, ທ່ານ ຄຳຮຸ່ງ  ເຮືອງ ວົງສີ ເຈົ້າແຂວງໆຫົວພັນ, ມີບັນດາເຈົ້າແຂວງ, ລັດຖະມົນຕີຊ່ວຍວ່າການ  ແລະ ອະທິການບໍດີທີ່ມາຈາກມະຫາວິທະຍາໄລຕ່າງໆທັງພາກລັດ-ເອກະຊົນ, ພ້ອມດ້ວຍຫົວໜ້າ ພະແນກສຶກສາທິການເຂົ້າຮ່ວມ ຫລາຍຮ້ອຍຄົນ.           
           ໃນໂອກາດນີ້ ທ່ານລັດຖະມົນຕີວ່າການກະຊວງສຶກສາທິ ການ ແລະ ກິລາ ໄດ້ກ່າວສະ ຫລຸບ ສັງລວມການດຳເນີນກອງປະຊຸມຄັ້ງນີ້ ໂດຍໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດ ແຜນພັດ ທະນາການ ສຶກສາ ແລະ ກິລາສົກຮຽນ 2012-2013 ໄດ້ມີຜົນສຳເລັດໃນລະດັບທີ່ແນ່ນອນ ແລະ ມີ ການປ່ຽນແປງ ດີຂຶ້ນເມື່ອທຽບໃສ່ປີຜ່ານມາແທດເໝາະ ແລະ ກົມກຽວກັນດີຂຶ້ນກວ່າເກົ່າອັນ ໃໝ່ທີ່ ພົ້ນເດັ່ນໃນປີຜ່ານມາ ແມ່ນ ເຮັດໃຫ້ວຽກງານການສຶກສາໄດ້ເລີ່ມເຂົ້າສູ່ຄຸນນະພາບໃໝ່ການສຶກສາ ແຫ່ງຊາດຂອງແຕ່ລະຊັ້ນ, ແຕ່ລະສາຍ. ສຳລັບວຽກງານກິລາ-ກາຍະກຳກໍໄດ້ປັບປຸງ, ປ່ຽນ ແປງລະບຽບການ ແລະ ຫັນປ່ຽນວິທີການຈັດການແຂ່ງ ຂັນກິລາລະດັບຕ່າງໆ. ລະບົບການຈັດການ, ການບໍລິຫານຄຸ້ມຄອງການສຶກສາ ແລະ ກິລາໄດ້ຫັນເຂົ້າສູ່ລະບຽບຫລັກການທີ່ມີລັກສະນະຮັດກຸມຂຶ້ນ ກວ່າເກົ່າ, ນອກນີ້ ທ່ານຍັງໄດ້ເນັ້ນຕື່ມ ບາງ ບັນຫາ ຄື: ການບັນລຸເປົ້າໝາຍສະຫັດ ສະວັດດ້ານການພັດທະນາ ໃນປີ  2015 ຊຶ່ງມີບາງຕົວຊີ້ ບອກຍັງ ເປັນສິ່ງທ້າທາຍເຊັ່ນ: ອັດຕາການລອດເຫລືອຂອງນັກຮຽນຊັ້ນປະຖົມເລີ່ມເຂົ້າຮຽນແຕ່ ປ.1 ຮຽນ ຮອດ ຊັ້ນ ປ.5 ບັນລຸພຽງແຕ່ 73,3% ຍັງ
21,7% ຈຶ່ງຈະບັນລຸ ເປົ້າໝາຍ, ປັດຈຸບັນທົ່ວປະເທດ ຍັງມີ 14 ເມືອງ ຢູ່ 7 ແຂວງຄື ແຂວງ ຜົ້ງສາລີ, ແຂວງວຽງຈັນ, ແຂວງຄຳມ່ວນ, ສະຫວັນນະ ເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ບໍ່ທັນໄດ້ປະກາດຈົບຊັ້ນປະຖົມບຳລຸງທົ່ວເມືອງ, ກ່ຽວກັບບັນຫາການຄຸ້ມຄອງ ແລະ ນຳໃຊ້ ຄູ-ອາຈານ ສອນ ໂດຍສະເພາະແມ່ນບັນຫາເຫລືອບໍ່ພໍ, ວິທີການ ແລະ ມາດຕະການແກ້ໄຂ ກ່ອນອື່ນໝົດຕ້ອງເກັບກຳຂໍ້ມູນອັດຕາສ່ວນຄູສອນຕໍ່ນັກຮຽນ, ສັບຊ້ອນຈັດສັນບ່ອນປະຈຳການຂອງຄູ ສອນໃຫ້ໄປຕາມດຳລັດ 177 ຂອງ ລັດຖະບານໃຫ້ແທດເໝາະ ແລະ ໄປຕາມລະບຽບການ, ກ່ຽວກັບ ການ ຈັດຕັ້ງປະຕິບັດການປະຕິຮູບການສຶກສາແຫ່ງຊາດໄລຍະ 2 ໂດຍສະເພາະແມ່ນການປະຕິຮູບສາຍ ອາຊີວະສຶກສາ, ການສຶກສາຊັ້ນສູງນັບທັງສາຍ ສ້າງຄູທັງພາກລັດ ແລະ ພາກເອກະຊົນໃຫ້ມີຄຸນນະພາບຕາ ມາດຖານຮັບປະກັນຄຸນນະພາບການສຶກສາແຫ່ງຊາດ, ສຳລັບການພັດທະນາວຽກງານ ກາຍະກຳທີ່ບໍ່ທັນ ຕິດພັນກັບການພັດທະນາຊັບພະຍາກອນມະນຸດກໍຄວນໃຫ້ມີການປັບປຸງຄືນແຜນຍຸດທະສາດ ໂດຍຜັນ ຂະຫຍາຍເອົາວຽກ ງານກິລາ-ກາຍະກຳໃຫ້ເຂົ້າເຖິງໂຮງຮຽນທຸກລະດັບທັງພາກລັດ ແລະ ເອກະຊົນເຂົ້າ ເຖິງຊຸມຊົນໃນທຸກລະດັບຊຶ່ງຈະໄດ້ກຳນົດ ມາດຕະຖານທາງດ້ານ ຄຸນສົມບັດກ່ຽວກັບນ້ຳໃຈຄວາມເປັນ ນັກກິລາ, ຂອງຄູເຝິກ, ຂອງກຳມະການຕັດສິນ.        
        ທ່ານຍັງໄດ້ກ່າວຕື່ມອີກວ່າ: ເພື່ອໃຫ້ຜູ້ບໍລິຫານການສຶກສາ ໄດ້ເອົາໃຈໃສ່ນຳພາຈັດຕັ້ງປະຕິ ບັດ ຊຶ່ງໄລຍະນີ້ກໍໄດ້ມີການຈັດຕັ້ງສອບ ເສັງຈົບ ຊັ້ນມັດທະຍົມຕອນປາຍທີ່ກຳລັງດຳເນີນຢູ່ນີ້ ໃຫ້ເອົາໃຈໃສ່ກະກຽມ ແລະ ຈັດຕັ້ງສອບເສັງເຂົ້າຮຽນສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງນັບ ທັງສາຍສ້າງຄູໃຫ້ໄປຕາມລະບຽບຫລັກການ, ມີຄວາມຍຸຕິທຳ, ມີຄວາມປອດໄສ, ໃຫ້ຖືເປັນບັນຫາສຳຄັນໃນການປະຕິບັດ ແຜນແບ່ງປັນນັກຮຽນ, ພະນັກງານເຂົ້າຮຽນໃນສົກຮຽນ 2013- 2014 ໃຫ້ມີຜົນສຳເລັດ ແລະ ເກີດດອກ ອອກຜົນຕົວຈິງ.

No comments:

Post a Comment