Ad

Ad

23 July 2013

ຫນຶ່ງປີຜ່ານມາມີຄະດີເຂົ້າມາສານປະຊາຊົນເກືອບ 8 ພັນເລື່ອງ



        ໃນສົກປີ 2012-2013 ເລີ່ມ ແຕ່ເດືອນມີນາ 2012 ຫາ ເດືອນ ມີນາ 2013 ຄະດີທີ່ເຂົ້າມາສານ ປະຊາຊົນສູງສຸດ ທັງ ໝົດ 7.700 ກວ່າເລື່ອງທຽບໃສ່ປີຜ່ານມາ ຫລຸດລົງ 509 ເລື່ອງ, ໃນນີ້ ເຂົ້າ ມາສານປະຊາຊົນເຂດ 3.100 ກວ່າເລື່ອງ, ສານ ປະຊາຊົນ ແຂວງ, ນະຄອນຫລວງ 3.400  ກວ່າເລື່ອງ ແລະ ສານປະຊາຊົນ ສູງສຸດ 290 ເລື່ອງ, ສະເລ່ຍໃສ່ຜູ້ພິພາກສາ ແລ້ວ ເຫັນວ່າຢູ່ສານປະຊາຊົນເຂດຜູ້ໜຶ່ງໄດ້ຮັບຄະດີ 37 ເລື່ອງຕໍ່ຄົນຕໍ່ໍ່ປີ, ສານປະຊາຊົນແຂວງ, ນະຄອນຫລວງ 32 ເລື່ອງຕໍ່ ຄົນຕໍ່ປີ, ສານປະຊາຊົນພາກ 31 ເລື່ອງ ຕໍ່ຄົນຕໍ່ປີ ແລະ ສານປະຊາຊົນສູງສຸດ 32 ເລື່ອງຕໍ່ຄົນຕໍ່ປີ.
           ທ່ານ ສົມບູນ ສິດທິກຸມ ມານຮອງປະທານສານປະຊາຊົນສູງສຸດໃຫ້ຮູ້ວ່າ:ຜ່ານການຈັດຕັ້ງປະຕິບັດ, ຕິດຕາມກວດ ກາ ແລະ ປະເມີນຜົນການປະຕິບັດໜ້າທີ່ຂອງຜູ້ພິພາກສາໃນການປະກອບຂໍ້ມູນຫລັກຖານ ແລະ ການກວດກາຊັ່ງຊາຕີລາຄາ ຫລັກຖານມີການພັດທະນາດີຂຶ້ນເປັນກ້າວໆໂດຍເຫັນໄດ້ຈາກຕົວ ເລກສະຖິຕິສະຖິຕິການພິຈາລະນາຕັດສິນຄະດີໃນສົກປີ 2013- 2013 ເຫັນວ່າຄູ່ຄວາມມີຄວາມ ພໍໃຈຕໍ່ການຕັດສິນຂອງສານດີ ຂຶ້ນຕາມລຳດັບເຊິ່ງສະແດງອອກຄື: ສານປະຊາຊົນ ເຂດໄດ້ ຕັດສິນຄະດີຂັ້ນຕົ້ນທັງໝົດ 2.982 ເລື່ອງ, ພາຍຫລັງຕັດສິນໄປແລ້ວ ຄູ່ຄວາມເຫັນດີນຳໄປຈັດຕັ້ງປະຕິບັດຈຳນວນ
2.418 ເລື່ອງ, ຄູ່ຄວາມໄດ້ຂໍອຸທອນຈຳນວນ 564 ເລື່ອງ, ສານຂັ້ນອຸທອນໄດ້ພິ ພາກສາໄປແລ້ວ 546 ເລື່ອງ, ຜົນຂອງການພິ ພາກສາແມ່ນເຫັນດີ ແລະ ຢັ້ງຢືນເອົາຕາມຄຳຕັດສິນຂອງສານເຂດຂັ້ນຕົ້ນ 406 ເລື່ອງ. ພາຍຫລັງທີ່ສານປະຊາຊົນແຂວງ, ນະ ຄອນຫລວງໄດ້ພິພາກສາແລ້ວຄູ່ຄວາມຂໍລຶບລ້າງມາຍັງສານປະຊາຊົນພາກຈຳນວນ 206 ເລື່ອງ, ໄດ້ພິພາກສາແລ້ວ 198 ເລື່ອງ.
          ສະເພາະສານປະຊາຊົນແຂວງ, ນະຄອນຫລວງ ແລະ ສານທະຫານພາກໄດ້ຕັດສິນຄະດີຂັ້ນຕົ້ນທັງໝົດ 2.414 ເລື່ອງ, ພາຍຫລັງຕັດສິນແລ້ວຄູ່ຄວາມເຫັນດີໄປຈັດຕັ້ງປະຕິບັດຈຳນວນ 1.926 ເລື່ອງ, ຄູ່ຄວມຂໍອຸທອນມາຍັງສານປະຊາ ຊົນພາກ 488 ເລື່ອງ, ຄະດີຍັງຄ້າງຢູ່ສານປະຊາຊົນພາກ 100 ເລື່ອງ, ສານປະຊາຊົນພາກ ແລະ ສານທະຫານຂັ້ນສູງພິພາກ ສາແລ້ວ 491 ເລື່ອງ, ຜົນຂອງການພິພາກສາແມ່ນເຫັນດີ ແລະ ຢັ້ງຢືນເອົາຕາມຄຳຕັດສິນຂອງສານເຂດຂັ້ນຕົ້ນ 396 ເລື່ອງ, ຄູ່ຄວາມໄດ້ຂໍລົບລ້າງມາຍັງສານປະຊາຊົນ ສູງສຸດ 298 ເລື່ອງບວກກັບຄະ ດີຄ້າງມາໃນປີກ່ອນຈຳນວນ 85 ເລື່ອງລວມທັງ ໝົດ 383 ເລື່ອງ, ພິພາກສາແລ້ວ 291 ເລື່ອງ, ຜົນຂອງການພິພາກສາແມ່ນເຫັນດີ ແລະ ຢັ້ງຢືນເອົາຕາມຄຳພິພາກສາຂອງ ສານປະຊາຊົນພາກ ແລະ ສານທະຫານຂັ້ນສູງຈຳນວນ 240 ເລື່ອງ.

No comments:

Post a Comment