Ad

Ad

23 July 2013

ວັດທະນະທຳ ແລະ ວິຖີຊີວິດ ( ຄໍລຳ ແລກປ່ຽນຄຳເຫັນ )



     ວັດທະນະທຳ ແລະ ວິຖີຊີວິດທີ່ຈົບງາມຂອງທ້ອງຖິ່ນພວມຖືກ ກືນກິນໂດຍເຕັກໂນໂລຊີ ທີ່ເອີ້ນ ໂດຍທົ່ວໄປວ່າ: ຄວາມທັນສະໄໝ ແລະ ຄວາມບໍ່ມີພົມແດນ.
    ການປ່ຽນແປງຈາກສິ່ງໜຶ່ງສູ່ ອີກສິ່ງໜຶ່ງທີ່ຂາດການກັ່ນກອງ ແລະ ຂາດການຄັດເລືອກນັ້ນ ມັນຈະສົ່ງຜົນກະທົບຢ່າງໜັກ ໜ່ວງໃສ່ຮູບແບບວິຖີຊີວິດຂອງ ຄົນຍຸກໃໝ່ ເຮັດໃຫ້ສິ່ງທີ່ດີງາມ ໃນອະດີດລົບຫາຍໄປຢ່າງໄວວາ. ຄຸນຄ່າຄວາມດີງາມແຕ່ ເກົ່າກ່ອນ ຈະຖືກແທນທີ່ໂດຍອັນໃໝ່ ຄຸນຄ່າ ໃໝ່ທີ່ເອີ້ນວ່າ: ຄວາມທັນສະໄໝ. ບັນຫາເກີດຂຶ້ນແນ່ນອນ ຍ້ອນມັນ ມີຊ່ອງ ຫວ່າງລະຫວ່າງຄົນຮຸ່ນໜຸ່ມກັບຜູ້ເຖົ້າ, ຜູ້ເຖົ້າຈະຖືກຕຳນິຈາກຄົນຮຸ່ນໜຸ່ມວ່າ: ຫົວບູຮານ, ໄວໜຸ່ມຈະເອີ້ນຕົນເອງວ່າ: ຄົນ ຮຸ່ນໃໝ່ຄົນທັນສະໄໝຍຸກໄຮເທັກ.
     ເຮົາຈະເຫັນວ່າ: ຄວາມຈະເລີນທາງສັງຄົມ ແລະ ຄວາມຈະເລີນທາງເຕັກໂນໂລຊີມີການປ່ຽນແປງຢ່າງວ່ອງໄວນີ້ຄືສັດຕູ ທາງວັດທະນະທຳເຊິ່ງມີຜົນຕໍ່ການປ່ຽນແປງວິຖີຊີວິດ.
     ວັດທະນະທຳ ແລະ ປະເພນີບາງຢ່າງໃນທ້ອງຖິ່ນເລີ່ມສູນຫາຍໄປ, ຖືກດັດແປງໃຫ້ເຂົ້າກັບສະພາບປັດຈຸບັນວິຖີຊີວິດກໍ ເລີ່ມມີການປ່ຽນແປງເປັນທຸລະກິດຫລາຍຂຶ້ນເພື່ອເປັນການຕອບສະໜອງຄວາມຕ້ອງການທາງສັງຄົມ.

    ເມື່ອມີໂອກາດໄດ້ໄປທ້ອງຖິ່ນ ກໍເລີຍມີຄວາມວິຕົກກັງວົນ ຢ້ານສິ່ງດີໆທີ່ເຄີຍໄດ້ພົບເຫັນຈະສູນຫາຍໄປ, ອາຄານ, ບ້ານ ເຮືອນບ່ອນຢູ່ອາໄສ, ເຄື່ອງນຸ່ງຫົ່ມ, ເຄື່ອງປະດັບຕົບແຕ່ງຕະຫລອດຮອດເຄື່ອງໃຊ້ໄມ້ສອຍທີ່ເປັນແບບເປັນຢ່າງຂອງຊາວບ້ານ ເລີ່ມປ່ຽນແທນໂດຍເຄື່ອງໃຊ້ໄຟຟ້າທັນສະໄໝທີ່ຍັງເນັ້ນເອົາໃຈຜູ້ຊື້ຫລາຍຂຶ້ນໂດຍການບໍລິການແບບວ່ອງໄວເຖິງຫົວຂັ້ນໄດ ເຮືອນ.
    ການສູນເສຍຄວາມເປັນທ້ອງຖິ່ນໃນກະແສການພັດທະນາມາ ແຮງ, ສູນເສຍວັດທະນະທຳທີ່ ປັນເອກະລັກ ແລະ ປະເພນີ ອັນດີງາມນີ້ ກໍຍ້ອນວ່າໃນຜ່ານມາພວກເຮົາຍັງຖືເບົາຕໍ່ການອະນຸລັກ, ສົ່ງເສີມສິ່ງດີງາມດັ່ງກ່າວ.
     ຍ້ອນເຫັນໄດ້ແນວນັ້ນ, ລັດຖະບານຈຶ່ງໄດ້ວາງແນວທາງສົ່ງເສີມວັດທະນະທຳອັນດີງາມຂອງຊາດຄືວັດທະນະທຳດັ້ງເດີມ ແລະ ປະເພນີອັນເປັນເອກະລັກຂອງຊົນເຜົ່າຕ່າງໆຈະຕ້ອງໄດ້ເອົາໃຈໃສ່ສຶກສາຄົ້ນຄວ້າ ແລະ ມີການຄັດເລືອກ, ສະກັດກັ້ນວັດ ທະນະທຳທີ່ບໍ່ດີຈາກພາຍນອກ, ສົ່ງເສີມສິລະປະວັນນະຄະດີ ແລະ ຄວາມສາມາດຂອງຄົນໃນການປະດິດຄິດແຕ່ງ, ຈຳກັດ ຄວາມເຫັນແກ່ເງິນໂດຍບໍ່ຄຳນຶງເຖິງແນວທາງນະໂຍບາຍຂອງພັກ ແລະ ວັດທະນະທຳອັນດີງາມຂອງຊາດໂດຍຈະຫັນເອົາ ເນື້ອໃນເຂົ້າໃນຫລັກສູດການສຶກສາ, ຟື້ນຟູບູລະນະບູຮານສະຖານ ແລະ ສະຖານທີ່ສຳຄັນທາງປະຫວັດສາດເປັນແຫລ່ງ ຄວາມຮູ້ ແລະ ທ່ອງທ່ຽວ, ສົ່ງເສີມທຸລະກິດ, ຜະລິດຕະພັນສິລະປະວັດທະນະທຳ ແລະ ວັນນະຄະດີເພື່ອສັງຄົມ ແລະ ການພັດທະນາ.
    ການກຳນົດທິດທາງແນວນີ້ ກໍເພື່ອເປັນການສະກັດກັ້ນວັດທະນະທຳທີ່ບໍ່ດີ ແລະ ສົ່ງເສີມວັດທະນະທຳອັນດີງາມຂອງລາວ ໃຫ້ຍືນຍົງ, ແຕ່ສິ່ງທີ່ໜ້າເປັນຫ່ວງຫລາຍທີ່ສຸດປາກົດວ່າພາກສ່ວນທີ່ມີໜ້າທີ່ຮັບຜິດຊອບໂດຍກົງຍັງມິດງຽບບໍ່ເອົາໃຈໃສ່ເທົ່າ ທີ່ຄວນ, ບາງຄົນຍັງປ່ອຍປະລະເລີຍບັນຫານີ້ໃຫ້ເປັນໄປຕາມເວນຕາມກຳ, ມາຮອດເວລານີ້ ເຮົາຄວນຄິດກັນໃຫ້ດີວ່າ: ການ ປົກປ້ອງວັດທະນະທຳອັນດີງາມຂອງຊາດຍ່ອມຈະດີກວ່າປ່ອຍໃຫ້ມັນສູນເສຍໄປຢ່າງບໍ່ອາໄລໄຍດີ.

No comments:

Post a Comment