Ad

Ad

6 August 2013

ຂົວຂ້າມນ້ຳຂອງ ຫ້ວຍຊາຍ-ຊຽງຂອງ ພ້ອມເປີດນຳໃຊ້ໃນເດືອນຕຸລາ 2013 ນີ້



      ໃນ​ວັນທີ 1 ສິງຫານີ້,  ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ຂອງລາວ ​ໄດ້​ນຳ ພາ​ຄະນະ​ຜູ້​ແທນ​ລັດຖະບານຈາກ ຣາຊະ​ອານາຈັກໄທ, ມຽນມາ ແລະ ຣາຊະ​ອານາຈັກກໍາປູເຈຍ ເດີນທາງຢ້ຽມຢາມແຂວງ​ບໍ່​ແກ້ວ ເພື່ອຕິດຕາມກວດກາຄວາມຄືບ ໜ້າການກໍ່ສ້າງຂົວຂ້າມແມ່ນໍ້າ ຂອງມິດຕະພາບ ແຫ່ງທີ 4 ລະ ຫ່ວາງຫ້ວຍຊາຍ ແຂວງບໍ່ແກ້ວ ສປປ ລາວ ກັບອໍາເພີຊຽງຂອງ ແຂວງຊຽງຣາຍ ປະເທດໄທ ໂດຍ​​ໄດ້​ຮັບ​ການຕ້ອນຮັບຈາກ ທ່ານ ຄໍາໝັ້ນ ສູນວິເລີດ ເຈົ້າແຂວງບໍ່ແກ້ວ ແລະ ພາກສ່ວນ​ກ່ຽວຂ້ອງ.
       ການຢ້ຽມຢາມເທື່ອນີ້, ຄະນະຜູ້ແທນດັ່ງກ່າວໄດ້ທ່ຽວຊົມ ສະຖານ​ທີ່​ຕ່າງໆ​ຂອງ​ໂຄງການ ເປັນຕົ້ນ​ໂຄງການ​ກໍ່ສ້າງ​ຂົວ​ຫ້ວຍ​ຊາຍ-ຊຽງ​ຂອງ, ​ໂຄງການກໍ່ ສ້າງ​ສະໜາມກ໊ອບ ​ແລະ ​ໂຄງ ການ​ກໍ່ສ້າງ​ຫໍ​ຫລັກ​ເມືອງ ​ແຂວງ​ບໍ່​ແກ້ວ. ພ້ອມ​ທັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການ​ໂດຍ​ຫຍໍ້ ຈາກ​ຄະນະ​ຮັບຜິດຊອບໂຄງການ ເຊິ່ງ​ມາ​ຮອດ​ປັດຈຸ​ບັນ ​ໂຄງການ​ກໍ່ສ້າງ​ຂົວ​ດັ່ງກ່າວ​ໄດ້​ດຳ​ເນີນ​ກໍ່ ສ້າງສຳ​ເລັດ​ແລ້ວ 94% ຂອງ​ໜ້າ​ວຽກ ​ແລະ ​ໂອກາດ​ດຽວ​ກັນນີ້, ທ່ານ ສົມມາດ ພົນເສນາ ກໍ​ໄດ້​ຕີ​ລາຄາ​ສູງ ​ແລະ ໃຫ້ ທິດຊີ້ນໍາແກ່ບໍລິສັດຮັບເໝົາກໍ່ສ້າງໃຫ້ເລັ່ງລັດ​ສຶບຕໍ່​ດຳ​ເນີນ​ການກໍ່ສ້າງ ເພື່ອໃຫ້ສໍາເລັດຕາມກຳນົດ​ເວລາ​ ແລະ ໃຫ້ໄດ້ເປີດການ ນໍາໃຊ້ຕາມ​ທີ່​ກຳນົດ​ໄວ້.

No comments:

Post a Comment