Ad

Ad

19 August 2013

ມອບລາງວັນໃຫ້ບໍລິສັດ ແລະ ຜູ້ປະກອບການດີເດັ່ນຂອງລາວ, ຫວຽດນາມ ແລະ ກຳປູເຈຍ ປະຈຳປີ 2013



           ພິທີມອບລາງວັນ “ ເພື່ອການພັດທະນາປະຊາຄົມອາຊຽນ, ຜູ້ບໍລິຫານດີ ເດັ່ນໃນຍຸກແຫ່ງການປ່ຽນແປງໃໝ່, ເຄື່ອງ ໝາຍການຄ້າທີ່ມີຊື່ສຽງຂອງອາຊຽນ ” ລາວ, ຫວຽດນາມ ແລະ ກຳປູເຈຍ ປະຈຳປີ 2013 ໄດ້ຈັດຂຶ້ນໃນຕອນຄ່ຳຂອງວັນທີ 17 ສິງຫາ 2013 ຢູ່ໂຮງແຮມດອນຈັນ ພາເລັດ ນະຄອນຫຼວງວຽງຈັນ ໂດຍການເປັນ ກຽດເຂົ້າຮ່ວມຂອງທ່າ ນາງ ຍອດແກ້ວ ມະນີສຸພານຸວົງ ຮອງຫົວໜ້າຫ້ອງວ່າການ ສູນກາງພັກ, ທ່ານ ຫງວຽນ ດຶກກຽນ ອະດີດຮອງປະທານສະພາແຫ່ງຊາດ ສສ ຫວຽດນາມ, ທ່ານ ຫງວຽນວຽນຕຽນ ລັດ ຖະມົນຕີຊ່ວຍວ່າການກະຊວງສາທາລະນາສຸກ ສສ ຫວຽດນາມ ຕະຫຼອດຮອດບໍລິສັດ, ຫົວໜ່ວຍທຸລະກິດຕ່າງໆເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ.
       ລາງວັນອັນຊົງກຽດນີ້ມອບໃຫ້ສະເພາະແຕ່ບັນດາບໍລິສັດ ແລະ ຜູ້ປະກອບການທີ່ດີເດັ່ນໃນການດຳເນີນທຸລະກິດ ແລະ ສາມາດເປັນແບບຢ່າງໃຫ້ແກ່ບໍລິສັດ ແລະ ຫົວໜ່ວຍທຸລະກິດອື່ນໆໄດ້ ແລະ ສຳລັບໃນປີນີ້ ມີທັງໝົດ 137 ບໍລິສັດ ຈາກ
ລາວ, ສສ ຫວຽດນາມ ແລະ ກຳປູເຈຍ ເຊິ່ງສ່ວນໃຫຍ່ແລ້ວ ແມ່ນບັນດາວິສາຫະກິດ ແລະ ບໍລິສັດຈາກຫວຽດນາມ ທີ່ໄດ້ຮັບ ລາງວັນໃນຄັ້ງນີ້ ໂດຍຜ່ານການຄັດເລືອກ ແລະ ຮັບຮອງຈາກອົງການຊີ້ນຳ ແລະ ຢັ້ງຢືນລາງວັນ, ກະຊວງຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ, ກະຊວງອຸດສາຫະກຳ ແລະ ການຄ້າແຫ່ງ ສປປ ລາວ, ສະຫະພັນສະຫະກອນ ສສ ຫວຽດນາມ, ສະຫະພັນບັນດາສະມາຄົມວິທະຍາສາດແລະເຕັກໂນໂລຊີ ສສ ຫວຽດນາມ, ສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ຂອງ ສສ ຫວຽດນາມ, ວິສາຫະກິດຂະໜາດກາງ ແລະ ນ້ອຍຂະແໜງຊົນນະບົດຂອງ ສສ ຫວຽດນາມ ເພື່ອຢັ້ງ ຢືນເຖິງຄຸນ ນະພາບ ແລະ ປະສິດທິຜົນໃນການບໍລິຫານຂອງບໍລິສັດ ແລະ ຫົວໜ່ວຍທຸລະກິດຕ່າງໆຕະຫຼອດໄລຍະຜ່ານມາເຊິ່ງມີຫຼາຍ ບໍລິສັດໄດ້ຕັ້ງໜ້າຄົ້ນຄວ້າ, ຜະລິດສິນຄ້າ ແລະ ການບໍລິການທີ່ມີຄຸນນະພາບ, ມາດຕະຖານ ແລະ ຮັບໃຊ້ສັງຄົມທັງສາມາດ ຊ່ວຍຍູ້ແຮງໃຫ້ເສດຖະກິດຂອງປະເທດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ. ພ້ອມນັ້ນ ຍັງເປັນການສ້າງຄວາມກົມ ກຽວກັນໃນດ້ານການຄ້າ ແລະ ການລົງທຶນລະຫວ່າງສາມປະເທດລາວ, ຫວຽດນາມ ແລະ ກຳປູເຈຍໃນໂອກາດທີ່ບັນດາ ປະເທດຈະກ້າວເຂົ້າສູ່ປະຊາຄົມເສດຖະກິດອາຊຽນໃນປີ 2015 ໃຫ້ໄດ້ຮັບຜົນດີ.

No comments:

Post a Comment