Ad

Ad

19 August 2013

ລາວ-ອາເມລິກາຫາລືການຊອກຫາສິ່ງເສດເຫລືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ



               ກອງປະຊຸມປຶກສາຫາລື ດ້ານເຕັກນິກ-ວິຊາການລາວ- ອາ ເມລິກາ ກ່ຽວກັບການຊອກຫາ ສິ່ງເສດເຫລືອຂອງ ທະຫານອາເມລິກາທີ່ຫາຍສາບສູນ ໃນປາງ ສົງຄາມ ຢູ່ ສປປ ລາວ ຄັ້ງທີ 2 ປະຈຳປີ 2013ໄດ້ຈັດຂຶ້ນໃນວັນທີ 16 ສິງຫາ 2013 ຢູ່ໂຮງແຮມລາວ ພລາຊາ ນະຄອນຫຼວງວຽງຈັນ. ຄະນະຜູ້ແທນລາວ ນຳໂດຍທ່ານ ສຸທຳ ສາກົນນິຍົມ ຫົວໜ້າກົມເອີ ຣົບ-ອາເມລິກາ,ກະຊວງການ ຕ່າງ ປະເທດ ແລະ ຄະນະຜູ້ແທນ ອາເມລິກາ ນຳໂດຍທ່ານ ພົນໂທ ເຄັນລີ ແມກຄີກ ຜູ້ບັນຊາກ ານທະຫານບົກເຂດປາຊີຟິກ ປະຈຳຮາ ວາຍ ແລະ ທ່ານ ໂປນ ໂອ ເມເຍີ ອຸປະທູດຊົ່ວຄາວ ສະຫະລັດອາເມ ລິກາ ປະຈຳ ສປປ ລາວ.                     
             ໃນກອງປະຊຸມຄັ້ງນີ້ ທັງ ສອງຝ່າຍໄດ້ທົບທວນຄືນການປະ ຕິບັດແຜນການຮ່ວມມືໄລຍະ 6 ເດືອນຜ່ານມາຂອງ ສົກປີ 2012- 2013 ກ່ຽວກັບການສຳຫລວດ, ຂຸດຄົ້ນຊອກຫາສິ່ງເສດເຫລືອ ຂອງທະຫານອາເມລິກາ ທີ່ຫາຍສາບສູນໃນ
ປາງສົງຄາມຢູ່ ລາວ ແລະ ໄດ້ປຶກສາຫາລືກັນ ໃນ ການວາງແຜນການປະຕິບັດ ງານລະອຽດໃນຕໍ່ໜ້າຂອງສົກປີ 2013-2014. ນອກຈາກນັ້ນ ຍັງໄດ້ຕົກລົງຮ່ວມກັນສືບຕໍ່ເພີ່ມທະ ວີການຮ່ວມມືກັນໂດຍສະເພາະດ້ານການຊ່ວຍເຫລືອດ້ານມະນຸດສະ ທຳໃຫ້ແກ່ທ້ອງຖິ່ນທີ່ມີການປະຕິບັດໂຄງການ.ຝ່າຍ ລາວໄດ້ຢືນຢັນຄືນທີ່ຈະສືບຕໍ່ໃຫ້ການຮ່ວມມືກັບອາເມລິກາໃນວຽກ ງານດັ່ງກ່າວນີ້ບົນຈິດໃຈແຫ່ງແນວທາງນະໂຍບາຍມະນຸດ ສະທຳແລະຕາມເງື່ອນໄຂຄວາມສາມາດຕົວຈິງຂອງຕົນ. ສ່ວນ ຝ່າຍອາເມລິກາກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫລືອ ຂອງລັດຖະ ບານລາວກໍຄື ປະຊາຊົນ, ອຳ ນາດການປົກຄອງທ້ອງຖິ່ນຂອງລາວ ໃນການຮ່ວມມືດ້ານມະນຸດ ສະ ທຳດັ່ງກ່າວນີ້ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ:ຈະປະ ກອບສ່ວນ ຊ່ວຍເຫລືອດ້ານມະນຸດສະທຳໃຫ້ແກ່ປະຊາຊົນທ້ອງຖິ່ນກໍຄື ລັດຖະບານລາວສຸດຄວາມສາມາດຂອງຕົນເພື່ອ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ-ອາເມລິກາມີບັນຍາກາດນັບມື້ນັບດີຂຶ້ນ ແລະ ເພື່ອຜົນປະໂຫຍດເຊິ່ງ ກັນ ແລະ ກັນຫລາຍຂຶ້ນໃນອະນາຄົດ.                
        ການຮ່ວມມືສຳຫລວດ ແລະ ຂຸດຄົ້ນຊອກຫາສິ່ງເສດເຫລືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມ ຢູ່ລາວ ໄດ້ດຳເນີນມາແຕ່ປີ 1982 ມາເຖິງ ປັດຈຸບັນນີ້ເປັນເວລາ 31 ປີແລ້ວ, ສອງຝ່າຍສາມາດຊອກຫາ, ຂຸດ ຄົ້ນສິ່ງເສດ ເຫລືອ ຂອງທະຫານ ອາເມລິກາ ທີ່ຫາຍສາບສູນໃນ ປາງສົງຄາມໃນລາວ ສຳເລັດໄປ ແລ້ວຈຳນວນ 265 ກໍລະນີ ໃນຈຳ ນວນ 575 ກໍ ລະນີແລະ ຍັງເຫລືອ ຈະສືບຕໍ່ຊອກຫາຂຸດຄົ້ນອີກ 310 ກໍລະນີ, ການຮ່ວມມືດັ່ງກ່າວ ເປັນການສະແດງໃຫ້ເຫັນ ເຖິງຄວາມ ເອົາໃຈໃສ່ຂອງລັດຖະບານລາວ ແລະ ການຮ່ວມມືເປັນຢ່າງດີຂອງປະຊາຊົນລາວຕໍ່ລັດຖະບານ ກໍຄືປະຊາຊົນອາ ເມລິກາ.

No comments:

Post a Comment