Ad

Ad

19 August 2013

ສອງບ້ານຂອງເມືອງສີໂຄດຕະບອງຖືກນ້ຳຖ້ວມແກ່ຍາວເປັນເວລາດົນນານ



              ປະຊາຊົນ​ຫຼາຍສີບຄອບຄົວຢູ່ບ້ານ ຂຸນ​ຕາ​ທ່າ ແລະ ບ້ານອຸບ​ມຸງ ​ເມືອງ ສີ​ໂຄດ​ຕະບອງ ນະຄອນຫຼວງ​ວຽງ​ຈັນ ຕ້ອງ​ຜະ​ເຊີນ​​ນ້ຳ​ຖ້ວມບ້ານ, ເຮືອນມາເປັນເວ ລາຍາວນານແລ້ວ ແລະ ກໍເຫັນວ່າບໍ່​ມີ​ທາງ​ຫຼີກ​ເວັ້ນໄດ້ ເມື່ອ​ຄອງ​ລະ​ບາຍ​ນ້ຳ​ຢູ່​ເຂດ​ດັ່ງກ່າວ​​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ກໍ່ສ້າງ​ຄູກັນຕາ​ຝັ່ງ​ເຈື່ອນແຄມຂອງ ເຊິ່ງ​ເຮັດ​ໃຫ້ປະລິມານ​ນ້ຳ​ຝົນ​ທີ່​ຕົກລົງ​ມາ​ບໍ່​ມີ​ທາງລະບາຍອອກໄດ້ຈຶ່ງ​​ກໍ່ໃຫ້ເກີດ​ມີ​ສະພາບນ້ຳ​ຖ້ວມ​ອັ່ງ​ແກ່ຍາວມາເປັນເວລາດົນນານແລ້ວ, ແຕ່ກໍຕ້ອງທົນຢູ່ໃນສະພາບ ຄວາມລຳ ບາກຍາກເຂັນຕໍ່ການດຳລົງຊີວິດຂອງຕົນ. ນອກຈາກເປິເປື້ອນ, ສ້າງມົນລະພິດ ຕໍ່ສິ່ງແວດລ້ອມແລ້ວຍັງຈະກາຍ​ເປັນ​ບ່ອນ​ແຜ່​ພັນ​ຍຸງ​ລາຍອີກດ້ວຍ, ຂະນະ​ທີ່​ຊາວ​ນະຄອນຫຼວງ​ວຽງ​ຈັນ ​ພວມ​ສຸມໃສ່ຕ້ານໄພ​ຂົ່ມ​ຂູ່​ຂອງ​ພະຍາດ​ໄຂ້​ເລືອດ​ອອກ ຫຼື ໄຂ້ຍຸງ​ລາຍຢ່າງເອົາຈິງເອົາຈັງຢູ່. ດັ່ງນັ້ນ ອຳນາດ​ການ​ປົກຄອງ​ບ້ານຂຸນ​ຕາ​ທ່າຈຶ່ງຮຽກຮ້ອງ​ພາກສ່ວນ​ກ່ຽວຂ້ອງລົງ​ກວດກາ ​ແລະ ​ຊ່ວຍແກ້​ໄຂ​ບັນຫາອັນຕະລາຍດັ່ງກ່າວໃຫ້ໝົດໄປກ່ອນ​ປະລິມານ​ນ້ຳ​ຝົນ​ໃນ​ທ້າຍ​ຂອງ​ລະດູຊຶ່ງອາດຈະຮ້າຍແຮງຂຶ້ນ.

            ທ່ານ ຈັນ​ເພັງ ບຸນ​ສຸ​ລິ​ວັນ ນາຍ ບ້ານບ້ານ ຂຸນ​ຕາ​ທ່າ ​ເມືອງ ສີ​ໂຄດ​ຕະບອງ​ ນະຄອນຫຼວງ​ວຽງ​ຈັນ ໃຫ້​ສຳພາດ​ຕໍ່​ໜັງ ສືພິມ ລາ​ວພັດທະນາວ່າ: ສືບ​ເນື່ອງ​ມາ​ຈາກ​ຄອງລະບາຍ​ນ້ຳ​ຢູ່​ເຂດ​ດັ່ງ ກ່າວ ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງ ການ​ກໍ່ສ້າງ​ຄູກັນຕາ​ຝັ່ງ​​ເຈື່ອນ ແຄມ​ແມ່ນ້ຳ​ຂອງ​ ຢູ່​​ບໍລິ​ເວນ ດັ່ງ ກ່າວ ທີ່​ໄດ້​ເລີ່​ມປະຕິບັດ​ມາ​ແຕ່​ປີ 2011 ແຕ່​ພັດ​ເກີດ​ມີ​ຄວາມ​ບໍ່​ເຂົ້າ​ໃຈ​ກັນລະຫວ່າງ ການ​ອອກ​ແບບ​ຄອງ​ລະບາຍ​ນ້ຳຂອງ​ໂຄງການ​ກັບ​ປະຊາຊົນ​ບາງ​ຄອບຄົວ​ທີ່​ອາ​ໄສ​ຢູ່​ເຂດ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້ການ​ກໍ່ສ້າງພົບ​ກັບ​ບັນຫາຈົນ​ເຖິງ​ປັດ ຈຸບັນ ອັນ​ເປັນສາ​ເຫດ​ເຮັດ​ໃຫ້​ປະລິມານ​ນ້ຳ​ຝົນ​ທີ່​ຕົກລົງ​ມາ​ບໍ່​ມີ​ທາງ​ໄຫຼ​ອອກ​ຈຶ່ງ​ໄຫຼ​ຖ້ວມ​ບ້ານ​ເຮືອນ​ຂອງ​ປະຊາຊົນ. ຕໍ່​ບັນຫາ​ດັ່ງກ່າວ ໄລຍະ​ຜ່ານ​ມາ,​ ອຳນາດ​ການ​ປົກຄອງ​ບ້ານ​ກໍ​ເຄີຍ​ສະ​ເໜີໃຫ້​​ຫ້ອງການ​ຊັບພະຍາກອນທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ຂອງ​ເມືອງ​ແລ້ວ,​ ແຕ່​ກໍ​ບໍ່ມີ​ພາກສ່ວນ​ໃດ​ລົງ​ໄປ​ກວດກາ​ເບິ່ງ. ສຳລັບ​ບ້ານ ຂຸນ​ຕາ​ທ່າແລ້ວ​ ມີ​ປະມານ 28 ຄອບຄົວ​ທີ່​ໄດ້​ຮັບ​ຜົນ​ກະທົບ.​ ນອກນັ້ນ ບ້ານ ອຸບ​ມຸງ ​ກໍ​ໄດ້​ຮັບ​ຜົນ​ກະທົບ​ເຊັ່ນ​ດຽວ​ກັນ. ນາຍບ້ານບ້ານ ຂຸນ​ຕາ​ທ່າ ກ່າວ ອີກ ວ່າ: ຫາກ​ພາກສ່ວນທີ່ກ່ຽວຂ້ອງບໍ່ເລັ່ງມື​ແກ້​ໄຂໂດຍ​ໄວ​ປະຊາຊົນ​ຕ້ອງ​ໄດ້​ກຽມ​ຈັກສູບນ້ຳ​ໄວ້ເພື່ອ​ຮອງ​ຮັບ​ປະລິມານ​ນ້ຳ​ຝົນ​ທີ່​ຈະ​ຕົກລົງ​ມາ​ອີກຮອບໃໝ່​ໃນ​ທ້າຍ​ຂອງ​ລະດູຝົນ. ດັ່ງນັ້ນ ຈຶ່ງ​ຮຽກຮ້ອງ​ມາ​ຍັງພາກສ່ວນ​ທີ່​ກ່ຽວຂ້ອງ ​ແລະ ​ເຈົ້າ​ຂອງ​ໂຄງການ​ເລັ່ງລົງມື​ແກ້​ໄຂ​ບັນຫາໂດຍໄວ.
     ປະຊາຊົນ​ຊາວບ້ານ ຂຸນ​ຕາ​ທ່າ ທ່ານ​ໜຶ່ງ​ກໍ​ເວົ້າວ່າ: ​ເມື່ອ​ໃດ​ຝົນ ຕົກ​ລົງ​ມາ​ແຮງ​ເຂົາ​ເຈົ້າ​ຕ້ອງ​​ໄດ້​ຍົກຍ້າຍ​ວັດຖຸ​ສິ່ງ​ຂອງ ​ແລະ ອຸປະກອນຕ່າງໆ​ອອກ​ຈາກ​ເຂດຕ່ຳ  ພ້ອມ​ກຽມ​ຕັກ​ນ້ຳ​ອອກ​ຈາກ​ເຮືອນ ດ້ວຍ​ຄວາມ​ຫຍຸ້ງຍາກ ລຳ ບາກຫຼາຍ ​ເພາະ​ບໍ່​ມີ​ທາງ ປ່ອຍ​ນ້ຳ​ອອກ ແລະ ສິ່ງ​ທີ່​ເຂົາ​ເຈົ້າ​​​ເປັນ​ຫ່ວງ ​ແລະ ກັງວົນ​ທີ່​ສຸດ​ແມ່ນ​ຢ້ານ​ນ້ຳ​ຝົນ​ທີ່​ຖ້ວມ​ໄວ້​ນັ້ນຈະ​ກາຍ​ເປັນ​ແຫຼ່ງ​ແຜ່ພັນ​ຍຸງ​ລາຍ​ທີ່​ນຳ​ເອົາ​ເຊື້ອພະຍາດ​ໄຂ້​ເລືອດ​ອອກ​ມາສູ່​ປະຊາຊົນ​ທີ່​ອາ​ໄສ​ຢູ່​​ເຂດ​ດັ່ງກ່າວຮ້າຍແຮງ ​ໃນ​ຂະນະ​ທີ່​ໄຂ້​ເລືອດ​ອອກ​ພວມ​ລະບາດ​ຢ່າງ​ໜັກ​ຢູ່​​ນະ ຄອນຫຼວງ​ວຽງ​ຈັນ ແລະ ​ຮຽກຮ້ອງ​ໃຫ້​ພາກສ່ວນທີ່​ກ່ຽວຂ້ອງ​ຍື່ນ​ມື​ເຂົ້າ​ໄປ​ຊ່ວຍ ໂດຍໄວກ່ອນສິ່ງຮ້າຍ ແຮງອື່ນໆຈະຕາມມາ. ​

No comments:

Post a Comment