Ad

Ad

14 August 2013

ຄວນ​ຫລຸດຜ່ອນ​ການ​ໃຊ້​ເງິນຕາຫັນ​ມາ​ໃຊ້​ເງິນ​ກີບ



          ກະ​ແສ​ການ​ຕັ້ງລາຄາ​ສິນ ຄ້າ​ຕາມ​ທ້ອງ​ຕະຫລາດ ​ແລະ ສຳ​ລະສະ​ສາງ ​ໂດຍ​ການ​ນຳ​ໃຊ້​ສະ ກຸນ​ເງິນຕາ​ຕ່າງປະ​ເທດ​ຍັງ​ເປັນ​ບັນຫາ​ຊຳ​ເຮື້ອຄຽງ​ຄູ່​ກັບ​ສັງຄົມ​ລາວ​ມາ​ດົນ​ແລ້ວ, ​ເຖິງ​ວ່າ ສປປ ລາວ ຈະ​ມີ​ສະກຸນ​ເງິນ​ແຫ່ງ​ຊາດ ​ແລະ ມີ​ເອກະລັກ​ຂອງ​ຄວາມ​ເປັນ​ຊາດ​ມາ​ແຕ່​ຫລາຍ​ທົດ​ສະ​ວັດ​ແລ້ວ​ກໍ​ຕາມ.
           ຜ່ານ​ມາ​ທະນາຄານ​ແຫ່ງ ສປປ ລາວ ​ໄດ້​ສຸມ​ທຸກ​ຄວາມ​ພະ ຍາຍາມ​ໃນ​ການ​ປຸກລະດົມ​ໃຫ້​ທົ່ວ​ປວງ​ຊົນ ບໍ່​ວ່າ​ຈະ​ເປັນ​ອົງການ​ຈັດຕັ້ງພາກ​ລັດ, ​ເອກະ​ຊົນ, ຊາວ ຄ້າຂາຍ ຕະຫລອດ​ເຖິງ​ພໍ່​ແມ່​ປະ ຊາຊົນ​ໃຫ້​ຫັນ​ມາ​ອອມ​ເງິນ ​ແລະ ຊົມ​ໃຊ້​ແຕ່​ເງິນ​ກີບ​ຂອງ​ຊາດ​ລາວ​ໃນ​ການ​ສຳ​ລະສະ​ສາງ​ຄ່າ​ບໍລິ ການ ​ແລະ ​ໃຊ້​ຈ່າຍ​ໃນ​ຊີວິດ​ປະ ຈຳ​ວັນ.
      ການ​ລົງທຶນ​ຂອງ​ທະນາຄານ​ ລັດ​ເຂົ້າ​ໃສ່​ກິດຈະກຳ​ໂຄສະນາ ບໍ່​ວ່າ​ຈະ​ເປັນ​ປ້າຍ​ຕ່າງໆ​ທີ່​ຕັ້ງຢູ່​ຕາມ​ຈຸດ​ທີ່​ສຳຄັນ ​ແລະ ຜ່ານ​ສື່​ເກືອບ​​ທຸກ​ປະ​ເພດ​ຄົງ​ຈະ​ບໍ່​ມີ​ຜົນ​ສັກສິດ​ຫຍັງ ຖ້າ​ຫາກ​ວ່າ​ບັນດາ​ກະຊວງ, ສຳນັກງານ ​ແລະ ອົງ ການ​ຕ່າງໆ​ທັງ​ພາກ​ລັດ​ຍັງ​ຕິດ​ຄ່າ​ບໍລິການ​ປະຊາຊົນ ​ແລະ ຮຽກ​ເກັບ​ການ​ຊຳລະ​ສະ​ສາງ​ເປັນ​ເງິນ ຕາ​ຕ່າງປະ​ເທດ​ແທນ​ທີ່​ຈະ​ເປັນ​ເງິນ​ກີບ ​ເນື່ອງ​ຈາກ​ວ່າ​ມັນ​ອາດ​ສ້າງ​ຄວາມ​ສັບສົນ​ໃຫ້​ແກ່​ສັງຄົມ ​ເຮັດ​ໃຫ້​ຄວາມ​ເຊື່ອ​ໝັ້ນ​ໃນ​ເງິນຕາ​ແຫ່ງ​ຊາດ​ຫລຸດ​ໜ້ອຍ​ລົງແລະ ຍິ່ງ​ ໄປ​ກວ່າ​ນັ້ນ ກໍ​ເປັນ​ເງື່ອນ​ໄຂ​​ໃຫ້​ພາກສ່ວນ​ອື່ນ​ຖື​ເປັນ​ແບບຢ່າງ​ຫັນ​ມາ​ນຳ​ໃຊ້​ສະກຸນ​ເງິນ​ທີ່​ບໍ່​ແມ່ນ​ຂອງ​ຊາດ​ລາວຫລາຍຂຶ້ນ.

          ຫລາຍ​ທ່ານ​ຄົງ​ຈະ​ຮູ້ສຶກ​ໜັກ​ໃຈ​ບໍ່​ໜ້ອຍ​ທີ່​ລາຍ​ຮັບ​ຂອງ​ຄອບຄົວ ບໍ່​ວ່າ​ເງິນ​ເດືອນ, ຄ່າ​ແຮງ​ງານ ​ແລະ ຜົນ​ກຳ​ໄລ​ຈາກ​ການ​ດຳ​ເນີນ​ທຸລະ​ກິດ​ລ້ວນ​ແຕ່​ແມ່ນ​ເງິນ​ກີບ, ​ແຕ່​ພໍ​ມີ​ເງິນ​ສະ​ສົມ​ພຽງພໍ​ເພື່ອ​ຈະ​ຊື້ດິນ, ​ເຮືອນ ຫລື ພາຫະນະ ກໍ​ບໍ່​ຮູ້​ວ່າ​ຈະ​ຊອກ​ຊື້ ຊອກ​ຂາຍ​ເງິນຕາ​ຕ່າງປະ​ເທດ​ຄື​ແນວ​ໃດ. ບໍ່​ສະ​ເພາະ​ປະຊາຊົນ​ລາວ​ທີ່​ປະສົບ​ກັບ​ບັນຫາ​ດັ່ງກ່າວ, ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງປະ​ເທດ​ກໍ​ຕ້ອງ​ຮູ້ສຶກ​ງົງ​ເຊັ່ນ​ດຽວ​ກັນ ​ເມື່ອ​ຕ້ອງ​ຖືກ​ຮຽກ​ເກັບ​ຄ່າ​ບໍລິການ​ເປັນ​ເງິນຕາ ທັງ​ທີ່​ມີ​ເງິນ​ກີບ​ຢູ່​ໃນ​ມື ກໍ​ບໍ່​ສາມາດ​ຈ່າຍ​ໄດ້ ​ເພາະ​ພະ ນັກງານ​ບໍລິການ​ຈຳນວນ​ໜຶ່ງ​ມັກ​ຈະ​​ບໍ່​ຮັບ​ເງິນ​ກີບ ​ເພາະ​ຄ່າ​ບໍລິ ການ​ໄດ້​ຖືກຕັ້ງ​ເປັນ​ເງິນຕາ​ຢູ່ ແລ້ວ.
        ໃນ​ໄລຍະ​ທີ່​ທະນາຄານ​ແຫ່ງ ສປປ ລາວ ມີ​ຄວາມ​ເຂັ້ມງວດ​ໃນ​ການ​ຊື້-ຂາຍ​ເງິນຕາ​ຂອງ​ທະນາ ຄານ​ທຸລະ​ກິດ​ຕ່າງໆ​ທີ່​ດຳ​ເນີນ​ກິດ ຈະການ​ໃນ​ລາວ ມັນ​ຍິ່ງ​ມີ​ຄວາມ​ຈຳ​ເປັນ ​ແລະ ​ເຖິງ​ເວລາ​ທີ່​ອົງ ການ​ຈັດຕັ້ງ ​ແລະ ໜ່ວຍ​ງານ​ຕ່າງໆ​ພາກ​ລັດ​ທີ່​ເຮັດ​ໜ້າ​ທີ່​ບໍລິ ການ​ປະຊາຊົນ​ຈະ​ຫັນ​ມາ​ຕິດ​ຄ່າ​ບໍລິການ ​ແລະ ຮຽກ​ເກັບ​ການ​ຊຳ ລະ​ສະ​ສາງ​ຕ່າງໆ​ເປັນ​ສະກຸນ​ເງິນແຫ່ງ​ຊາດ​ທີ່​ບັນພະ​ບູລຸດ ​ແລະ ບັນດາ​ນັກ​ປະຕິວັດ​ຜູ້​ເສຍ​ສະລະ​ໄດ້​ສ້າງ​ໄວ້ ​ເພື່ອ​ເປັນ​ໜຶ່ງ​ໃນ​ສັນ ຍະລັກ​ຂອງ​ຄວາມ​ເປັນ​ຊາດ​ລາວ ​ແລະ ​ເປັນ​ມໍລະດົກ​ແຫ່ງ​ຄວາມ​ພາກພູມ​ໃຈ ​ເຮັດ​ໃຫ້​ຄຸນຄ່າ ​ແລະ ສະຖຽນ​ລະ​ພາບ​ຂອງ​ເງິນ​ກີບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນກວ່າ​ເກົ່າ.

No comments:

Post a Comment