ວັນທີ 7 ສິງຫານີ້ຢູ່ສຳນັກງານໃຫຍ່ທະນາຄານພັດທະນາລາວ,
ນະຄອນ ຫຼວງວຽງຈັນ, ໄດ້ຈັດຖະແຫຼ່ງຂ່າວການໄດ້ຮັບລາງວັນລະດັບໂລກ ແລະ ລະດັບອາຊີ ຂອງທະນາຄານດັ່ງກ່າວ,
ໂດຍການເຂົ້າຮ່ວມ ຂອງທ່ານ ທ່ານນາງ ບຸນຕາ ດາລາວີ, ຫົວໜ້າກົມຈັດຕັ້ງທະນາຄານແຫ່ງ ສປປ ລາວ,ທ່ານ
ບົວລຽນ ພົມມະວົງສາ, ຜູ້ອຳ ນວຍການໃຫຍ່ທະນາຄານພັດທະນາລາວພ້ອມ ດ້ວຍຄະນະອຳນວຍການ, ມີຜູ້ອຳ ນວຍການທະນາຄານທຸລະກິດ,
ພ້ອມ ດ້ວຍ ແຂກທີຖືກເຊີນເຂົ້າຮ່ວມ.
ທ່ານ ຄຳສິງ ແສງແກ້ວ ມະຫາວົງ ຮອງຜູ້ອຳນວຍການທະນາຄານພັດທະນາລາວ,
ໄດ້ອະທິບາຍເຖິງການໄດ້ຮັບລາງ ວັນຂອງທະນາຄານດັ່ງກ່າວວ່າ: ຈາກການຫັນເອົາເຕັກໂນໂລຊີທີ່ທັນສະໃໝເຂົ້າມາຮັບໃຊ້ໃຫ້ແກ່ການບໍລິການຂອງທະນາຄານ ພັດທະນາລາວໃນປີ2010
ແລະ ເປັນທະນາຄານ ທຳອິດໃນ ສປປ ລາວ ໃນການພັດທະນາລະບົບ Mobile - banking ແລະ ແບບ M
- Commerce ຊຶ່ງມີຫຼາຍຮູບແບບການບໍລິການ
ເຊັ່ນ: ຊຳລະ ຄ່າໄຟຟ້າ, ຊຳລະຄ່າໂທລະສັບ, ຄ່າ
ອິນເຕີເນັດ, ຊື້ບັດຕື່ມເງິນ, ຊີ້ຫວຍອອນລາຍ,
ໂອນເງິນພາຍໃນ, ກວດອັດຕາແລກປ່ຽນ, ກວດຜົນ ຮຸ່ນ, ກວດຍອດເງິນໃນ ບັນຊີ, ກວດກາທຸລະກຳທີ່ເຄືອນໄຫວໃນບັນຊີ
ແລະ ອື່ນຈາກ ການນຳໃຊ້ລະບົບ Mobile Banking, ພາຍໃນ 6 ເດືອນມີ ລູກຄ້າ ເຖິງ 3,881 ຄົນ ແລະ
ມີທຸລະກິດ ຫຼາຍກວ່າ 8,714 ທຸລະກຳ ທາງການເງິນມູນຄ່າ 20 ພັນລ້ານ ກວ່າກີບທີ່ບໍລິການ
ຜ່ານລະບົບດັ່ງກ່າວ, ດ້ວຍ ເຫດ ຜົນດັ່ງກາວ , ໃນເດືອນພຶດສະພາ2013 ທະນາຄານພັດທະນາລາວໄດ້ຮັບລາງວັນທະນາຄານ ດີເດັ່ນ
ໃນປີ 2013 ໃນງານປະກາດຜົນລາວວັນ TCF ທີ່ເມືອງອາບູດາບີ, ປະເທດສະຫະລັດອາລັບມີເລດ, ໃນຫົວຂໍ້
Ex cellent in customer service (ລະບົບການບໍລິການລູກຄ້າທີເປັນເລີດ) ເປັນລາງວັນຈາກການລົງຄະແນນສຽງຂອງບັນ ດາທະນາຄານ
ແລະ ສະຖາບັນການເງິນທີ່ນຳໃຊ້ລະບົບ Core Banking
ເຊິ່ງມີຫຼາຍກວ່າ 70 ປະເທດທົ່ວໂລກ. ຈາກ ນັ້ນທະນາຄານພັດທະນາລາວກໍໄດ້ຮັບລາງວັນອີກຄັ້ງໃນລະດັບອາຊີ
2 ລາງວັນ, ໃນວັນ ທີ 18 ກໍລະກົດ 2013 ນີ້ ຈາກ ບໍລິສັດ Char lton Media Group Singapore (Asia Banking
and Finance)ທີ່ປະເທດ ສິງກະໂປຄື: ລາງວັນ Online Banking Initiative of the
Year-Laos ( ລາງວັນລິເລີ່ມນຳ ໃຊ້ລະບົບ
Online Banking ດີ ເດັ່ນ) ແລະ ລາງວັນ Core Banking System Initiative of the Year
-laos (ລາງວັນລິເລີ່ມນຳໃຊ້ລະບົບ Core Baking ດີເດັ່ນ).
ທ່ານ ຄຳສິງກ່າວວ່າ:ຄຽງ ຄູ່ຜົນງານທີ່ຍາດມາໄດ້ນັ້ນເຫັນວ່າຜະລິດຕະພັນທີນຳມາໃຫ້ບໍລິ
ການເມື່ອທຽບໃສ່ຄວາມຕ້ອງການຕົວຈິງຂອລູກຄ້າກໍ່ຍັງບໍ່ທັນມີຫຼາກຫຼາຍ,ສະນັ້ນໃນຕໍ່ໜ້ານີ້ທະ
ນາຄານພັດທະນາລາວຍັງຈະຕ້ອງພັດທະນາຄົ້ນຄິດຜະລິດຕະ ພັນ ການບໍລິການໃຫ້ມີຫຼາກຫຼາຍທັນສະໄໝມາຮັບໃຊ້ສັງຄົມລາວ,ເພື່ອໃຫ້ສັງຄົມສາມາດເຂົ້າເຖິງການບໍລິການຂອງທະນາຄານນັບມື້ຫຼາຍຂື້ນ,ສິ່ງດັ່ງກ່າວນີ້ແມ່ນປັດໃຈສຳຄັນ
ແລະ ເປັນຄວາມມຸ້ງຫວັງຂອງທະນາຄານທີ່ຈະຊ່ວຍຍູ້ໜູນ ແລະ ຜັນຂະຫຍາຍນະໂຍບາຍ ການຫັນສູ່ຄວາມທັນສະໄໝ ແລະ ສ້າງຄວາມພ້ອມທີ່ສຳຄັນອີກດ້ານໜຶ່ງທີ່ຈະກ້າວເຂົ້າ
ສູ່ປະຊາຄົມເສດຖະກິດອາຊຽນໃນປີ 2015.
ທະນາຄານພັດທະ ນາ ລາວສ້າງຕັ້ງຂື້ນໂດຍການຮ່ວມຕົວຈາກ
2 ທະນາຄານ,ໃນວັນທີ 20 ມີນາ 2003 ແລະ
ໄດ້ເປີດໃຫ້ບໍລິ ການຢ່າງເປັນທາງການໃນວັນທີ 9 ເມສາ 2003,ປັດຈຸບັນມີສຳນຳງານໃຫຍ່ຕັ້ງຢູ່
ຖະໜົນສຸພານຸວົງ, ບ້ານສີຫອມ,ເມືອງຈັນທະບູລີ,ນະ ຄອນຫຼວງວຽງຈັນ, ມີສາຂາທັງໜົດ
18 ສາຂາ,ມີ 64 ໜ່ວຍບໍລິ ການ,ມີ 22 ໜ່ວຍແລກປ່ຽນທີ່ເຄືອນໄຫວໃນທົ່ວປະເທດ.
No comments:
Post a Comment