Ad

Ad

6 August 2013

ເກັບຄືນຜະລິດຕະພັນດູເມັກ ( Dumex ) ບາງລາຍການທີ່ມີສ່ວນປະສົມຂອງສານປົນເປື້ອນທີ່ຈຳຫນ່າຍຢູ່ລາວ



          ບໍລິສັດ ຟອນເທຍຣ່າ (FONTERRA) - ຜູ້ຈັດຈໍາ ໝ່າຍ ຜະລິດຕະພັນຈາກນົມ ຂອງນິວຊີ ແລນ ໄດ້ແຈ້ງຫາບໍ ລິສັດດູເມັກ (Dumex) ວ່າ ມີ ຄວາມເປັນໄປ ໄດ້ ວ່າໃນສ່່ວນ ປະສົມອາດຈະມີສານ ປົນ ເປື້ອນ ແລະສ່ວນປະສົມນີ້ ແມ່ນ ວັດຖຸດິບທີ່ໄດ້ຈັດຈຳຫນ່າຍ ໃຫ້ ທາງດູເມັກ (Dumex).    
     ໂດຍເລັງ ເຫັນຄວາມສ່ຽງທີ່ ອາດຈະເກີດຂຶ້້ນຈາກກໍລະນີນີ້, ທາງດູເມັກ (Dumex) ຈຶ່ງຂໍເອີ້ນ ຄືນຜະລິດຕະພັນບາງ ລາຍການ ໃນ ສປປ.ລາວ ເພື່ອຄວາມປອດ ໄພຂອງຜູ້ບໍລິໂພກ ແລະ ຕ້ອງຂໍອະໄພໃນຄວາມບໍ່ສະດວກທີ່ ເກີດຂຶ້ນໃນຄັ້ງ ນີ້ດ້ວຍແຕ່ທີ່ສຳຄັນທີ່ສຸດແມ່ນຄວາມປອດໄພຂອງລູກຄ້າຂອງເຮົາເຊິ່ງຜະລິດຕະພັນຕ່າງໆທີ່ຈັດຈຳ ຫນ່າຍໃນລາວແມ່ນໄດ້ ຜ່ານການທົດສອບຄຸນນະພາບວ່າບໍ່ໄດ້ມີສານປົນເປື້ອນ ໃດໆໂດຍທຸກໆຂັ້ນຕອນຂອງການທົດສອບດ້ານຄຸນນະພາບ ແລະ ລະບົບການຈັດການດ້ານອາຫານຂອງທາງດູເມັກ (Dumex) ແມ່ນເປັນໄປຕາມຂັ້ນຕອນການຜະລິດ ແລະ ກວດສອບທີ່ ເຂັ້ມງວດ.
         ເຖິງຢ່າງໃດກໍ່ຕາມ, ຈາກຂໍ້ມູນທີ່ຜູ້ສະຫນອງວັດຖຸດິບໃຫ້ເຮົາ ນັ້ນກໍ່ຄືຟອນເທຍຣ່າ (FONTERRA) ພວກເຮົາຈຶ່ງຈ ຳເປັນຕ້ອງເກັບ ຄືນຜະລິດຕະພັນບາງລາຍການ ຄື:ຊື່ຜະລິດຕະພັນວັນທີເດືອນຜະ ລິດໃນຊ່ວງລະຫວ່າງວັນທີຫມົດ ອາຍຸ ລະຫວ່າງDupro Step 229.04.2013 ເຖິງ 28.06.2013 29.10.2014 ເຖິງ 28.12.2014  Hi  Q Step 109.05. 2013 ເຖິງ 15.07.2013, 09.11.2014 ເຖິງ 15.01.2015. Hi Q Step 229.04.2013 ເຖິງ 25.06.2013, 29.10. 2014 ເຖິງ 25.12.2014.  Hi Q Super Gold Step 111.05.2013 ເຖິງ 14.06.2013, 11. 11.2014 ເຖິງ 14.12.
2014.  Hi Q Super Gold Step 211.05.2013 ເຖິງ 28.06.2013, 11.11.2014 ເຖິງ 28.12.2014 ລາຍລະອຽດ ຂອງວັນທີຜະລິດ ແລະ ວັນຫມົດອາຍຸຂອງຜະລິດ ຕະພັນ ແມ່ນສາມາດເບິ່ງໃນ ກ່ອງ.ຜະລິດຕະພັນໃດທີ່ມີຊື່ລວມເຖິງ ລາຍລະອຽດຂອງວັນທີ່ການຜະລິດ ແລະ ວັນຫມົດອາຍຸຂອງຜະລິດຕະພັນທີ່ກົງຕາມຜະລິດຕະພັນທີ່ລະບຸວ່າເກັບຄືນແມ່ນ ບໍ່ຄວນບໍລິໂພກ. ປັດຈຸບັນທາງດູເມັກ (Dumex) ຍັງບໍ່ໄດ້ມີການ ແຈ້ງວ່າມີລູກຄ້າຜູ້ໃດທີ່ມີຜົນກະທົບຫລືບໍ່ສະບາຍຈາກ ການບໍລິໂພກສິນຄ້າທີ່ໄດ້ລະບຸມາເທື່ອ. ເຖິງຢ່າງໃດກໍຕາມ, ພວກເຮົາຍິນດີທີ່ຈະດຳເນີນການທຸກໆຢ່າງທີ່ຈະຊ່ອຍແກ້ໄຂປັນ ຫານີ້ຢ່າງໃກ້ຊິດກັບທຸກໆຫນ່ວຍງານທີ່ກ່ຽວຂ້ອງ ແລະ ຕອບສະຫນອງຂໍ້ມູນໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ຈະເຮັດໄດ້.    
        ຖ້າທ່ານໄດ້ໃຊ້ຜະລິດຕະພັນ ເຫລົ່ານີ້ລ້ຽງເດັກເກີດໃຫມ່ ຫລື ລູກນ້ອຍຂອງທ່ານ ແລະ ມີອາ ການຂອງຜົນຂ້າງຄຽງ ກະລຸນາ ປຶກສາແພດທີ່ຊຳນານ.      
        ການເອີ້ນເກັບສິນຄ້າໃນຄັ້ງ ນີ້ແມ່ນມີພຽງບາງລາຍການທີ່ ມີລາຍລະອຽດຂອງວັນທີ່ການຜະລິດ ແລະ ວັນຫມົດອາຍຸ ຂອງຜະລິດຕະພັນທີ່ກົງຕາມຜະ ລິດຕະພັນທີ່ລະບຸວ່າເປັນລາຍ ການສິນຄ້າເອີ້ນຄືນ ແລະ ມີຈຳຫນ່າຍໃນ ສປປ ລາວ ພຽງ ເທົ່ານັ້ນ. ການເກັບຄືນສິນຄ້າໃນຄັ້ງນີ້ ແມ່ນບໍ່ລວມສິນຄ້າອື່ນໆຂອງດູເມັກ (Dumex).   
         ລູກຄ້າ ທ່ານ ໃດທີ່ໄດ້ຊື້ສິນ ຄ້າດູເມັກ ທີ່ມີລາຍລະອຽດຂອງ ວັນທີ່ການຜະລິດ ແລະ ວັນຫມົດອາຍຸຂອງຜະລິດຕະ ພັນທີ່ກົງຕາມ ຜະລິດຕະພັນທີ່ລະບຸວ່າເປັນລາຍ ການສິນຄ້າເກັບຄືນໃນຂ້າງເທິງ ກະລຸນາຕິດຕໍ່ Dumex Careline 020-98-920-055 ຫລື 020-29-994-391, ເວລາ 09:00- 17:00. ພວກເຮົາສັນຍາວ່າພວກ ເຮົາຈະທົດແທນຜະລິດຕະ ພັນທີ່ ໄດ້ຮັບຜົນກະທົບ ໂດຍບໍ່ມີເງື່ອນ ໄຂໃດໆ ແລະ ທີມງານສູນບໍລິ ການ Careline ຂອງພວກເຮົາຍິນ ດີທີ່ຈະໃຫ້ຄໍາ ປຶກສາ ແລະ ນ້ອມຮັບຄໍາຄິດເຫັນຕ່າງໆຈາກທາງລູກຄ້າ.   
   ສ່ວນຂອງຮ້ານຄ້າທີ່ໄດ້ຊື້ສິນຄ້າດູເມັກ ທີ່ມີລາຍລະອຽດຂອງວັນທີ່ການຜະລິດ ແລະ ວັນຫມົດອາຍຸຂອງຜະລິດຕະພັນທີ່ ກົງຕາມຜະລິດຕະພັນທີ່ລະບຸວ່າ ເປັນລາຍການສິນຄ້າເກັບຄືນໃນຂ້າງເທິງ ເພື່ອຄວາມສະດວກ ຂອງທ່ານ, ກະລຸນາຕິດຕໍ່ ຕົວ ແທນຈັດຈຳຫນ່າຍຂອງດູເມັກ (Dumex) ໃນລາວ, ບໍລິສັດ ຂວັນໃຈ ການຄ້າຂາເຂົ້າ-ຂາອອກ 021-214-929 (ນະຄອນ ຫລວງ ວຽງຈັນ) ຫລື 041-253-262 (ສະຫວັນນະເຂດ).

No comments:

Post a Comment