Ad

Ad

26 September 2013

5 ແຂວງພາກກາງ ແລະ ພາກໃຕ້ ໄດ້ຮັບຜົນກະທົບຢ່າງຫນັກຈາກໄພນ້ຳຖ້ວມ



           ເນື່ອງ​ຈາກ​ອິດ​ທິ​ພົນ​ຂອງ​ພາ​ຍຸ​ດິ​ເປຼ​ຊັນ ​ໄດ້​ພັດ​ຜ່ານ​ປະ​ເທດ​ເຮົາ​ ກໍ່​ໃຫ້​ເກີດ​ມີ​ສະພາບ​ຝົນຕົກ ໜັກ ຕິດ​ຕໍ່​ກັນ​ມາ​ຫລາຍ​ວັນ,  ນັບ​ແຕ່​ກາງ​ເດືອນກັນຍາ ມາ​ຮອດ​ວັນ​ທີ 24 ຂອງ​ເດືອນດຽວກັນ​ ສົ່ງ​ຜົນ​ເຮັດ​ໃຫ້​ແມ່ນ້ຳ​ລຳ​ເຊ ​ແລະ ສາຂາ​ແມ່ນ້ຳ​ຂອງ​ ໄດ້ໜຸນຂຶ້ນສູງ​ລົ້ນ​ຝັ່ັ່ງ​ໄຫລຊຸ​ເຮືອນ​ຊານ​ບ້ານ​ຊ່ອງ ​ເຮັດ​ໃຫ້​ປະຊາຊົນ ຫລາຍ​ແຂວງ​ຢູ່​ພາກ​ກາງ ​ແຂວງ​ສະ ຫວັນ​ນະ​ເຂດ 4 ​ແຂວງ ​ພາກ​ໃຕ້,  ອັດ​ຕະປື, ​ເຊ​ກອງ, ຈຳປາ​ສັກ ​ແລະ ສາລາ​ວັນ ​ໄດ້​ຮັບ​ຄວາມ​ເດືອດຮ້ອນ ພ້ອມ​ດ້ວຍຊັັບ​ສິນ,  ສັດລ້ຽງ, ​ເນື້ອ​ທ່ີ, ​ໄຮ່ນາ​ຮົ້ວ​ສວນ ຢູ່​ບັນດາ​ແຕ່ລະ​ເມືອງ​ຂອງ​ແຕ່ລະ​ແຂວງ ​ຖືກ​ຈົມ​ຢູ່​ພື້ນນ້ຳ ​ເສຍ​ຫາຍ ​ເປັນ​ຈຳນວນ​ບ່ໍໜ້ອຍ.
            ຜົນ​ກະທົບ​ຈາກ​ອຸ​ທົກ​ກະ​ໄພ​ນ້ຳ​ຖ້ວມ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນສຳນັກງານ​ຂ່າວສານ​ປະ​ເທດ​ລາວ​ສາມາດ ​ເກັບ​ກຳ​ຂໍ້​ມູນ​ໃ​ນ​ເບື້ອງ​ຕົ້ນ ທີ່​ໄດ້​ຮັບ​ຈາກ​ການ​ລາຍ​ຂອງ​ແຕ່ລະ​ແຂວງ ​ໃນ​ວັນ​ທີ 24 ກັນຍາ ​ເປັນ ຕົ້ນ ​ເຂດ​ພາກ​ກາງ ​ແຂວງ​ສະ ຫວັນ​ນະ​ເຂດ ມີ​ປະຊາຊົນ​ຫລາຍ​ເມືອງ, ທີ່​ອາ​ໃສ​ຢູ່​ຕາມ​ລຳ​ນ້ຳ​ເຊ ບັ້ງຫຽງ ຕອນ​ລຸ່ມ ​ໄດ້​ຮັບ​ຜົນ​ກະ ທົບ​ຈາກ​ນ້ຳ​ຖ້ວມ ລວມມີ ​ເມືອງ​ພີນ, ​
ເມືອງ​ຊົນນະ​ບູລີ, ຈຳ​ພອນ, ສອງ​ຄອນ ​ແລະ ​ເມືອງ​ທ່າ​ປາງ​ທອງ. ຕາມ​ຕົວ​ເລກທີ່​ເກັບ​ກັບ​ໄດ້​ ສະ​ເພາະ​ຢູ່​ເມືອງ​ພີນ ມີ 30 ບ້ານ​ໃນ​ນັ້ນມີ 5 ບ້ານ​ມີ​ຄວາມ​ເສຍ​ຫາຍ​ຫລາຍ​ກວ່າໝູ່, ມີ​ເຮືອນ 1 ຫລັງ, ຮ້ານ​ຄ້າ 20 ກວ່າ​ຫລັງ, ​ໂຮງຮຽນປະຖົມ 1 ຫລັງ, ສຸກສາ ລາ 1 ຫລັງ, ຫໍ​ພັກ​ຄູ-ນັກຮຽນ 4 ຫລັງ, ສັດລ້ຽງຖືກ​ຊຸ​ເສຍ​ຫາຍ​ໃນ​ຂະນະ​ທີ່​ເນື້ອ​ທີ່​ປູກຝັງທຳ​ການ​ຜະ ລິດ, ປູກ​ໄມ້, ພືດຜັກ ຕະຫລອດ​ເສັ້ນທາງ​ຄົມມະນາຄົມ​ລະຫວ່າງ​ບ້ານ​ກັບ​ບ້ານ ຖືກ​ຈົມ​ຢູ່​​ໃຕ້​ນ້ຳ​ເສຍ​ຫາຍ​ຫລາຍ​ສົມຄວນ. ສ່ວນ​ອີກ 4 ຕົວ​​ເມືອງ​ທີ່​ກ່າວ​ມານັ້ນ, ກໍ​ຖືກ​ສະພາບ​ນ້ຳ​ຖ້ວມ​ເຊັ່ນ​ດຽວກັນ ​ແຕ່ບໍ່​ທັນ​ໄດ້​ຮັບ​ຜົນ​ເສຍ​ຫາຍ.
           ສຳ​ຫລັບ 4 ​ແຂວງ​ພາກ​ໃຕ້ ນັບ​ແຕ່​ແຂວງ​ອັດ​ຕະປື ມີ​ຫລາຍ​ບ້ານ​ຂອງ​ບັນດາ​ຕົວ​ເມືອງ​ອ້ອມ​ຂ້າງ​ແຂວງ ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ອຸ​ທົກ​ກະ​ໄພ​ຄັ້ງຮ້າຍ​ແຮງ ​ໃນ​ນັ້ນ ສະ​ເພາະ​ເມື​ອງສາມັກ​ຄີ​ໄຊ ມີ 29 ບ້ານ​ຖືກ​ປະສົບ​ກັບ​ໄພ​ນ້ຳ​ຖ້ວມ, ​ເນື້ອ​ທີ່​ທຳ​ການ​ຜະລິດ​ຖືກ​ຖ້ວມ​ເສຍ​ຫາຍ 3.500 ກວ່າ​​ເຮັກຕາ​, ຂະນະ​ດຽວກັນ ​ເສັ້ນ ທາງ​ຄົມມະນາຄົມ​ພາຍ​ໃນ​ຕົວ​ເມືອງ ​ແລະ ​ເຂດ​ນອກ​ຖືກ​ນ້ຳ​ຖ້ວມ​ເປ່​ເພ ​ເຮັດ​ໃຫ້ການ​ສັນ​ຖືກ​ຕັດຂາດ ​ເຊັ່ນ​ດຽວກັບ​ລະບົບ​ກະ​​ແສ​ໄຟຟ້າ​ ຢູ່​ຫລາຍ​ບ້ານ​ຂອງ​ເມືອ​ງຖືກ​ຕັດ ຂາດ. ປັດຈຸ​ບັນ​ປະຊາ ຊົນ​ ຫລາຍ​ບ້ານ​ສ່ວນ​ໃຫຍ່​ ແມ່ນ​ໃຊ້​ນ້ຳສ້າງ ​ແລະ ນ້ຳ​ບາ​ດານ​ ເພື່ອ​ຮັບ​ໃຊ້​ໃນ​ຊີ​ວິດ​ປະຈຳ​ວັນ​ ມາ​ຮອດ​ດຽວນີ້ ຕົກ​ຢູ່​ໃນ​ສະພາບ​ຂາດ​ເຂີນ ຊຶ່ງ​ທາງ​ຄະນະ​ພັກ, ຄະ ນະ​ປົກຄອງ​​ແຂວງ, ​ໄດ້​ນຳ​ເອົາ​ເຄືອງ​ຊ່ວຍ​ເຫລືອ ປະ​ເພດ​ເຂົ້າ ສານ 600 ກິ​ໂລ, ຜ້າ​ຫ່ົມ​ 200 ຜືນ, ໝີ່​ໄວໆ 3 ​ແກັດ​ໃຫຍ່, ປາ​ກະ​ປ໋ອງ 2 ​ແກັດ​ໃຫຍ່, ​ເຄື່ອງນຸ່ງ 2 ຖົງ​ໃຫຍ່ ​ແລະ ນ້ຳ​ດື່ມ 10 ​ແກັດ ​ໄປ​ມອບ​ຊ່ວຍ​ບັນ​ເທົາ​ທຸກ​ໃນ​ເບື້ອງ​ຕົ້ນ​ໃຫ້​ແກ່​ປະຊາຊົນ ຄອບຄົວ​ທີ່​ຖືກຜົນ​ກະທົບໜັກ.  ຂ່າວ​ໃຫ້​ຮູ້​ຕື່ມ​ວ່າ: ​ໃນ​ໄລຍະ​ເກີດ​ໄພພິບັດ​ຈາກ​ນ້ຳ​ຖ້ວມ​ຄັ້ງນີ້, ທາງ​ຫົວໜ້າພະ​ແນ​ກ​ໂຍທາ​ທິການ​ແຂວງ​ອັດ​ຕະປື ຍັງ​ໄດ້​ແຈ້ງ​ໃຫ້​ຮູ້​ ສະພາບ​ຄວາມ ເສຍ​ຫາຍ ຈາກ​ອິດທິ ພົນ​ຂອງ​ພາ ຍຸ​ ເປັນຕົ້ນທາງ​ດ້ານ​ເສັ້ນທາງຄົມ ມະນາຄົມ​ທີ່ຢູ່​​ໃນ​ການ​ຄຸ້ມ​ຄອງ​ ຂອງ​ແຂວງ ​ແລະ​ ສູນ​ກາງ ມີ​ຫລາຍ​ສາຍ​ຖືກ​ສະພາບ​ເປ່​ເພໜັກ ໜ່ວງ ເຊັ່ນ: ​​ເສັ້ນທາງ​ຫລວງ​ແຫ່ງ​ຊາດ ທາງ​ເລກ 1 ​ໄອ​ ຖືກ​ນ້ຳ​ຖ້ວມ​ໄຫລຊຸ​ເຮັດ​ໃຫ້ການ​ສັນຈອນ​ຖືກ​ຕັດຂາດ 5 ຈຸດ, ​ເສັ້ນທາງ ​18 B, ​ 18A  ​ແລະ ​ເສັ້ນທາງ 1J  ຖືກ​ນ້ຳ​ຖ້ວມ​ເ​ຊ​​າະ​ເຈື່ອນ​ເປ່​ເພ​ໃນ​ຫລາຍ​ຈຸດ ​ເຊັ່ນ​ດຽວກັບ​ເສັ້ນທາງ​ທ້ອງ​ຖິ່ນ​ທາງນ້ຳ​ເບີ 9002 ​ແຕ່​ແຍກ ​ທາງ​ເລກ 18B ຫາບ້ານ​ນ້ຳຫຽງ ກໍ​ໄດ້​ຮັບ​ຜົນ​ກະທົບ​ເຊັ່ນ​ກັນ​ ຄາດ​ວ່າ​ຈະ​ຕົກ​ເປັນ​ມູນ​ຄ່າ​ຫລາຍ​ຕື້ກີບ ​ຊຶ່ງ​ທາງ​ແຂວງ​ຈະ​ລົງ​ຕິດຕາມ​ກວດກາ​ຕົວ​ຈິງ​ຫລັງ​ນ້ຳ​ບົກ​ແຫ້ງ. ສຳ​ລັບ​ຢູ່​ແຂວງ​ເຊ​ກອງ ​ມີ​ປະຊາຊົນ​ບາງ​ບ້ານ​ຢູ່​ເມືອງ​ລະ​ມາ​ມ ຄື:  ບ້ານ​ເຊ​ນ້ຳ​ນ້ອຍ​ຖືກ​ນ້ຳ​ປ່າ​ໄຫລ​ຖ້ວມ​ຢ່າງ​ກະທັນຫັນ​ ມີເຮືອນ​ຂອງ​ປະຊາ ຊົນ 20 ຫລັງ​ຖືກ​ນ້ຳ​ຖ້ວມໃນ​ວັນ​ທີ 22 ກັນຍາ ​ແຕ່​ບ່ໍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ໃນ​ຂະນະ​ທີ່ຢູ່​ເມືອ​ງກະລື​ມ​ ແຂວງ​ດັ່ງກ່າວ ​ມີ​ບາງ​ບ້ານ​ຖືກ​ນ້ຳ​ເຊ​ກອງ​ ລົ້ນ​ຝັ່ງ​ໄຫລ​ເຂົ້າ​ຖ້ວມ​ເຮືອນ​ຂອງ​ປະຊາຊົນ 6 ບ້ານ​ຄື: ບ້ານແກ້ງກຸຍ, ແກ້ງກວຽນ, ຫາດແປະ,  ຫາດຕະໄຣ, ກຸງຕະສິງ ແລະ ບ້ານຕະຫລາງໃໝ່ພ້ອມ​ເນື້ອ​ທ່ີ​ການ​ຜະລິດ​ຖືກ​ນ້ຳ​ຖ້ວມ​ຂັງ​ແຕ່ວັນ​ທີ 12 ກັນຍາ ​ເປັນຕົ້ນ​ມາ​ໃນ​ຈຳນວນ 400 ກວ່າ​ເຮັກຕາ ​ແລະ ສັດ​ລ້ຽງປະ​ເພດ​ຕ່າງໆ 200 ກວ່າ​​ໂຕ ຖືກ​ນ້ຳ​ຖ້ວມ​ໄຫລຊຸ​ ລວມ​ໄປ​ເຖິງໜອງລ້ຽງ ປາຖືກ​ນ້ຳ​ຖ້ວມ​ເຊັ່ນ​ດຽວກັນ.
       ສະ​ເພາະ​ຢູ່​ແຂວງ​ຈຳປາ​ສັກ, ​ໃນ​ວັນ​ທີ 17-21 ກັນຍາ ​​ໄດ້​ມີ​ປະ ຊາຊົນ​ຫລາຍ 220 ບ້ານ, 9.000 ກວ່າຄອບຄົວ ທີ່​ນອນ​ຢູ່​ໃນ 10 ຕົວ​ເມືອງ​ ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ໄພພິບັດ​ນ້ຳ​ຖ້ວມ​ຄັ້ງຮ້າຍ​ແຮງ ​ເຊັ່ນ:​ເມືອງ​ມຸນລະ​ປາ​ໂມກ, ​ເມືອງ​ສຸຂຸມາ,​ເມືອງ​ຈຳປາ​ສັກ, ​ເມືອງ​ບາ​ຈຽງຈະ​ເລີ​ນ, ຊະນະ​ສົມ​ບຸນ, ​ເມືອງ​ປາກ​ເຊ, ໂພນທອງ, ປາກ ຊ່ອງ, ເມືອງໂຂງ ແລະ ປະທຸມ ທອນ, ມີ​ຜູ້​ຖືກ​ເຄາະ​ຮ້າຍ ເສຍຊີ ວິດ  3 ຄົນ, ມີ 2 ຜົວ​ເມຍ ຢູ່​ບ້ານ​ອຸ ດົມ​ສຸກ  ​ເມືອງ​ບາ​ຈຽງຖືກ​ນ້ຳ​ພັດ​ ໄຫລຊຸ​ຂະນະ​ທີ່​ພວ​ມ​ເກັບ ໝາກ​ແໜ່ງຢູ່ ​ແລະ ອີກ 1 ຄົນ​ເສຍ​ຊີວິດ ຢູ່​ຖຽງນາ​ຖືກ​ນ້ຳ​ໄຫລຊຸ​ຖຽງນາ ຢູ່​ບ້ານ​ໂນນ​ແດງ​​ໃຕ້, ​ເມືອງ​ສຸຂຸ​ມາ ​ແລະ ອີກ 14 ຄົນ ​ບ້ານ​ດັ່ງ ກ່າວ​ຖືກ​ບາດ​ເຈັບ, ຂະ​ນະທ​ີ່​ເນື້ອ​ທີ່​ປູກ​ເຂົ້າ, ປູກ​ໄມ້ ນັບ​ເປັນ​ຫລາຍ​ພັນ​ເຮັກຕາ​ຍັງ​ຈົມ​ຢູ່​ໃຕ້​ນ້ຳ ແລະ ສັດລ້ຽງທຸກ​ປະ​ເພດ​ຖືກ​ນ້ຳ​ຊຸ​ຕາຍ ລວມ​ໄປ​ເຖິງຊັັບ​ສິນ​ອື່ນໆ ​ຖືກ​ເສຍ​ຫາຍ​ຈຳນວນ​ບໍ່ໜ້ອຍ.
        ສ່ວນ​ຢູ່​ແຂວງ​ສາລາ​ວັນ ນັກ​ຂ່າວ​ສາຂາ​ແຂວງ ​ໄດ້​ລາຍ​ງານ ວ່າ: ພາຍຫລັງທີ່ຝົນຕົກໜັກ ຕິດ ຕໍ່ກັນມາຫລາຍວັນເຮັດ ໃຫ້ນ້ຳ ເຊໂດນແລະຫ້ວຍຮ່ອງຕ່າງໆທີ່ ເປັນສາຂາໄດ້ຍຶ່ງຂຶ້ນລົ້ນຝັ່ງ ໄຫລ ຖ້ວມບ້ານເຮືອນປະຊາຊົນ 3 ເມືອງສາລະວັນ, ຄົງ ເຊໂດນ ແລະ ວາປີ ເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບໜັກໜ່ວງຫລາຍສົມຄວນ ເປັນຕົ້ນຢູ່ເມືອງວາປີມີເນື້ອທີ່ຖືກຖ້ວມ ທັງໝົດ 2.000 ກວ່າເຮັກຕາ, ມີ 900 ກວ່າຫລັງ ຄາເຮືອນ, ມີ 1.100 ກວ່າຄອບຄົວ, ມີໂຮງຮຽນ 3 ແຫ່ງ, ໜອງປາ 90 ກວ່າໜອງ, ລະບົບຊົນລະປະທານ 2.000ກວ່າ ແມັດ, ເສັ້ນທາງ 15A ຈຸດສາລະ ວັນ- ນາປົ່ງ  ອອກສູ່ຫວຽດນາມ ຖືກນ້ຳ ຖ້ວມ ຫລາຍຈຸດ ແລະ ຖືກຕັດຂາດການສັນຈອນ ເປັນຕົ້ນລະຫວ່າງ ບ້ານ ວາປີ-ບ້ານ ຫ້ວຍໂຄນນ້ອຍ, ສົ້ນຂົວກອດ, ສົ້ນຂົວ ບັງຄານ້ຳ ແລະ ສົ້ນຂົວບ້ານສະພາດໄດ້ຖືກນ້ຳຊຸເປ່ເພເຮັດໃຫ້ການສັນຈອນພົບຄວາມຫຍຸ້ງຍາກ.  ຂະນະດຽວກັນຢູ່ເມືອງຄົງ ເຊໂດນ ທ່ານເຈົ້າ ເມືອງໆດັ່ງ ກ່າວ ລາຍງານວ່າ: ມີ 9 ກຸ່ມ ບ້ານ, 68 ບ້ານ ໃນຈຳນວນ ບ້ານ ທັງໝົດ 87 ບ້ານ ໄດ້ຮັບຜົນກະ ທົບຈາກນ້ຳຖ້ວມ, ມີ 8.000 ຫລັງ ຄາເຮືອນ, 9.500 ຄອບຄົວ, 50.000 ກວ່າຄົນ, ເນື້ອທີ່ນາຖືກ ນ້ຳຖ້ວມ ທັງໝົດ 12.000 ກວ່າ ເຮັກຕາ, ເສັ້ນທາງ 14 ເສັ້ນ ຖືກ ເສຍຫາຍຈາກນ້ຳຖ້ວມມູນຄ່າ 12 ຕື້ກວ່າ ກີບ, ພ້ອມສຳນັກງານຫ້ອງການຂອງເມືອງກໍຕົກຢູ່ໃນສະພາບຖືກນ້ຳຖ້ວມເຊັ່ນກັນ. ສ່ວນຢູ່ເມືອງສາລະວັນກໍຖືກນ້ຳຖ້ວມ ໄລຍະສັ້ນ ແລະ ບົກແຫ້ງໄປ ແລ້ວ ຂະນະທີ່ທາງເລກ 20 ສາລະວັນ- ປາກເຊມີບາງຈຸດເປ່ເພແລະອື່ນໆ.

No comments:

Post a Comment