Ad

Ad

2 October 2013

ຫາລືການສົ່ງເສີມຂໍ້ລິເລີ່ມການປົກປ້ອງເດັກໃນການນຳໃຊ້ອິນເຕີເນັດຢູ່ ສປປ ລາວ



            ບັນດາພະນັກງານທີ່ເຮັດວຽກກ່ຽວກັບການປົກປ້ອງເດັກ ແລະ ເຈົ້າໜ້າທີ່ ທີ່ເຮັດວຽກໃນການບັງຄັບໃຊ້ກົດໝາຍ ກ່ຽວຂ້ອງກັບການປົກປ້ອງເດັກໃນ ແລະ ນອກລະບົບອອນລາຍ ໄດ້ເຂົ້າຮ່ວມເຝິກອົບຮົມກ່ຽວກັບການປົກປ້ອງເດັກໃນການ ນຳໃຊ້ອິນເຕີເນັດເພື່ອປຶກສາຫາລື, ແລກປ່ຽນຄວາມຮູ້ແລະບົດຮຽນທີ່ດີໃນການໃຫ້ ຄວາມຮູ້ແກ່ໄວໜຸ່ມຕໍ່ກັບ ຄວາມສ່ຽງໃນການນຳໃຊ້ເຕັກໂນໂລຊີສະໄໝໃໝ່ພ້ອມ ທັງສົນທະນາກ່ຽວກັບທ່າອ່ຽງ ແລະ ເຕັກໂນໂລຊີທີ່ສາມາດກວດສອບບັນດາກິດຈະ ກຳຂອງຜູ້ກະທຳຜິດຈາກການທ່ອງທ່ຽວທາງເພດໃນບັນດາປະເທດອາຊຽນເຊິ່ງຊຸດ ອົບຮົມດັ່ງກ່າວຈັດຂຶ້ນ ແຕ່ວັນທີ 1-3 ຕຸລາ 2013 ທີ່ນະຄອນຫລວງວຽງຈັນ ໂດຍ ຄະນະກຳມາທິການເພື່ອແມ່ ແລະ ເດັກແຫ່ງຊາດຮ່ວມກັບສະຖານທູດອັງກິດປະຈຳ ສປປ. ລາວ  ແລະ ໜ່ວຍງານຕ້ານອາຊ ຍາກຳ, ຕ້ານການກົດຂີ່ຂູດຮີດທາງເພດເດັກ ແລະ ການປົກປ້ອງເດັກທາງອອນລາຍ ປະເທດອັງກິດ.                         
             ທ່ານ ນາງ ເຂັມແພງ ພົນເສນາ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ, ປະ ທານຄະນະກຳມາທິການເພື່ອ ແມ່ ແລະ ເດັກແຫ່ງຊາດ ໄດ້ກ່າວວ່າ: ການເຝິກອົບຮົມຄັ້ງນີ້ ແມ່ນເພື່ອປູກຈິດສຳນຶກໃນການປົກປ້ອງເດັກ ແລະ ໃຫ້ຄວາມ
ຮູ້ທີ່ສຳຄັນແກ່ບຸກຄົນທີ່ເຮັດວຽກກ່ຽວກັບເດັກຢ່າງເປັນປະຈຳ, ສາມາດ ເຜີຍແຜ່ ແລະ ໃຫ້ຄວາມຮູ້ທີ່ສຳຄັນແກ່ເດັກໃນກິດ ຈະກຳການອອນລາຍ ຫລື ກິດຈະກຳນອກການອອນລາຍຂອງພວກເຂົາຢ່າງປອດໄພ. ປັດຈຸບັນການໃຊ້ເຕັກໂນໂລຊີໂທລະ ສັບມືຖື ແລະ ອິນເຕີເນັດໄດ້ມີການຂະຫຍາຍຕົວຢ່າງວ່ອງໄວຢູ່ໃນ ສປປ ລາວ ດັ່ງນັ້ນ, ເດັກຄວນໄດ້ຮັບຄວາມຮູ້ ແລະ ວິທີ ການປົກປ້ອງຂໍ້ມູນສ່ວນຕົວຂອງພວກເຂົາໃນການອອ ລາຍ.                  
        ໃນໄລຍະການເຝິກອົບຮົມ 3 ວັນ, ບັນດາຜູ້ເຂົ້າຮ່ວມໄດ້ມີການປຶກສາຫາລື ແລະ ຮັບຟັງການສະເໜີກ່ຽວກັບໃບຢັ້ງ ຢືນການປົກປ້ອງເດັກສາກົນ; ການພັດທະນາເດັກ, ສິດທິເດັກ  ແລະ ການທາລຸນເດັກແມ່ນຫຍັງ?; ການທາລຸນເດັກທາງ ອອນລາຍ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມາທິການເພື່ອແມ່ ແລະ ເດັກແຫ່ງຊາດ; ພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງສູນໃຫ້ຄຳປຶກສາຂອງສູນກາງສະຫະພັນແມ່ຍິງລາວໃນການຊ່ວຍເຫລືອຜູ້ເຄາະຮ້າຍ; ຜູ້ກະທຳຜິດ ທາງເພດເດັກ, ຜູ້ກະທຳຜິດທາງເພດໃນການເດີນທາງ-ການທ່ອງທ່ຽວ; ອົງການທີ່ປອດໄພ ແລະ ການຮັບຮູ້ສື່ສັນຍານ ທີ່ ອາດຈະມີການທາລຸນ; ຮູບແບບການລາຍງານ ແລະ ການຕອບໂຕ້ຂອງຕຳຫລວດລາວ, ກິດຈະກຳທີ່ມີຄວາມສ່ຽງຂອງໄວ ໜຸ່ມທາງອອນລາຍ ແລະ ເລື່ອງເພດສຳພັນ ແລະ ອື່ນໆ.

No comments:

Post a Comment