Ad

Ad

3 October 2013

“ ຄູ ” ຄວນເປັນຜູ້ໃຫ້ ຫລາຍກວ່າຜູ້ຮັບ ( ຄໍລຳ ສຶກສາ )



   ການສະເຫຼີມສະຫຼອງວັນຄູ ແຫ່ງຊາດ ວັນທີ 7 ຕຸລາຄົບຮອບ 19 ປີ, ໄດ້ໜູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ບັນ ດານັກຮົບການການສຶກສາວັດທະນະທຳ, ໂດຍສະເພາະແມ່ນບັນດາຄູ- ອາຈານ, ຊຶ່ງເປັນລູກຜູ້ປະເສີດຂອງພັກ ຫຼື ແມ່ພິມ ຂອງຊາດ, ໄດ້ສຸມໃສ່ດ້ວຍຈິດໃຈຈົດຈໍ່ຫ້າງຫາກະກຽມເຂົ້າໃນການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ, ໃຫ້ເຕັມໄປດ້ວຍເນື້ອ ໃນອັນອຸດົມສົມບູນ ແລະ ເຕັມໄປດ້ວຍຄວາມໝາຍອັນເລິກເຊິ່ງ, ໂດຍລວມແລ້ວທົ່ວຂະແໜງການສຶກສາຈະມີການສະຫຼຸບ ຕີລາຄາທົບທວນຄືນບັນດາຜົນງານຂອງຄູ-ອາຈານທີ່ຍາດມາໄດ້ໃນໄລຍະຜ່ານມາ ເຊັ່ນການໃຫ້ຄວາມຮູ້, ຄວາມສາມາດອົບ ຮົມບົ່ມເພາະ ແລະ ຖ່າຍທອດບົດຮຽນອັນດີເລີດໃຫ້ແກ່ບັນດານັກຮຽນເຍົາວະຊົນລຸ່ນຕໍ່ໆໄປ, ໃຫ້ມີຄວາມຮູ້, ສະຫຼາດຫຼັກ ແຫຼມ, ສາມາດກຳໄດ້ບົດຮຽນ, ທີ່ໄດ້ຮັບການຖ່າຍທອດຈາກຄູ-ອາຈານ ແລະ ກໍມີຄູ-ອາຈານຈຳນວນບໍ່ໜ້ອຍທີ່ມີຜົນງານ ດີເດັ່ນໃນການປະຕິບັດໜ້າທີ່ຂອງຕົນ, ສົມກັບເປັນແມ່ພິມຂອງຊາດ, ສົມເປັນລູກຜູ້ປະເສີດຂອງພັກຢ່າງແທ້ຈິງ.
  ແຕ່ໃນຂະນະດຽວກັນຄຽງຄູ່ກັບຜົນງານທີ່ຄູ-ອາຈານຍາດມາໄດ້ໃນໄລຍະຜ່ານມານັ້ນ, ພວກເຮົາກໍ່ຕ້ອງໄດ້ທົບທວນຄືນບາງ ການເຄື່ອນໄຫວຂອງຄູ-ອາຈານຈຳນວນໜຶ່ງທີ່ຍັງເຫັນແກ່ໄດ້, ສວຍໂອກາດຮັບເອົາຜົນປະ ໂຫຍດເຂົ້າໂຕ, ດ້ວຍການຮັບ ເອົາ ສິນຈ້າງວັນລາງຈາກພວກຄົນບໍ່ດີ, ທີ່ຫວັງທຳລາຍກຽດສັກສີ ແລະ ຊີ່ສຽງຂອງຕົນຢູ່ໃນສັງຄົມ, ແບບບໍ່ຮູ້ສຶກໂຕ, ຕົວຢ່າງ: ຢູ່
ໃນບ້ັນການສອບເສັງເຂົ້າຮຽນຂອງຂະແໜງການສຶກສາທີ່ສຳຄັນເປັນຕົ້ນນັບແຕ່ສອບເຂົ້າມະຫາວິທະຍາໄລແຫ່ງຊາດ, ສະຖາ ບັນທະນາຄານ, ການຄ້າ, ການເງິນ, ແພດສາດ ແລະ ບ່ອນອື່ນໆ, ທີ່ຜ່ານມາມັກມີພວກນາຍໜ້າວິ່ງເຕັ້ນສົມທົບກັບຄູ-ອາ ຈານຜູ້ມີອຳນາດຈຳນວນໜຶ່ງ, ເພື່ອຮັບເອົາເງິນຈ້າງເຂົ້າຮຽນຈາກຜູ້ປົກຄອງນັກຮຽນເພື່ອຍາດເອົາໂກຕ້າຂອງຄົນອື່ນ, ຊຶ່ງກໍລະ ນີດັ່ງກ່າວຫຼາຍຄົນ, ເຖິງບໍ່ທັນມີຊື່ວ່າຈະໄດ້ເຂົ້າຮຽນ ຫຼື ບໍ່ແຕ່ພວກສວຍໂອກາດດັ່ງກ່າວຊຳພັດຕົວະຍົວະເອົາເງິນຈາກຜູ້ປົກ ຄອງນັກຮຽນໄປໃຊ້ກ່ອນ. ມີຫຼາຍກໍລະນີທີ່ລູກຂອງຕົນບໍ່ມີຊື່ເຂົ້າຮຽນຕາມທີ່ໄດ້ຕົກລົງກັບພວກສວຍໂອກາດ, ກັບກາຍມາ ເປັນເລື່ອງລາວຮ້ອງຟ້ອງກັນຍ້ອນການຮັບທີ່ບໍ່ມີເຫດຜົນດັ່ງທີ່ກ່າວມ, ອັນເຮັດໃຫ້ບົດບາດຂອງຄູ-ອາຈານໝົ່ນມອງ ແລະ ສ່ຽງຊື່ສຽງຂອງສະຖາບັນການສຶກສາ, ດັ່ງນັ້ນຕໍ່ບັນຫານີ້ຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງຄວນຈະມີການທົບທວນຄືນ ການໃຫ້ທີ່ດີມີປະໂຫຍດ ແລະ ການຮັບທີ່ໄດ້ມາ ຈາກການຊື້ຈ້າງຈອບອອຍມັນຈະບໍ່ສົ່ງຜົນຫຍັງໃຫ້ແກ່ຖັນແຖວຄູ- ອາຈານ ແລະ ຕ້ອງມີການສຳ ຫຼວດກວດກາຕຳນິວິຈານໃ­ຊ້ ລະບຽບອັນເຂັ້ມງວດຕໍ່ຜູ້ກະທຳ ຜິດມ້າງຍຸດທະສາດການສຶກສາຂອງຊາດ ໃກ້ຖືກຢຸດນິ່ງຢູ່ບ່ອນເກົ່າຄືດັ່ງທີ່ເປັນມາແລ້ວ ແລະ ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນຄູ່ແຫ່ງຊາດຂອງທຸກໆປີມີຄວາມ ເອກອ້າງທະນົງໃຈ.

No comments:

Post a Comment