Ad

Ad

3 October 2013

ລາວເປີດຂະບວນການສັກວັກຊີນປ້ອງກັນມະເຮັງປາກມົດລູກ ແລະ ອັກເສບປອດຮຸນແຮງໃຫ້ເດັກນ້ອຍ



     ຂະບວນການສັກວັກຊິກປ້ອງກັນມະເຮັງປາກມົດລູກໃຫ້ນັກຮຽນຍິງຫ້ອງ ປ. 5 ແລະ ຜູ້ມີ ອາຍຸ 10 ປີ ທີ່ບໍ່ໄດ້ເຂ້ົາໂຮງ ຮຽນ ແລະ ສັກວັກຊິນປ້ອງກັນພະຍາດ ອັກເສບປອດຮຸນແຮງໃຫ້ເດັກນ້ອຍອາຍຸລຸ່ມໜຶ່ງປີ ຢູ່ ສປປ. ລາວ ໄດ້ເປີດຢ່າງເປັນ ທາງການໃນວັນທີ 2 ຕຸລາ 2013, ຢູ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ປານີ ຢາທໍ່ ຕູ້ປະທານສະພາແຫ່ງຊາດ, ພ້ອມດ້ວຍລັດຖະມົນຕີວ່າການກະຊວງສາທາລະນະສຸກ, ຜູ້ຕາງໜ້າອົງການຮ່ວມ ມືສາກົນເພື່ອວຽກງານສັກຢາກັນພະຍາດ, ຜູ້ຕາງໜ້າອົງການຈັດຕ້ັງສາກົນປະຈຳ ລາວ, ບັນດາຄູ່ຮ່ວມພັດທະນາ, ພາກ ສ່ວນກ່ຽວຂ້ອງ ແລະ ນ້ອງນ້ອຍນັກຮຽນ 200 ກວ່າຄົນຈາກ 4 ໂຮງຮຽນໃນນະຄອນ ຫລວງວຽງຈັນເຂົ້າຮ່ວມ.              
        ໃນພິທີອັນມີຄວາມໝາຍສຳຄັນນີ້, ທ່ານ ສຈ.ດຣ. ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະ ນະສຸກ ໄດ້ລາຍງານສະພາບການສັກຢາກັນພະຍາດ ຢູ່ ສປປ ລາວ ໃນໄລຍະຜ່ານມາໂດຍຍົກໃຫ້ເຫັນວ່າ: ລັດຖະບານລາວ
ຖືເອົາວຽກງານສົ່ງເສີມການສັກຢາກັນພະຍາດເປັນບູລິມະສິດອັນດັບໜຶ່ງເຊິ່ງຜ່ານມາໄດ້ຈັດຕັງປະຕິບັດການສັກຢາກັນພະ ຍາດ 8 ຊະນິດຕົ້ນຕໍໃຫ້ເດັກນ້ອຍໂດຍບໍ່ເສຍຄ່າໃນຂອບເຂດທົ່ວປະເທດໂດຍວາງຄາດໝາຍຕ້ອງບັນລຸໃຫ້ໄດ້ 85% ຂຶ້ນ ໄປໃນແຕ່ ລະປີ ແລະ ໃນຄັ້ງນີ້ ຖືວ່າເປັນໂອກາດດີຂອງເດັກນ້ອຍລາວທີ່ອົງການກາວີ (ອົງການຮ່ວມມືສາກົນເພື່ອວຽກງານ ສັກຢາກັນພະຍາດ) ໄດ້ຕົກລົງຊ່ວຍເຫລືອວັກຊິນກັນພະຍາດອັກເສບປອດ ແລະ ມະເຮັງປາກມົດລູກໃຫ້ປະເທດເຮົາເປັນ ປະເທດທຳອິດໃນຂົງເຂດອາຊີ-ປາຊີຟິກ ເຊິ່ງເປັນວັກຊິນທີ່ມີລາຄາແພງ ແລະ ມີການນຳໃຊ້ໃນຫລາຍປະເທດທີ່ພັດທະນາ ແລ້ວ. ຜ່ານການຕີລາຄາຂອງອົງການອະນາໄມໂລກໄດ້ຊີ້ບອກສາເຫດການຕາຍອັນດັບໜຶ່ງຂອງເດັກນ້ອຍອາຍຸລຸ່ມ 5 ປີ ແມ່ນ ພະຍາດອັກເສບປອດ, ສ່ວນມະເຮັງປາກມົດລູກເປັນພະຍາດທີ່ເກີດຂຶ້ນຫລາຍໃນແມ່ຍິງລາວແຕ່ລະປີໃນຈຳນວນໜຶ່ງແສນ ຄົນມີຜູ້ເຈັບເປັນ ແລະ ເສຍຊີວິດຍ້ອນມະເຮັງປາກມົດລູກ ເຖິງ 20 ຄົນ, ດັ່ງນັ້ນທາງລັດຖະບານກໍຄືກະຊວງສາທາລະນະ ສຸກຈຶ່ງໄດ້ປຶກສາຫາລືນຳຄູຮ່ວມພັດທະນາ, ອົງການກາວີເພື່ອນຳເອົາວັກຊິກທັງສອງຊະນິດມາສັກໃຫ້ເດັກນ້ອຍລາວໃນກຸ່ມ ເປົ້າໝາຍໃຫ້ປອດໄພຈາກພະຍາດທີ່ອັນຕະລາຍດັ່ງກ່າວ. ສຳລັບການສັກວັກຊິກປ້ອງກັນມະເຮັງປາກມົດລູກເບື້ອງຕົ້ນຈະ ກວມເອົານະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ, ໃນອະນາຄົດຫາກໂຄງການນີ້ໄດ້ຮັບໝາກຜົນເປັນຢ່າງດີຈະຂະ ຫຍາຍຕື່ມອີກໃນຂອບເຂດທົ່ວປະເທດ.                     
             ທ່ານ ນາງ ປານີ ຢາທໍ່ຕູ້ ຍັງໄດ້ຮຽກຮ້ອງເຖິງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນຕະຫລອດຮອດ ພາກສ່ວນທີ່ກ່ຽວພັນທັງພາກລັດ, ເອກະຊົນ, ສັງຄົມ ແລະ ຄອບຄົວ ໂດຍສະເພາະໃນເຂດຊົນນະບົດຫ່າງໄກສອກຫລີກ ໃຫ້ເຂົ້າຮ່ວມຈັດ ຕ້ັງປະຕິບັດຂະບວນການດັ່ງກ່າວຢ່າງແຂງແຮງ ແລະ ທົ່ວເຖິງ ເພື່ອໃຫ້ບັນລຸຕາມຄາດໝາຍ 95% ຂຶ້ນໄປ ແລະ ຍັງໄດ້ສະແດງຄວາມຂອບຈຕໍ່ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັງສາກົນທີ່ໃຫ້ການຊ່ວຍເຫລືອອັນລ້ຳຄ່າແກ່ ສປປ.ລາວ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ. ລາວ ໃຫ້ບັນລຸຕາມເປົ້າໝາຍສະຫັດສະວັດ ເພື່ອການພັດທະນາໃນປີ 2015. ເພື່ອເຮັດໃຫ້ການສັກວັກຊິນທັງສອງຊະນິດບັນ ລຸຕາມເປົ້າໝາຍ, ພາຍຫລັງເປີດຂະບວນການຢ່າງເປັນທາງການໃນມື້ນີ້ແລ້ວໜ່ວຍງານແພດຈະໄດ້ລົງເຄື່ອນໄຫວສັກວັກຊິນ ມະເຮັງປາກມົດລູກຢູ່ຕາມໂຮງຮຽນ ແລະ ບ້ານທີ່ມີກຸ່ມເປົ້າໝາຍຈຳນວນ 13 ພັນກວ່າຄົນ. ສຳລັບສົກປີ 2013-2014 ນີ້ຈະ ໄດ້ປະຕິບັດຢູ່ສອງແຂວງຄື: ນະຄອນຫລວງວຽງຈັນເປົ້າໝາຍ 6.900 ຄົນ, ແຂວງວຽງຈັນເປົ້າໝາຍ 6.500 ຄົນ, ໃນນີ້ ເດັກຍິງແຕ່ລະຄົນຈະໄດ້ສັກ 3 ເຂັມ ໃນໄລຍະ 6 ເດືອນ ຄື: ເຂັມທີ 1 ສັກໃນລະຫວ່າງວັນທີ 2-14 ຕຸລາ 2013 , ເຂັມທີ 2 ລະຫວ່າງວັນທີ 20-30 ທັນວາ 2013, ເຂັມທີ 3 ລະຫວ່າງ 20-30 ເມສາ 2014. ສ່ວນການສັກວັກຊີນກັນພະຍາດອັກ ເສບປອດຮຸນແຮງໃຫ້ແກ່ເດັກນ້ອຍອາຍຸລຸ່ມ 1 ປີ ແມ່ນຈະປະຕິບັດໃນຂອບເຂດທົ່ວປະເທດ, ດັ່ງນັ້ນຂໍເຊີນຊວນໃຫ້ພໍ່ແມ່ ປະຊາຊົນ ແລະ ທຸກພາກສ່ວນຈົ່ງນຳເອົາລູກຕົນໄປສັກຢາໃຫ້ຄົບຕາມກຳນົດຢູ່ໂຮງໝໍແຫ່ງຕ່າງໆ ແລະ ສຸກສາລາໃນຂອບ ເຂດທົ່ວປະເທດ.

No comments:

Post a Comment