Ad

Ad

3 December 2013

ການເຄື່ອນໄຫວຂອງການນຳພັກ-ລັດ ໃນໂອກາດສະເຫລີມສະຫລອງວັນຊາດທີ 2 ທັນວາຄົບຮອບ 38 ປີ



          ເນື່ອງໃນໂອກາດວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 38 ປີ(02/ 12/1975- 02/12/ 2013), ບັນດາຜູ້ນຳພັກ-ລັດ ນຳ ໂດຍ ທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ  ນາງ ປານີ ຢາທໍ່ຕູ້ ກຳ ມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ທ່ານ ທອງສິງ ທຳມະວົງ ກຳມະການກົມການ ເມືອງສູນ ກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະກົມການເມືອງສູນກາງພັກ, ຄະ ນະລັດຖະບານ ແລະ ສະພາແຫ່ງຊາດ, ກະຊວງ ປ້ອງກັນປະເທດ, ຄະນະນຳກະ ຊວງປ້ອງກັນຄວາມສະຫງົບ ແລະ ອົງການຈັດຕັ້ງມະຫາຊົນ, ຄະນະນຳນະຄອນຫລວງວຽງຈັນ, ເຂົ້າວາງພວງມາລາຢູ່ຕໍ່ໜ້າ ອານຸສາວະລີ ນັກຮົບນິລະນາມ ໃນວັນທີ 30 ພະຈິກ 2013  ເພື່ອເປັນການສະແດງເຖິງ ຄວາມເຄົາລົບຮັກ, ຄວາມກະຕັນ ຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ ແລະ ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນ ຂອງບັນພະບູລຸດລາວກໍຄືບັນດາ
ນັກຮົບປະຕິວັດທີ່ເສຍສະຫລະຊີວິດ, ເລືອດເນື້ອເພື່ອປະເທດ ຊາດ ແລະ ປະຊາຊົນຢ່າງ ອົງອາດກ້າຫານ ຈົນໄດ້ຮັບໄຊຊະນະ ແລະປະກາດເອກະລາດ, ສະຖາປະນາເປັນສາທາລະນະລັດ ປະຊາທິ ປະໄຕປະຊາຊົນ ລາວ ໃນ ວັນທີ 2 ທັນວາ 1975, ເຊິ່ງ ຄຸນງາມຄວາມດີ ແລະ ຜົນ ງານອັນໃຫຍ່ຫລວງດັ່ງກ່າວ ໄດ້ ຖືກ ຈາລຶກໄວ້ໃນຊີວິດ ຈິດໃຈຂອງທົ່ວປວງຊົນລາວທັງຊາດ ຕະຫລອດໄປ.    
          ຜູ້ນຳລາວຕ້ອນຮັບການເຂົ້າອວຍພອນຂອງບັນດາທູຕານຸທູດໂອກາດວັນ ຊາດຄົບຮອບ 38 ປີໃນຕອນເຊົ້າວັນທີ  29  ພະຈິກ 2013, ການນຳພັກ-ລັດ ນຳໂດຍ ທ່ານ ຈູມມາລີ ໄຊຍະສອນ ປະ ທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມພັນລະຍາໄດ້ເປັນກຽດຕ້ອນຮັບການເຂົ້າອວຍພອນຂອງບັນດາທູ ຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນຕ່າງໆປະຈຳລາວ, ນຳໂດຍທ່ານ ອາເລັກ ວິກຕໍໂຣວິນ ກາບານົບ ເອກອັກຄະລັດ ຖະທູດອາວຸໂສ ແຫ່ງສະຫະພັນລັດເຊຍປະຈຳລາວ. ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບ ຮອບ 38 ປີ (2/12/ 1975-2/12/ 2013).             
            ໃນໂອກາດວັນມີຄວາມໝາຍສຳຄັນນີ້ ທ່ານທູດອາວຸໂສ ໄດ້ກ່າວຊື່ນຊົມຕໍ່ຜົນງານຂອງລັດຖະບານລາວ ໃນການພັດ ທະນາເສດຖະກິດ-ສັງຄົມ ແລະ ການແກ້ໄຂຄວາມທຸກຍາກທີ່ສາມາດບັນລຸໝາກຜົນໃນປີ 2013 ແລະ ຄວາມພະຍາຍາມ ເພື່ອບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ ໃນປີ 2015.  
         ທ່່່ານທູດກ່າວວ່າ: ຜົນສຳເລັດ ອັນພົ້ນເດັ່ນຂອງລາວ ແມ່ນສາມາດຮັກສາສະຖຽນລະພາບທາງການເມືອງ, ສັງຄົມມີ ຄວາມສະຫງົບສຸກ, ການປົກຄອງລັດດ້ວຍກົດໝາຍ, ການປົກປ້ອງ ແລະ ສົ່ງເສີມສິດທິຂັ້ນພື້ນຖານຂອງປະຊາຊົນມີຄວາມ ຮັບປະກັນເຊິ່ງເປັນປັດໄຈພື້ນຖານຂອງການພັດທະນາເສດຖະກິດ- ສັງຄົມຂອງທຸກໆປະເທດໃນໂລກ. ທ່ານທູດອາວຸໂສຍັງ ສະແດງຄວາມເຊື່ອໝັ້ນວ່າ ສປປ ລາວ ມີຄວາມ ເອກອ້າງທະນົງໃຈໃນການສືບຕໍ່ປະຕິບັດແນວທາງການຕ່າງປະເທດອັນສະ ເໝີຕົ້ນສະເໝີປາຍ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນໃນຫລາຍລະດັບ. ສປປ ລາວ ໄດ້ມີ ບົດບາດອັນສຳຄັນຍິ່ງໃນພາກພື້ນ ແລະ ໃນຂະບວນການສ້າງປະຊາຄົມອາຊຽນ, ທີ່ສຳຄັນ ສປປ ລາວ ໄດ້ມີຄວາມຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງຕໍ່ພັນທະສາກົນເພື່ອຍົກສູງບົດບາດຂອງຕົນຢູ່ໃນພາກພື້ນ ແລະ ໃນໂລກ.            
           ໃນໂອກາດດຽວກັນ ທ່ານ ຈູມມາລີ ໄຊຍະສອນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານທູດອາວຸໂສທີ່ໄດ້ຊົມເຊີຍ ຕໍ່ຜົນສຳເລັດທີ່ລັດຖະບານລາວ ໄດ້ນຳພາປວງຊົນລາວທັງຊາດຍາດໄດ້ຜົນງານການພັດທະນາເສດຖະກິດ- ສັງຄົມຕະຫລອດ 1 ປີຜ່ານມາ ທ່ານປະທານປະເທດ ກ້າວຢ້ຳ ວ່າ:  ປີ 2013 ສປປ ລາວ ໄດ້ປະຕິ ບັດແຜນພັດທະນາເສດຖະກິດ ສັງ ຄົມຄັ້ງທີ 7 ໄດ້ ເຄິ່ງສະໄໝ  ແລະ ເຫັນວ່າສາມາດບັນລຸຜົນສຳເລັດຢ່າງເປັນຮູບປະທຳຫລາຍດ້ານຄືສະຖຽນລະພາບດ້ານການເມືອງ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ. ລາຍຮັບສະເລ່ຍໄດ້ 1.500 ໂດລາສະຫະລັດ/ຄົນ, ຄອບ ຄົວທຸກຍາກຍັງ ເຫລືອ 10,57%, ປັດຈຸບັນໄດ້ສຸມໃສ່ການປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາໃຫ້ມີຜົນສ ຳເລັດໃນປີ 2015 ແລະ ສຸມໃສ່ການປະຕິບັດນະໂຍບາຍ 3 ສ້າງດ້ວຍຜົນສຳເລັດໃນເບື້ອງຕົ້ນ.             
         ຜົນງານທີ່ ສປປ ລາວ ຍາດມາໄດ້ນັ້ນ ກໍເປັນການປະກອບສ່ວນຊ່ວຍເຫລືອຢ່າງຈິງໃຈຂອງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນອັນມີຄວາມສຳຄັນຍິ່ງໃນການເພີ່ມກຳລັງແຮງເພື່ອຫັນເອົາປະເທດອອກຈາກຄວາມດ້ອຍພັດທະນາ ໃນປີ 2020. ເຊື່ອໝັ້ນວ່າບັນດາທ່ານທີ່ໄດ້ປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຈະສືບຕໍ່ສະໜັບສະໜູນ ແລະ ຮ່ວມ ມື ຊ່ວຍເຫລືອແກ່ລັດຖະບານລາວ ເພື່ອພ້ອມກັນເສີມສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາທີ່ຍືນ ຍົງໃນພາກພື້ນ ແລະ ໃນໂລກຕໍ່ໄປ.

No comments:

Post a Comment