ເຈົ້າໜ້າທີ່ ພະແນກຕຳຫຼວດ ສະກັດກັ້ນ ແລະ ມອດໄຟນະຄອນຫຼວງວຽງ ຈັນ
ໃຫ້ຮູ້ວ່າ: ໃນວັນທີ 22 ມັງ ກອນນີ້ ເວລາປະມານ 10 ໂມງ ໄດ້ເກີດເຫດໄຟ ໄໝ້ເຮືອນຂອງປະຊາຊົນ
1 ຫຼັງຢູ່ບ້ານ ໂພນ ຕ້ອງ-ຈອມມະນີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນໄດ້ເຮັດໃຫ້ເຮືອນວິນຫຼ້າຊັ້ນໜຶ່ງຖືກເສຍຫາຍໝົດກ້ຽງ.
ຈາກການສືບສວນ-ສອບສວນຜູ້ເປັນເຈົ້າຂອງເຮືອນທາງເຈົ້າໜ້າທີ່ໄດ້ຮູ້ວ່າ:
ເຮືອນຫຼັງດັ່ງກ່າວແມ່ນເປັນ ເຮືອນຂອງ ນາງ ຈັນທີ ອາຍຸ 51 ປີ, ຊຶ່ງກ່ອນເກີດເຫດ ຜູ້ກ່ຽວໄດ້ຢູ່ເຮືອນຄົນດຽວໂດຍມີລູກ
2 ຄົນອອກໄປເຮັດ ວຽກ ຂະນະດຽວກັນ ກໍໄດ້ນຳໃຊ້ເຄື່ອງຕົ້ມນ້ຳໄຟຟ້າ ແລະ ອື່ນໆ, ແລ້ວຍ່າງອອກມາຕາກແດດຢູ່ນອກເຮືອນກ່ອນ
ທີ່ຜູ້ກ່ຽວໄດ້ໄດ້ຍິນສຽງໄຟຟ້າ ແຕກ ແລະ ເຫັນຄວັນອອກມາຈາກພາຍໃນ, ຊຶ່ງຊາວບ້ານທີ່ຢູ່ໃກ້ຄຽງຕ່າງກໍໄດ້
ເຂົ້າ ມາຊ່ວຍ ແລະ ໄດ້ແຈ້ງເຈົ້າໜ້າທີ່ມອດ
ໄຟ ຫຼັງຈາກລົດນ້ຳມາເຖິງໄດ້ລະດົມກຳລັງມອດໄຟ ໂດຍໃຊ້ເວລາປະມານ
30 ນາທີ ແລະ ໃຊ້ລົດ 2 ຄັນ ຈຶ່ງສາມາດຄວບ ຄຸມໄຟບໍ່ໃຫ້ຂະຫຍາຍວົງກວ້າງ, ຊຶ່ງທາງເຈົ້າໜ້າທີ່ຄາດວ່າສາເຫດ
ຂອງການເກີດໄຟແມ່ນຍ້ອນການນຳໃຊ້ເຄື່ອງໄຟຟ້າຈຳນວນ ຫຼາຍໃນປັກສຽບດຽວກັນຈຶ່ງເຮັດໃຫ້ເກີດໄຟຟ້າລັດວົງ
ຈອນ.
ເຈົ້າໜ້າທີ່ ພະແນກຕຳຫຼວດ ສະກັດກັ້ນ ແລະ
ມອດໄຟ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພຽງໄລຍະຕົ້ນປີ ນີ້ ຢູ່ນະຄອນຫຼວງວຽງຈັນ ມີອັກຄີໄພເກີດຂື້ນ
12 ຄັ້ງ, ຜົນເສຍຫາຍລວມີ ເຮືອນ 6 ຫຼັງ, ຫ້ອງນອນ 4 ຫ້ອງ ແລະ ອື່ນໆໄດ້ຮັບຄວາມເສຍຫາຍ ໂດຍສາເຫດສ່ວນໃຫຍ່ແມ່ນເກີດມາຈາກການໄຕ້ທູບທຽນບູຊາ,
ໄຟຟ້າລັດວົງຈອນ ແລະ ອື່ນໆ.

No comments:
Post a Comment