Ad

Ad

6 February 2014

ບຸນຊ້າງໄຊຍະບູລີປີນີ້ຈະມີນັກທ່ອງທ່ຽວເຂົ້າຮ່ວມຫຼາຍກ່ວາ 1,5 ແສນຄົນ



       ຕາມການໃຫ້ສຳພາດຂອງ ທ່ານ ສັງວຽນ ແສງກັນນາ, ຮອງຫົວໜ້າພະແນກ ຖະແຫຼງຂ່າວວັດທະນະທຳ ແລະ ທ່ອງ ທ່ຽວແຂວງໄຊຍະບູລີ ໃຫ້ຮູ້ວ່າ: ບຸນຊ້າງ ປີນີ້ຈະເປີດຂຶ້ນໃນວັນທີ 12-19 ກຸມພານີ້, ທີ່ເທດສະບານແຂວງຂອງຕົນ ແລະ ມາ ຮອດ ວັນທີ 5 ກຸມພານີ້ ການກະກຽມງານດັ່ງກ່າວແມ່ນສຳເລັດຫຼາຍກ່ວາ 70%, ໃນນັ້ນມີການກະກຽມດ້ານທີ່ ພັກໂຮງແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ ແລະ ກິດຈະກຳຕ່າງໆໃນງານບຸນ, ປັດຈຸບັນອານຸກຳມະການຈັດງານບຸນ ກຳລັງສຸມ ໃສ່ກະກຽມຄົວພ້ອມອື່ນໆເພື່ອສາມາດຮອງຮັບ ແລະ ອຳນວຍຄວາມສະດວກທຸກດ້ານໃຫ້ແກ່ນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າມາຊົມຫຼາຍກ່ວາ 1,5 ແສນຄົນ, ສຳລັບປີຜ່ານມາ ມີນັກທ່ອງທ່ຽວເຂົ້າມາຫຼາຍ ກວ່າ 1,2 ແສນຄົນ.
        ທ່ານຮອງຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວໄຊຍະບູລີ ກ່າວວ່າ: ບຸນຊ້າງປີນີ້ ມີຫຼາຍໆ
ກິດຈະກຳ ທີ່ພົ້ນເດັ່ນໂດຍຈະເປັນການສະແດງຂອງຊ້າງໃຫ້ຫຼາກຫຼາຍກວ່າເກົ່າ ແລະ ຄາດວ່າຈະມີຊ້າງເຂົ້າຮ່ວມສະແດງເຖິງ 65 ເຊືອກ, ນອກຈາກງານມະຫາກຳບຸນຊ້າງແລ້ວ ແຂວງ ໄຊຍະບູລີ ຍັງມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າໃຫ້ທ່ອງທ່ຽວຊົມເຊັ່ນ: ບຸນກອງເຂົ້າໃຫຍ່ເມືອງພຽງ, ບຸນພະເວດເມືອງ ແກ່ນ ທ້າວ, ບຸນຊ່ວງເຮືອ ແລະ ອື່ນໆ, ຊຶ່ງຜູ້ທີ່ຈະມາທ່ຽວຊົມສາມາດເດີນທາງມາໄດ້ດ້ວຍລົດ, ເຮືອ ແລະ ເຮືອບິນໄດ້ໂດຍ ສະດວກ.
        ບຸນຊ້າງແຂວງໄຊຍະບູລີ ກໍຄືປະເທດເຮົາໄດ້ກຳເນີດຂຶ້ນມາແຕ່ເຫີງນານໂດຍປະຕິບັດຕາມຄວາມເຊື່ອໃນຮີດຄອງປະເພ ນີທີ່ປະຊາຊົນລາວໄດ້ໃຊ້ຊີວິດຕິດພັນກັບຊ້າງຕະຫຼອດມານັບທັງການນຳໃຊ້ເຂົ້າຊ່ວງໃນການເປັນແຮງງານລາກແກ່ອື່ນໆ ແລະ ເຂົາເຈົ້າຖືວ່າຊ້າງເປັນໜຶ່ງໃນສະມາຊຶກຄອບຄົວ, ເຈົ້າຂອງເຮືອນ ແລະ ຈຸ້ມວົງຕະກຸນທີ່ມີຊ້າງ ພ້ອມພາກັນເຮັດບຸນຊ້າງ, ບາສີ ສູ່ຂວັນໃຫ້ຊ້າງ, ສຳມາຄາລະວະຕໍ່ຊ້າງຄືຜູ້ທີ່ມີບຸນຄຸນຕໍ່ຄອບຄົວ ແລະ ໄດ້ເຮັດບຸນດັ່ງກ່າວມາໂດຍຕະຫຼອດນັບຫຼາຍເຊັ່ນ ຄົນແລ້ວ.

No comments:

Post a Comment