Ad

Ad

10 February 2014

ປະກວດຮູບແຕ້ມ “ ລົດໂຕໂຍຕ້າ ໃນຝັນຂອງຂ້ອຍຄັ້ງທີ 4 ”

      ​ໃນວັນທີ 8 ກຸມພານີ້, ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດໄດ້ຈັດປະກວດຮູບ ແຕ້ມໃນຫົວຂໍ້ “ ລົດໂຕໂຍຕ້າ ໃນ ຝັນ ຂອງຂ້ອຍຄັ້ງທີ 4 ” ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ໂຍອິຊີ ຊາຄາຣະ ຜູ້ປະສານງານກຳມະການຜູ້ຈັດ ການບໍລິສັດໂຕໂຍຕ້າມໍເຕີ້ ປະເທດໄທ ຈຳກັດ, ທ່ານ ຈັກກະຣິນ ຊົນນະທີທອນ ຮອງຜູ້ອຳນວຍການຝ່າຍປະຕິບັດການປະ​ເທດລາວ ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທຈຳກັດ ພ້ອມດ້ວຍພະນັກງານ, ຕົວແທນຈຳໜ່າຍ ​ແລະ ນ້ອງ​ນ້ອຍ​ນັກຮຽນ​ຈາກ​ໂຮງຮຽນ​ແຫ່ງ​ຕ່າງໆ​ອ້ອມ​ຂ້າງ​ນະຄອນຫຼວງ​ວຽງ​ຈັນເຂົ້າຮ່ວມ.
      ການປະກວດຮູບແຕ້ມໃນຄັ້ງ ນີ້ຈັດຂຶ້ນເປັນຄັ້ງທີ 4 ໃນປະເທດລາວ ເຊິ່ງໃນປີ 2014 ນີ້ ໄດ້ແບ່ງການປະກວດ ອອກ ເປັນ 2 ຂັ້ນຄື: ຂັ້ນແຂວງຢູ່ 4 ແຂວງ ໃຫ່ຍຄື: ແຂວງຫຼວງພະບາງ, ສະຫວັນນະເຂດ ແລະ ແຂວງຈຳປາສັກ ໃນວັນທີ 1 ກຸມ ພາ 2014 ແລະ ຢູ່ນະຄອນຫຼວງໃນວັນທີ 8 ກຸມພາ 2014 ແລະ ຈະໄດ້ນຳເອົາຮູບແຕ້ມຂອງຜູ້ຊະນະເລີດຂັ້ນແຂວງທັງໝົດ ມາທຳການຕັດສິນຂັ້ນປະເທດທີ່ນະຄອນຫຼວງວຽງຈັນ ແລະ ປະກາດມອບລາງວັນໃນວັນທີ 19 ກຸມພາ 2014 ທີ່ຈະ​ເຖິງ​ນີ້​ຢູ່ນະຄອນຫຼວງວຽງຈັນ. ງານ​ດັ່ງກ່າວ​ນັບວ່າໄດ້ຮັບຄວາມສົນ
ໃຈຈາກນ້ອງນ້ອຍເຍົາວະຊົນ ແລະ ຜູ້ປົກຄອງ​ເປັນ​ຢ່າງ​ດີ​ໂດຍມີ ຍອດຜູ້ສະໝັກເຖິງ 1.351 ຄົນ. ໃນນັ້ນແຂວງສະຫວັນນະເຂດມີ 203 ຄົນ, ແຂວງຈຳປາສັກມີ 141 ຄົນ, ແຂວງຫຼວງພະ ບາງ 176 ຄົນ ແລະ ນະຄອນຫຼວງ ວຽງຈັນມີ 831 ຄົນ.
        ທ່ານ  ສຸດທານີ ໄຊຍະສານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນກ່າວວ່າ: ຂໍແດງ ຄວາມຂອບ​ໃຈ​ຕໍ່ບໍລິສັດ ໂຕໂຍຕ້າ ທີ່ໄດ້ຈັດກິດຈະກຳດີໆ​ແບບນີ້ໃຫ້ແກ່ນ້ອງ​ນ້ອຍ​ນັກຮຽນໄດ້​ສະ​ແດງ​ອອກ​ທາງ​ດ້ານ​ຄວາມ​ສາມາດ​ໃນ​ການ​ຄົ້ນ​ຄິດ​ອອກ​ແບບ​ຜ່ານ​ຂອງ​ເຂົາ​ເຈົ້າ​ຜ່າ​ນຮູບ​ແຕ້ມ ແລະ ​ໄດ້​ມີ​ໂອກາດ​ນຳ​ເອົາ​ຜົນງານ​ຂອງຕົນໄປຮ່ວມໃນການ ແຂ່ງຂັນຮູບແຕ້ມຊິງຊະນະເລີດຢູ່ໃນປະເທດຍີ່ປຸ່ນໃນອະນາຄົດ ສະນັ້ນ ສະ​ແດງ​ໃຫ້​ເຫັນ​ອີກ​​ເທື່ອ​ໜຶ່ງວ່າ: ບໍລິສັດ ໂຕໂຍຕ້າ ເວລາ ໃດກໍເປັນຫ່ວງເປັນໃຍໃຫ້ໂອກາດແກ່ລູກຫຼານຂອງເຮົາໄດ້ພັດທະນາການສຶກສາ ແລະ ແນວຄິດປັນຍາ.
     ນອກຈາກການປະກວດແຕ້ມຮູບທີ່ເປັນກິດຈະກຳຫຼັກໃນການຈັດງານແລ້ວ, ໂຕໂຍຕ້າຍັງໄດ້ຈັດໃຫ້ມີການຫຼີ້ນເກມຊິງ ລາງວັນ ແລະ ກິດຈະກຳມ່ວນໆໃຫ້ຄວາມບັນເທິງ ແລະ ໂຕໂຍຕ້າຫວັງເປັນຢ່າງຍິ່ງວ່າຄັ້ງນີ້ຈະເປັນບາດກ້າວໝຶ່ງທີ່ເຮັດໃຫ້ ເຍົາວະຊົນລາວສາມາດພັດທະນາຂີດຄວາມສາມາດຂອງຕົນຂຶ້ນສູ່ເວທີສາກົນໃນອະນາຄົດໃຫ້ມີຄວາມຮູ້ດ້ານສິນລະປະ ແລະ ພັດທະນາແນວຄວາມຄິດສ້າງສັນມີຄວາມຮູ້ຄວາມສາມາດພັດທະນາປະເທດຕໍ່ໄປ.

No comments:

Post a Comment