Ad

Ad

10 February 2014

ສະ​ປາຍ​ຈັບສະຫຼາກແຈ​ກ​ໂຊກ​ໃຫ້ລູກຄ້າ



      ບໍລິສັດ ​ເອັສທີ​ກຸຣບ ຈຳກັດ ຕົວ​ແທນຈຳໜ່າຍ​ເຄື່ອງ​ດື່ມ ສະ​ປາຍ ວາຍ ຄູນເລີ Spy Wine cooler ພຽງຜູ້​ດຽວ​ ​ໃນລາວ ​ໄດ້​ຈັດ​ກິດຈະກຳ​ສົ່ງ​ຝາ​ສະ​ປາຍ​ຊິງ​ໂຊກ​ຮັບ​ລົດ ​ເຊບ​ໂຣ​ເລັດ Chev rolet Spark ​ໃນ​ຄ່ຳ​ຄືນ​ຂອງ​ວັນ​ທີ 8 ກຸມພາ 2014 ​ຢູ່ຮ້ານ​ບັນ​ເທີ​ງ ວັອດຄລັບ, ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ລູກ​ຄ້າ​ເຂົ້າ​ຮ່ວມຢ່າງ​ໜາ​ແໜ້ນ ແລະ  ​ ​ເປັນ​ປີ​ທີ 7 ຕິດຕໍ່​ກັນ ທີ່ສະ​ປາຍ ໄດ້ຈັດກິດຈະກຳ​ພິ​ເສດ​ດ້ວຍ​ການ ແຈກ​ລົດ ​ເຊບ​ໂຣ​ເລັດ Chevrolet Spark, ພ້ອມ​ລາງວັນ​ອີກ​ຫຼາກ​ຫຼາຍ​ບໍ່​ວ່າ​ຈະ​ເປັນລົດຈັກ New Yamaha Fino, ​​​ໂທລະສັບ​ມື​ຖື Samsung Galaxy Grand, ໂທລະສັບ​ມື​ຖື Samsung Galaxy Tab3  7 ນິ້ວ. ນອກຈາກ ນີ້​ຍັງ​ມີ​ໂປຣ​ໂມ​ຊັ່ນ​​ພິ​ເສດ ​ແລະ ຄອນ​​ເສີ​ດ ຈາກວົງ ຈ່ີ​ນີ້ (Genie), ຕ່າ​ຍ, ລັກ​ກີ້ ບ໋ອກ​ເຊີ້ ​ເພື່ອ​ສ້າງ​ຄວາມ​ມ່ວນ​ຊື່ນ​ຕະຫຼອດ​ງານ ເພື່ອ​ໃຫ້​ລູກ​ຄ້າ ​ໄດ້​ຮັບ​ຄວາມສຸກ ແລະ ຄວາມ​ປະ​ທັບ​ໃຈ​ຢ່າງ​ເຕັມ ທີ.

      ​ງານ​ຄັ້ງ​ນີ້ ການ​ຈັບ​ລາງວັນ​ຜູ້​​ໂຊກ​ດີ​ໄດ້​ຮັບ​ລົດ ເຊບ​ໂຣ​ເລັດ New Chevrolet Spark ​ເຊິ່ງທຸກ​ຝາ​ທີ່​ສົ່ງ​ມາ​ຈາກ​ທຸກ​ແຂວງ​ມີ​ສິດ​ລຸ້ນ ​ໂດຍ​ສະ​ປາຍໄດ້​ຈັບ​ລາງວັນ ​ແລະ ປະກາດ​ລາຍ​ຊື່​ຜູ້​ໂຊກ​ດີ​ກັນ​ໄປ​ແລ້ວ ພ້ອມ​ກັບ​ຜູ້​ໂຊກ​ດີ​ຊາວ​ນະຄອນຫຼວງ​ວຽງ​ຈັນ. ​ເຊິ່ງ​ແມ່ນ ທ່ານ ຈັນທະຄາດ ​ໄດ້​ຮັບ​ລາງວັນ​ໃຫຍ່ລົດ ເຊບ​ໂຣ​ເລັດ New Chevrolet Spark ​ໃນ​ງານຄັ້ງ​ນີ້.

No comments:

Post a Comment