Ad

Ad

26 August 2014

ນະຄອນຫລວງຈະສູ້ຊົນໃຫ້ເປັນນະຄອນຫລວງປອດຢາເສບຕິດໃນປີ 2015



    ທ່ານ ຊື່ນຊ່ວງ ດວງຕາວິໄລ ຫົວໜ້າຫ້ອງການຄະນະກຳມະການກວດກາ ແລະ ຄວບຄຸມຢາ ເສບຕິດນະຄອນຫລວງວຽງ ຈັນ ໃຫ້ຮູ້ວ່າ: ນະຄອນຫລວງວຽງຈັນ, ຈະສູ້ຊົນໃຫ້ເປັນນະຄອນຫລວງປອດຢາເສບຕິດໃນປີ 2015 ນີ້ ແລະ ມາຮອດປັດ ຈຸບັນ, ສາມາດຂຶ້ນບັນຊີເປົ້າໝາຍສະຖານມົ້ວສຸມ 380 ຈຸດ ແລະ ຜູ້ພົວ ພັນສິ່ງ ເສບຕິດ 7.700 ກວ່າຄົນ, ໃນນັ້ນຍິງ 500 ກວ່າຄົນ, ຂະນະ ທີ່ໃນໄລຍະ 6 ເດືອນຕົ້ນປີ 2014 ນີ້, ມີຄະດີຢາເສບຕິດເກີດຂຶ້ນ 241 ເລື່ອງ, ສາມາດກັກຕົວ ຜູ້ກະທຳຜິດ ໄດ້ 482 ຄົນ, ຍິງ 77 ຄົນ ແລະ ຍຶດຂອງກາງຢາເສບຕິດປະເພດຕ່າງໆເປັນຈຳນວນຫລາຍ.
     ທ່ານຫົວໜ້າຫ້ອງການຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດນະຄອນຫລວງວຽງຈັນ ກ່າວວ່າ: ຢູ່ນະ ຄອນຫລວງວຽງຈັນ, ມີ 418 ບ້ານ, ໃນນີ້ ໄດ້ປະກາດບ້ານເປັນບ້ານປອດຢາເສບຕິດແລ້ວ 315 ບ້ານ ແລະ ຈະສືບຕໍ່ສູ້ຊົນ ໃຫ້ສຳເລັດໃນປີ 2015 ທີ່ຈະເຖິງ ນີ້, ໂດຍຕົ້ນຕໍ່ແມ່ນຈະສືບຕໍ່ຊຸກຍູ້ 10 ບ້ານຈຸດສຸມໃນ 3 ເມືອງຄື ເມືອງຈັນທະບູລີ 7
ບ້ານ, ເມືອງ ສີສັດຕະນາກ 2 ບ້ານ ແລະ ເມືອງສັງທອງ 1 ບ້ານ ເພື່ອ ສ້າງເປັນບ້ານປອດຢາເສບຕິດຕົວແບບ, ພ້ອມທັງເປີດ ກອງປະຊຸມເຝິກອົບຮົມໃຫ້ພະນັກງານ, ອຳນາດການປົກຄອງບ້ານລຽບຕາມຊາຍແດນແມ່ນ້ຳຂອງລະຫວ່າງນະຄອນຫລວງ ວຽງຈັນ-ແຂວງໜອງຄາຍ ແລະ ແຂວງເລີຍ (ປະເທດໄທ) ຈຳນວນ 101 ບ້ານ, ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃນ ການປ້ອງກັນບັນຫາຢາເສບຕິດລຽບຕາມຊາຍແດນ, ຄຽງຄູ່ກັນນັ້ນ, ກໍເອົາໃຈໃສ່ຕໍ່ຜູ້ທີ່ໄດ້ຮັບການບຳບັດແລ້ວກັບຄືນສູ່ຄອບ ຄົວຄວນໄດ້ຮັບການຕິດຕາມຊ່ວຍເຫລືອໂດຍສະເພາະແມ່ນສ້າງໃຫ້ເຂົາເຈົ້າມີວຽກເຮັດງານທຳດ້ວຍການຈັດເຝິກອົບຮົມສົ່ງ ເສີມສີມືແຮງງານ, ວິຊາຊີບຕ່າງໆເພື່ອຫລີກເວັ້ນໄພຫວ່າງງານ ແລະ ບັນຫາສັງຄົມອື່ນໆ.

No comments:

Post a Comment