Ad

Ad

26 August 2014

ແຕ່ນີ້ຮອດປີ 2017 ຄ່າກະໄຟຟ້າ ຢູ່ປະເທດເຮົາຈະຍັບຂຶ້ນ 2% ຕໍ່ປີ



    ຄືດັ່ງຮູ້ນຳກັນແລ້ວວ່າ: ຄ່າ ກະແສໄຟຟ້າ, ໄດ້ກວມປະມານ 10 - 30% ຂອງລາຍຮັບໃນຄອບຄົວ, ດັ່ງນັ້ນ, ໃນໄລຍະຜ່ານມາຈຶ່ງເກີດມີສຽງຈົ່ມ ຈາກສັງ ຄົມວ່າ : ເປັນຫຍັງປະເທດເຮົາມີເຂື່ອນຫລາຍ, ແຕ່ຄ່າໄຟຊົມໃຊ້ໃນຄົວເຮືອນຍັງສູງ ເມື່ອທຽບກັບບັນດາປະເທດໃກ້ຄຽງອື່ນໆ, ເຊິ່ງໃນອາທິດຜ່ານມາ, ທ່ານ ວິລະພົນ ວິລະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່, ກໍໄດ້ອອກມາ ຊີ້ແຈງແລ້ວຕໍ່ກັບບັນຫາດັ່ງກ່າວວ່າປະເທດລາວເຮົາ, ມີຫ້ວຍ ນ້ຳລຳເຊອຸດົມສົມບູນແຕ່ເໜືອຮອດໃຕ້ຈຶ່ງມີເງື່ອນໄຂສ້າງ ເຂື່ອນຜະລິດໄຟຟ້ານ້ຳຕົກສູງ ເຖິງ 26 ພັນເມກາວັດ, ແຕ່ຂະນະດຽວກັນ, ການກໍ່ສ້າງເຂື່ອນແຕ່ ລະແຫ່ງນັ້ນແມ່ນປະກອບ ມີ: ການສ້າງຕົວເຂື່ອນ, ອ່າງເກັບນ້ຳ, ໂຮງຈັກ, ສ້າງສະຖານີສາຍ ສົ່ງ, ການຍົກຍ້າຍຈັດສັນ, ວຽກ ຫລຸດຜ່ອນຜົນກະທົບ ຕໍ່ສິ່ງແວ ລ້ອມ, ຄ່າບຳລຸງຮັກສາ, ພາສີ, ອາກອນ ແລະ ອື່ນໆຕາມລະ ບຽບກົດໝາຍກຳນົດໄວ້ເຊິ່ງ ເຫັນວ່າແຕ່ລະວຽກແມ່ນ
ມີມູນຄ່າໃຊ້ຈ່າຍສູງສົມຄວນ, ພ້ອມ ດຽວກັນນັ້ນ, ທ່ານລັດຖະມົນຕີ ຊ່ວຍວ່າການກະຊວງພະລັງ ງານ ແລະ ບໍ່ແຮ່ ກໍໄດ້ຍົກ ຕົວຢ່າງສົມທຽບໃຫ້ເຫັນຕົວເລກ ການຊົມໃຊ້ໄຟຟ້າຢູ່ປະເທດໃກ້ ຄຽງຄື: ກຳປູເຈຍໃຊ້ໄຟຟ້າສະ ເລ່ຍ 220, ໄທ 2.243, ຫວຽດ ນາມ 1.035, ມຽນມ້າ 131, ຍີ່ປຸ່ນ 7.400 ແລະ ລາວ 441 ກິໂລວັດ ໂມງຕໍ່ຄົນຕໍ່ປີ, ສ່ວນລາຄາຄ່າກະແສໄຟຟ້າຄິດ ໄລ່ເປັນເຊັນ (Cents) ຢູ່ລາວມີລາຄາ 7,8 ເຊັນ ເທົ່າກັບ 624 ກີບ/ກິໂລວັດໂມງ, ຢູ່ກຳປູເຈຍ 19,2,ໄທ 10,2, ຫວຽດ ນາມ 5,7,ມຽນມ້າ 3,4 ແລະ ຍີ່ປຸ່ນ 18,5 ເຊັນຕໍ່ກິໂລວັດ ໂມງ.
     ລັດວິສາຫະກິດໄຟຟ້າລາວ ໃຫ້ຮູ້ວ່າ: ສຳລັບຢູ່ປະເທດເຮົາ ການຄິດໄລ່ຄ່າໄຟຟ້າຍັງມີການ ເກື້ອກູນຜູ້ທຸກຈົນນຳອີກຄື: ຖ້າ ໃຊ້ໄຟຕ່ຳກວ່າ 25 ກິໂລວັດໂມງ ຕໍ່ເດືອນຈະເສຍຄ່າໄຟພຽງ 334 ກີບຕໍ່ກິໂລວັດໂມງ, ຖ້າໃຊ້ກາຍ 26 - 150 ກິໂລວັດໂມງຕໍ່ ເດືອນຈະເສຍ 398 ກີບຕໍ່ກິໂລວັດໂມງ ແລະ ໃຊ້ຫລາຍກວ່າ 150 ກິໂລ ວັດໂມງແມ່ນຈະໄດ້ເສຍ 980 ກີບຕໍ່ກິໂລວັດໂມງ. ໝາຍວ່າຖ້າ ເຮືອນໜຶ່ງໃຊ້ໄຟ 30 ກິໂລວັດ ໂມງລົງມາຈະເສຍເງິນຄ່າໄຟປະມານ 10 ພັນກີບ, ຮອດ 150 ກິໂລ ວັດໂມງຈະ ເສຍເງິນປະມານ 60 ພັນກິບ ແລະ ໃຊ້ຫລາຍເຖິງ 450 ກິໂລວັດໂມງກໍຈະເສຍເງິນປະມານ 4 ແສນກີບຕໍ່ເດືອນ ເຊິ່ງຄາ ລາຄິດໄລ່ນີ້, ແມ່ນອິງຕາມແຈ້ງການຂອງກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ປັບລາຄາໄຟຟ້າຊົມໃຊ້ພາຍໃນປະເທດໃນລະບົບ ຕາຂ່າຍຂອງລັດວິສາຫະກິດໄຟຟ້າລາວເລີ່ມແຕ່ເດືອນມີນາ 2012 ຈົນຮອດເດືອນທັນວາ 2017 ເພີ່ມຂຶ້ນ 2%/ປີ. ສະນັ້ນ, ຖ້າບໍ່ຢາກເສຍຄ່າໄຟຟ້າສູງພວກເຮົາກໍຕ້ອງຊົມໃຊ້ກະແສໄຟຟ້າຢ່າງປະຢັດ ແລະ ພ້ອມກັນຕື່ນຕົວມາເສຍຄ່າໄຟຟ້າໃນທຸກໆ ເດືອນ.

No comments:

Post a Comment