Ad

Ad

27 August 2014

ຄະນະຜູ້ແທນໄທຢ້ຽມຢາມເຂດນິຄົອຸດສາຫະກຳ ແລະ ການຄ້າວຽງຈັນ -ໂນນທອງ



      ໃນວັນທີ 26 ສິງຫານີ້, ຄະນະຜູ້ແທນຈາກພາກເໜືອຂອງ ປະເທດໄທນຳໂດຍ ຜູ້ວ່າລາດຊະການຈັງຫວັດຊຽງໃໝ່, ລຳ ພູນ, ລຳປາງ, ແມ່ຮ່ອງສອນ, ພ້ອມດ້ວຍບັ ນດາຫົວໜ່ວຍທຸລະກິດ ແລະ ຂະແໜງການລົງທຶນທີ່ຂຶ້ນກັບພາກເໜືອປະເທດ ໄທ, ທ່ານ ໄດ້ເຄື່ອນໄຫວຢ້ຽມຢາມເຂດເສດຖະກິດສະເພາະນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ, ໂດຍໄດ້ ຮັບການຕ້ອນຮັບຈາກທ່ານ ດຣ. ເຂິງຄຳ ແກ້ວໜູຈັນຮອງຫົວໜ້າກອງເລ ຂາຄະນະກຳມະການແຫ່ງຊາດລາວເພື່ອຄຸ້ມຄອງ ເຂດເສດຖະກິດພິເສດ ແລະ ສະເພາະ (ກຄ ຂພສ), ທ່ານ ສີບຸນເຮືອງ ວຽງຄຳໄຜ່, ຮອງປະທານສະພາບໍລິຫານເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.   
     ທ່ານ ດຣ. ເຂິງຄຳ ແກ້ວໜູຈັນ ກ່າວວ່າ: ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດ ສະເພາະ (ຂພສ) ຢູ່ລາວເປັນວຽກງານໃໝ່ທີ່ພັກ ແລະ ລັດຖະບານສ້າງຂຶ້ນເພື່ອແນໃສ່ບຸກທະລຸທາງດ້ານເສດຖະກິດຂອງປະ ເທດ, ແນ່ໃສ່ດຶງດູດການລົງທຶນຈາກຕ່າງປະເທດເຂົ້າໃນຂະແໜງການຕ່າງໆຢ່າງມີຈຸດສຸມ, ດ້ວຍການຖອດຖອນບົດຮຽນ, ປະສົບການຈາກພາຍໃນ ແລະ ຕ່າງປະເທດໂດຍສະເພາະການນິຄົມອຸດສາຫະກຳແຫ່ງປະເທດ ໄທທີ່ໄດ້ຊ່ວຍເຫລືອ ແລະ
ຖ່າຍທອດປະສົບການໃນການຄຸ້ມ ຄອງໃຫ້ແກ່ ຄຂພສ, ແລ້ວຈຳນວນ 10 ແຫ່ງ ເປັນເຂດເສດຖະ ກິດພິເສດ 2 ແຫ່ງຄື: ເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ເຂດເສດຖະກິດພິເສດສາມຫລ່ຽມຄຳ, ສ່ວນອີກ 8 ແຫ່ງ ແມ່ນເຂດເສດຖະ ກິດສະເພາະຄືນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ, ເຂດພັດທະນາກວມລວມໄຊເສດຖາ, ເຂດເສດຖະກິດ ສະເພາະລອງແທງວຽງຈັນ, ເຂດເສດຖະກິດ ສະເພາະດົງໂພສີ, ເຂດເສດຖະກິດສະເພາະບໍ່ເຕັນແດນງາມ, ເຂດເສດຖະກິດ ສະເພາະທ່າແຂກ, ເຂດເສດຖະກິດສະເພາະພູຂຽວ ແລະ ເຂດເສດຖະກິດສະເພາະບຶງທາດຫລວງ, ເຊິ່ງສາມາດດຶງດູດການ ລົງທຶນຕົວຈິງໄດ້ 1 ພັນລ້ານກວ່າໂດລາສະຫະລັດ ແລະ ສ້າງວຽກເຮັດງານທຳໄດ້ຫລາຍກວ່າ 8.000 ຕໍາ ແໜ່ງງານ.    
      ນອກຈາກນີ້, ຄະນະຜູ້ແທນໄດ້ຮັບຟັງຄວາມຄືບໜ້າຂອງການພັດທະນາຈາກສະພາບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງພ້ອມທັງລົງເບິ່ງຈຸດກໍ່ສ້າງຕ່າງໆທີ່ຢູ່ພາຍໃນນິຄົມ, ເຊິ່ງມາເຖິງປັດຈຸບັນມີມູນຄ່າການລົງທຶນຕົວຈິງ ທັງໝົດປະມານ 32 ລ້ານໂດລາສະຫະລັດໃນນັ້ນ, ເປັນການລົງທຶນຂອງຜູ້ພັດທະນາ 10 ລ້ານ ໂດລາສະຫະລັດ; ຂອງຜູ້ລົງ ທຶນລາຍຍ່ອຍ 22 ລ້ານໂດລາສະຫະລັດ, ມາເຖິງປີ 2014 ສາມາດດຶງ ດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດເຂົ້າໃນ ເຂດໄດ້ທັງໝົດ 28 ບໍລິສັດ ເປັນຕົ້ນແມ່ນຈາກສປຈີນ, ຍີ່ປຸ່ນ, ໄທ, ມາເລເຊຍ, ໄຕ້ຫວັນ, ຮົງກົງ, ເດນມາກ, ໃນນັ້ນຂະ ແໜງອຸດສາຫະກຳກວມເອົາ 46%, ການຄ້າ 28% ແລະ ການບໍລິການ 25%, ມີ 4 ບໍລິສັດທີ່ທົດລອງທຳການຜະລິດ, 2 ບໍລິສັດໄດ້ຜະລິດ ແລະ ສົ່ງອອກສິນຄ້າສ່ວນທີ່ເຫລືອກຳລັງກໍ່ສ້າງຫ້ອງການ ແລະ ໂຮງງານ, ສ້າງວຽກເຮັດງານທຳໄດ້ຈຳນວນ 823 ຄົນ, ໃນນີ້ຄົນລາວ 776 ຄົນ ແລະ ຕ່າງປະເທດ 47 ຄົນ. ໃນສົກປີ 2014-2015 ຄາດຄະເນຄວາມ ຕ້ອງການແຮງ ງານຈະເພີ່ມຂຶ້ນອີກປະມານ 1.500 ຄົນ ແລະ ໃນ ຊຸມປີຕໍ່ໜ້າຄາດວ່າຈະສ້າງວຽກເຮັດງານທຳໄດ້ບໍ່ຕໍ່າກວ່າ 15.000 ຄົນ. ສາມາດປະຕິບັດພັນທະອາກອນເງິນເດືອນຈາກແຮງງານໄດ້ຈຳນວນ 5.830 ໂດລາ ສະຫະລັດ, ສາມາດສົ່ງອອກສິນ ຄ້າ ມູນຄ່າ 8 ລ້ານໂດລາສະຫະລັດ ແລະ ນຳເຂົ້າສິນຄ້າເປັນຕົ້ນເຄື່ອງຈັກ, ວັດສະດຸອຸປະກອນ ຕ່າງໆລວມມູນຄ່າ 16 ລ້ານໂດ ລາສະຫະລັດພ້ອມກັນນັ້ນກໍໄດ້ມີການແບ່ງປັນຜົນປະໂຫຍດໃຫ້ແກ່ລັດຕາມສັນຍາ ( ແຕ່ປີ 2008- 2013) ຈໍານວນ 197.872 ໂດລາສະຫະລັດເຊິ່ງເປັນການປະກອບສ່ວນສ້າງລາຍຮັບແຫ່ງຊາດໃນເບື້ອງຕົ້ນ.   
         ເຂດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນ ທອງ ຕັ້ງຢູ່ຫລັກ 22 ບ້ານ ໂນນທອງ, ເມືອງໄຊທານີ. ນະ ຄອນ ຫລວງວຽງຈັນ, ສ້າງຕັ້ງຂຶ້ນໃນເດືອນຕຸລາ 2009, ໂດຍແມ່ນກະຊວງອຸດສາຫະກຳ ແລະ ການຄ້າຕາງໜ້າໃຫ້ລັດຖະບານຖື ຫຸ້ນ 30% ແລະ ບໍລິສັດ ໜຳເວ ພັດທະນາຈຳກັດ (ໄຕ້ຫວັນ) ຖືຫຸ້ນ 70%, ການລົງທຶນທັງໝົດປະມານ 43 ລ້ານໂດລາສະ ຫະລັດ, ທຶນຈົດທະບຽນ 12,9 ລ້ານ ໂດລາສະຫະລັດ ແລະ ມີອາຍຸສຳປະທານ 75 ປີ, ມີເນື້ອທີ່ທັງໝົດ 110 ເຮັກຕາ.  
         ສຳລັບການຄຸ້ມຄອງ ແລະ ບໍລິຫານເຂດນິຄົມອຸດສາຫະກຳການຄ້າວຽງຈັນ-ໂນນທອງ ແມ່ນໄດ້ປະຕິບັດຕາມນະໂຍ ບາຍໃໝ່ຂອງການພັດທະນາ ຂພສ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແລະ ດຳລັດວ່າດ້ວຍເຂດເສດ ຖະກິດພິເສດ ແລະ ສະເພາະ (ຂພສ) ໂດຍ ສ້າງຕັ້ງສະພາບໍລິຫານເຂດທີ່ປະກອບດ້ວຍຝ່າຍລັດຖະບານ ແລະ ຜູ້ພັດທະນາ (ບໍລິສັດ ໜຳເວ ພັດທະນາ ຈຳກັດ) ເພື່ອບໍລິຫານ ແລະ ຄຸ້ມຄອງເຂດຕາມກົນໄກ ຫົວໜ່ວຍບໍລິຫານນ້ອຍ-ສງຄົມກວ້າງ, ຫັນເປັນທັນສະໄໝດ້ວຍການນຳໃຊ້ລະບົບເອເລັກໂຕຣນິກເຂົ້າໃນການຄຸ້ມຄອງບໍລິ ຫານທີ່ຮັບປະກັນຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ເພື່ອ ຊຸກຍູ້ ແລະ ອຳນວຍຄວາມສະ ດວກໃຫ້ແກ່ການດຳເນີນທຸລະ ກິດ, ການບໍລິການຢູ່ພາຍໃນເຂດ ໃຫ້ບັນລຸຕາມຈຸດປະສົງເປົ້າໝາຍທີ່ວາງໄວ້ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ ຂອງທ້ອງຖິ່ນ ແລະ ຂອງຊາດ ໃຫ້ຂະຫຍາຍຕົວ.

No comments:

Post a Comment