Ad

Ad

22 August 2014

ປ້າຍໂຄສະນາຜິດລະບຽບສ່ວນຫຼາຍ​ເກີດ​ຈາກ​ຜູ້​ປະກອບການບໍ່​ໄດ້ຂໍອະນຸຍາດຈາກພາກສ່ວນກ່ຽວຂ້ອງ



     ປັດຈຸບັນຢູ່ປະເທດ​ເຮົາ, ເວົ້າ ລວມເວົ້າສະເພາະຢູ່ນະຄອນ ຫຼວງວຽງຈັນ ມີ ຊາວຕ່າງດ້າວ ເຂົ້າມາດຳເນີນທຸລະກິດເປັນຈຳ ນວນຫຼາຍ, ແຕ່ສັງເກດເຫັນວ່າ ຜູ້ ປະກອບການຕ່າງດ້າວຈຳ ນວນໜຶ່ງຂຽນປ້າຍຊື່ຫົວໜ່ວຍ ທຸລະກິດ-ຫ້າງ ຮ້ານບໍ່ ຖືກຕາມ ລະບຽບການກຳນົດໄວ້ເຊັ່ນ: ຂຽນ ໂຕໜັງສືຕ່າງປະເທດໃຫຍ່ກວ່າ ພາສາ ລາວ ແລະ ບໍ່ຖືກຕາມໄວ ຍາກອນເນື້ອພາສາລາວ.
         ຕໍ່ບັນຫາດັ່ງກ່າວທ່ານ ບຸນ ມາ ພັດທະນາສິນ, ຮອງຫົວໜ້າ ໜ່ວຍງານ ກວດກາ-ຄຸ້ມຄອງ ເນື້ອໃນປ້າຍໂຄສະນາ, ພະແນກຖະແຫຼ່ງຂ່າວ, ວັດທະນະທຳນະ ຄອນຫຼວງວຽງຈັນໄດ້ໃຫ້ສຳ ພາກຕໍ່ນັກ ຂ່າວຂອງພວກເຮົາ ວ່າ: ໄລຍະຜ່ານມາ ໜ່ວຍງານ ພວກເຮົາໄດ້ລົງກວດກາປ້າຍໂຄ ສະນາຕ່າງໆໃນນະຄອນຫຼວງ ວຽງຈັນ ເຫັນວ່າ​ປ້າຍ​ໂຄສະນາ​ສ່ວນ​ຫຼາຍ​ແມ່​ນຖືກຕາມ​ລະບຽບ​ການ,​ ແຕ່​ກໍຍັງມີປ້າຍຮ້ານ ແລະ ປ້າຍໂຄສະນາຂອງນັກທຸກລະ ກິດຊາວຕ່າງດ້າວຈຳນວນໜຶ່ງ​ແມ່ນຜິດ ຕໍ່ລະບຽບທີີ່ວາງອອກ,ຊຶ່ງສາເຫດເກີດຈາກຜູ້ປະກອບ ການບໍ່ໄດ້ຜ່ານການຂໍ້ອະນຸຍາດ ແລະກວດກາຈາກພາກສ່ວນກ່ຽວ ຂ້ອງ  ແລະ ສຳລັບການຄຸ້ມ ຄອງປ້າຍໂຄສະນາແມ່ນອີງໃສ່ຂໍ້ຕົກລົງຂອງລັດຖະມົນຕີວ່າ ການກະຊວງຖະແຫຼ່ງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວສະ ບັບເລກທີ 664/ຖວ. ລົງວັນທີ 13/9/ 2003, ວ່າດ້ວຍ
ການຄຸ້ມ ຄອງປ້າຍໂຄສະນາສິນຄ້າຢູ່ ສປປລາວ ແລະ ອີງຕາມແຈ້ງ ການຂອງລັດຖະມົນຕີວ່າການ ຖວທ ສະບັບເລກທີ 216 / ຖວ, ລົງວັນທີ 20/4/ 2010, ເລື່ອງເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງປ້າຍໂຄສະນາສິນ ຄ້າ, ບໍລິການທຸກປະເພດຄື: (1): ໃຫ້ພະແນກຖະແຫຼ່ງ ຂ່າວ, ວັດທະນະທຳບັນດາແຂວງ, ນະ ຄອນຫຼວງນຳເອົາຂໍ້ກົດນົດ ແລະ ແຈ້ງການດັ່ງກ່າວໄປເຜີຍແຜ່ ໃຫ້ບັນດາເມືອງໃນ ແຂວງຕົນຈັດຕັ້ງປະຕິບັດ (2): ສຳລັບໂລໂກ (Logo) ເຄື່ອງໝາຍບໍລິສັດ ແລະ ເຄື່ອງໝາຍການຄ້າຕ້ອງໃຫ້ມີໂຕໜັງສື ລາວຢູ່ນຳ ແລະ ໂລໂກ ທີ່ ຂຽນເປັນໂຕໜັງສືສາກົນສາ ມາດໃຫຍ່ກວ່າອັກສອນລາວໄດ້ 1/3 ແລະ ເປັນເຄື່ອງໝາຍບໍລິ ສັດ ທີ່ຈົດລິຂະສິດສາກົນ ຫຼື ຢູ່ ສປປ ລາວ ເຊັ່ນ: PEPSI, TOYOTA, Tigo, ETL, Kodak, Mphon ແລະ ສິນຄ້າ​ປະ​ເພດ​ເຄື່ອງ​ດື່ມ,​ ເຄື່ອງ​ສຳອາງ, ​ເຄື່ອງ​ໃຊ້ທີ່​ມີ​ເອກະສານ​ຢັ້ງຢືນ​ການ​ຈົດ​ລິ​ຂະ​ສິດ​ຕິດ​ຄັດ​ພ້ອມ​ຄຳ​ຮ້ອງ​ຂໍ​ໂຄສະນາ​, (3): ​ເນື່້ອ​ໃນ​ໂຄສະ ນາ​ທົ່ວ​ໄປ​ແມ່ນ​ໃຫ້​ໃຊ້​ອັກສອນ​ແບບຕົວໜັງສືໄຊ​ເສດ​ຖາ​ລາວ ຕ້ອງໃຫຍ່​ກວ່າ​ອັກສອນສາກົນ ແລະ (4): ສຳ​ລັບບັນ ດາ​ປ້າຍ​ທີ່​ອອກ​ອະນຸຍາດ​ແລ້ວ, ​ແມ່ນ​ນະ​ໂຍບາຍໃຫ້​ໝົດ​ກຳນົດ​ກ່ອນ​ຈຶ່ງ​ປ່ຽນ ແປງ ໃຫ້​ຖີກຕ້ອງ.
         ທ່ານ ບຸນ​ມາ ກ່າວ​ວ່າ: ສຳ​ລັບບໍ​ລິດ​ສັດ​ຫ້າ​ງຮ້ານ​ທີ່​ເຮັດ​ປ້າຍ​ໂຄສະນາ​ຜິດ​ລະ​ບຽບທາງ​ໜ່ວຍ​ງານ​ຂອງ ຕົນ​ກໍ​ໄດ້​ລົງ​ຊຸກ ຍູ້ ​ແລະ ​ແນະນຳ​ໃຫ້​ຜູ້​ປະກອບ​ການ​ເພື່ອ​ປ່ຽນ​ປ້າຍ​ໂຄສະນາ​ໃໝ່​ໃຫ້​ຖີກຕ້ອງຕາ​ມລະບຽບການ​ໄປ​ແລ້ວ​ຈຳນວນ​ໜຶ່ງ, ​ແຕ່​ຍັງ​ມີ​ຈຳນວນ​ໜຶ່ງ​ບໍ່​ທັນປ່ຽນ​ແປງ​ເນື່ອງ​ຈາກ​ເປັນ​ປ້າຍ​ໂຄສະນາ​ທີ່​ສ້າງ​ຂຶ້ນ​ມາ​ດົນ​ກ່ອນ​ຈະມີຂໍ້​ກຳ ນົດ​ອອກ ​ແລະ ຍັງ​ບໍ່​ໜົດຂອບ ເຂດອະນຸຍາດ, ແນວໃດກໍຕາມ ເພື່ອ​ຮັບປະກັນໃຫ້ການເຮັດ​ປ້າຍ​ໂຄສະນາໃນຕໍ່ໜ້າຖືກຕາມລະ ບຽບ​ທາງ​ໜ່ວຍ​ງານ​ກ່ຽວ ຂ້ອງ​ໄດ້ມີ​ແຜນທີ່​ຈະ​ໂຮມ​ບັນດາ​ບໍລິ ສັດ ​ແລະ ຮ້ານທີ່​​​ເຮ​ັດປ້າຍ​ໂຄ ສະນາມາຮັບຮູ້ຂໍ້ກຳນົດ, ກົດລະ ບຽບການ​ສ້າງ​ປ້າຍ​ໂຄສະນາທີ່​ຖືກຕ້ອງ​ ແລະ ກ່ອນຈະເຮັດປ້າຍ ໂຄສະນາໃຫ້ຂໍອະນຸຍາດນຳພາກສ່ວນກ່ຽວຂ້ອງເພື່ອກວດກາບໍ່ໃຫ້ຜິດຕໍ່ລະ ບຽບ ແລະ ກ່ອນຈະ ຕິດຕັ້ງໃຫ້ແຈ້ງໂຍທາທິການຢູ່ ແຕ່ລະແຂວງ, ເມືອງໃຫ້ຮັບ ຊາບ ເພື່ອອະນຸຍາດການຕິດຕັ້ງທີ່ຖືກຕ້ອງ.

No comments:

Post a Comment