Ad

Ad

27 August 2014

ທຫລ ຢືນຢັນທະນາຄານນະໂຍບາຍສ້າງຂຶ້ນເພື່ອຊ່ວຍຜູ້ທຸກ ຍາກ ແລະ ບໍ່ສະແຫວງຫາຜົນກຳໄລ



    ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ໄດ້ອອກ ມາຢືນຢັນ ຕໍ່ສື່ເມື່ອບໍ່ດົນນີ້ວ່າ: ປັດຈຸບັນ, ການກຳນົດອັດຕາດອກເບ້ຍ ຂອງທະນາ ຄານນະໂຍບາຍແມ່ນຖືກວ່າຕ່ຳສຸດແລ້ວຄື: 5% ສຳ ລັບເງິນກູ້ໄລຍະສັ້ນ, 6% ເງິນ ກູ້ ໄລຍະກາງ ແລະ 7% ເງິນກູ້ໄລ ຍະຍາວຕໍ່ປີ, ແຕ່ເມື່ອທຽບກັບທະ ນາຄານທຸ ລະກິດທົ່ວໄປອັດຕາດອກເບ້ຍເງິນກູ້ຈະສູງຄື 10,99% ສຳລັບໄລຍະສັ້ນ, 10,98% ໄລຍະກາງ ແລະ 10,78% ໄລຍະ ຍາວ, ໂດຍທ່ານຮອງຜູ້ວ່າການທະນາ ຄານ ດັ່ງກ່າວໃຫ້ເຫດຜົນ ວ່າ: ການສ້າງທະນາຄານນະ ໂຍບາຍ, ແມ່ນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນງານ ແກ້ໄຂຄວາມທຸກຍາກທີ່ລັດຖະ ບານໄດ້ວາງໄວ້. ໂດຍມອບ ໝາຍໃຫ້ທະນາຄານແຫ່ງ ສປປ ລາວ ຈັດສັນແຫລ່ງທຶນເພື່ອສະ ໜອງ ໃຫ້ແກ່ການຜະລິດຢູ່ 47 ເມືອງທຸກຍາກ ແລະ 64 ຈຸດສຸມ, ສະນັ້ນ, ການເຄື່ອນໄຫວຂອງທະນາຄານນະໂຍບາຍຈຶ່ງ ບໍ່ແມ່ນອົງການທີ່ສະແຫວງຫາຜົນກຳໄລ, ແຕ່ຕ້ອງຮັບປະກັນການເຄື່ອນໄຫວໃຫ້ມີຄວາມໝັ້ນຄົງ, ສາມາດບໍລິຫານຊອກຄົ້ນ
ລາຍ ຮັບໃຫ້ກຸ້ມລາຍຈ່າຍ ແລະ ມີ ເຫລືອສະສົມໄວ້ເພື່ອເປີດກວ້າງການເຄື່ອນໄຫວ, ເຊິ່ງເປົ້າໝາຍ ທີ່ຈະໄດ້ຮັບເງິນກູ້ຈາກ ທະນາຄານນະໂຍບາຍແມ່ນຄອບຄົວທຸກຍາກແຕ່ມີຈິດໃຈສູ້ຊົນທຳການຜະລິດ-ທຸລະກິດນອນຢູ່ໃນ 47 ເມືອງທຸກຍາກ ແລະ 64 ຈຸດສຸມທີ່ລັດຖະບານໄດ້ກຳນົດໄວ້, ສຳລັບຜູ້ທຸກຍາກທີ່ສຸດທີ່ບໍ່ຮູ້ທຳການຜະລິດກໍຈະມີການຊ່ວຍເຫລືອພາຍໃຕ້ຮູບ ການອື່ນ ແລະ ມີອົງກອນຮັບພິຊອບສະເພາະເພື່ອໃຫ້ສາມາດເຂົ້າເຖິງແຫລ່ງທຶນຖືກຕ້ອງຕາມລະບຽບຫລັກການ.

No comments:

Post a Comment