Ad

Ad

22 August 2014

ລາວເຝົ້າລະວັງພະຍາດອີໂບລາຢ່າງໃກ້ຊິດ



       ອົງການອະນາໄມໂລກລາຍ ງານໃນວັນທີ 20 ສິງຫາວ່າ ການໃຊ້ຢາ “ຊີແມບ” ຕໍ່ສູ້ກັບເຊື້ອພະຍາດອີໂບລາກັບຜູ້ທີ່ຕິດ ເຊື້ອເລີ່ມມີປະຕິກິລິຍາໄດ້ຮັບຜົນດີ ຂຶ້ນ. ໃນເບື້ອງຕົ້ນທີ່ທົດລອງໃຊ້ກັບຜູ້ຕິດເຊື້ອອີໂບລາຈຳນວນ 12 ຄົນທີ່ເປັນກຸ່ມທາງ ການແພດ, ໃນນັ້ນ 1 ຄົນ ມີອາການດີຂຶ້ນໄວເຊິ່ງເປັນສັນຍານດີສຳລັບນັກຄົ້ນ ຄວ້າເລັ່ງທົດລອງຢາປິ່ນປົວເຊື້ອພະຍາດດັ່ງ ກ່າວໄວຂຶ້ນເພື່ອຢຸດຕິການລະບາດໂດຍ ໄວ.
      ເຖິງວ່າຍັງບໍ່ພົບກໍລະນີພະ ຍາດອີໂບລາ (Ebola) ເກີດຂຶ້ນໃນ ສປປ ລາວ, ແຕ່ປະເທດ ເຮົາຍັງມີຄວາມສ່ຽງຈາກການ ເດີນທາງເຂົ້າມາຂອງຜູ້ໂດຍ ສານຈາກປະເທດທີ່ມີການລະ ບາດ. ດັ່ງນັ້ນ, ກະຊວງສາທາ ລະນະສຸກຮ່ວມກັບອົງການອະ ນາ ໄມໂລກ ແລະ ຂະແໜງການ ທີ່ກ່ຽວຂ້ອງສ້າງແຜນສະກັດກັ້ນ ແລະ ເຝົ້າລະວັງພະຍາດອີໂບ ລາຢ່າງໃກ້ຊິດໂດຍມີການເປີດ ນຳໃຊ້ຫ້ອງບັນຊາການເພື່ອສະ ກັດກັ້ນພະຍາດ, ທັງມີການປະ ຊຸມລາຍງານປະຈຳວັນ, ປະ ກອບເຄື່ອງສະແກນເນີອຸນຫະພູມ
ແລະ ເຝິກອົບຮົມໃຫ້ຂໍ້ມູນຂ່າວ ສານທີ່ຈຳເປັນກ່ຽວກັບພະຍາດອີໂບລາແກ່ພະນັກງານແພດທີ່ ໄດ້ຮັບການແຕ່ງຕັ້ງລົງປະຈຳ ດ່ານສາກົນ ແລະ ປະຊາຊົນທົ່ວ ໄປ, ເກັບກຳຂໍ້ມູນຄົນໂດຍສານ ທີ່ເດີນທາງມາຈາກປະເທດທີ່ມີ ການລະບາດ, ກະກຽມອຸ ປະກອນການແພດພ້ອມດ້ວຍຢາທີ່ ຈຳເປັນ, ກະກຽມຫ້ອງແຍກປ່ຽວສະເພາະຄົນເຈັບທີ່ສົງໃສຢູ່ບັນດາໂຮງໝໍຕ່າງໆ, ຈັດລະ ບົບການປ້ອງກັນ ແລະ ຄວບຄຸມການຕິດເຊື້ອພະຍາດໃນໂຮງໝໍ ຕາມມາດຕະຖານສາກົນ, ພ້ອມ ທັງປັບປຸງຄວາມພ້ອມຂອງ ຫ້ອງວິເຄາະເພື່ອບົ່ງມະຕິຕິດເຊື້ອອີໂບລາ.         
       ສຈ.ດຣ.ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກໄດ້ຖະແຫລງຂ່າວຕໍ່ສື່ໃນອາທິດນີ້ກ່ຽວ ກັບການກະກຽມສະກັດກັ້ນພະຍາດໄວຣັດອີໂບລາ ແລະ ໄດ້ແນະນຳໃຫ້ປະຊາຊົນຫລີກເວັ້ນການເດີນທາງທີ່ບໍ່ຈຳເປັນໄປ ປະເທດທີ່ມີການລະບາດ. ສຳລັບ ປະຊາຊົນທົ່ວໄປທີ່ສົນໃຈຂໍ້ມູນ ເພີ່ມເຕີມກ່ຽວກັບພະຍາດອີໂບ ລາ ຫລື ພະຍາດຕິດຕໍ່ ອື່ນໆສາມາດສອບຖາມທາງສາຍດ່ວນ ກະຊວງສາທາລະນະສຸກ 166 ຕະຫລອດ 24 ຊົ່ວໂມງ. ພະຍາດ ອີໂບລາທີ່ພວມມີ ການລະບາດໃຫຍ່ໃນປະເທດເຊຍຣາລີອອນ (Sierra Leone), ໄລບີເຣຍ (Liberia), ກິນີ (Guinea) ແລະ ໄນຈີເຣຍ (Nigeria) ຂອງທະວີບອາຟຣິກຕາເວັນຕົກຫລ້າສຸດໃນ ວັນທີ 20 ສິງຫານີ້, ເວບໄຊຂອງ ອົງການອະນາໄມໂລກໄດ້ເປີດ ເຜີຍຕົວເລກຜູ້ເສຍຊີວິດຈາກພະຍາດດັ່ງກ່າວໃນພື້ນທີ່ຂອງທະວີບອາຟຣິກກາຕາເວັນຕົກ 4 ປະ ເທດທີ່ກ່າວມານັ້ນວ່າ: ມີຈຳ ນວນຜູ້ຕິດເຊື້ອທັງໝົດ 2.240 ກໍ ລະນີ, ໃນນັ້ນເສຍຊີວິດ 1.229 ຄົນ. ເຊື້ອຈຸລະໂລກອີໂບລາ ແມ່ນເຊື້ອຈຸລະໂລກທີ່ພາ ໃຫ້ ເກີດພະຍາດໃນຄົນ, ຄົ້ນພົບຄັ້ງທຳ ອິດໃນປີ 1976 ທີ່ປະເທດສາທາ ລະນະລັດ ປະຊາທິປະໄຕ ກົງໂກ (Congo) ແລະ ປະ ເທດຊູດານ (Sudan). ເຊື້ອຈຸລະໂລກອີໂບລາ ແມ່ນໃສ່ຕາມຊື່ແມ່ນ້ຳອີໂບລາ ຢູ່ສາທາລະນະລັດ ປະຊາທິປະ ໄຕກົງໂກ. ເຈຍເປັນສັດທີ່ນຳ ເຊື້ອອີໂບລາໄປຍັງສັດຊະນິດ ອື່ນ ແລະ ຄົນ, ແຕ່ກໍສາມາດຕິດ ຕໍ່ໂດຍກົງຈາກຄົນຫາຄົນຜ່ານ ການສຳຜັດ ກັບເລືອດ ຫລື ນໍ້າລາຍຂອງຄົນຕິດເຊື້ອ/ສົບ ຫລື ໂດຍການສຳຜັດກັບອຸປະກອນທີ່ຂ້າເຊື້ອບໍ່ຖືກວິທີໂດຍສະເພາະ ເຂັມ ແລະ ບັ້ງສີດຢາ. ນອກຈາ ກນັ້ນ, ການແຜ່ເຊື້ອຜ່ານການ ສຳຜັດທາງປາກ, ການກອດ ແລະ ທາງເພດສຳພັນກໍສາມາດ ເກີດຂຶ້ນໄດ້. ໄລຍະບົ່ມເຊື້ອຂອງ ພະຍາດອີໂບລາແຕ່ 2-21 ວັນອາການຂອງພະຍາດອີໂບລາມີອາການໄຂ້ກະທັນຫັນ, ເຈັບຫົວ, ເຈັບຄໍ, ອ່ອນເພຍ, ເຈັບກ້າມ ຊີ້ນ, ປວດຮາກ/ຮາກ ແລະ ມີ ອາການຖອກທ້ອງນຳ. ໃນກໍລະ ນີຄົນເຈັບໜັກອາດເຮັດໃຫ້ຕັບ ແລະ ໄຂ່ຫລັງຊຸດໂຊມ, ມີເລືອດ ໄຫລພາຍໃນ ແລະ ຂ້າງນອກ ຮ່າງກາຍເຊິ່ງພາໃຫ້ເສຍຊີວິດ ໄດ້. ອັດຕາການຕາຍຂອງພະ ຍາດດັ່ງກ່າວແມ່ນສູງເຖິງ 50- 90%.

No comments:

Post a Comment