Ad

Ad

22 August 2014

ເຫດຜົນທີ່ທະນາຄານສົ່ງເສີມກະສິກຳບໍ່ສາມາດປ່ອຍເງິນກູ້ໃຫ້ກະສິກອນລາຍຍ່ອຍ



    ພາຍຫລັງມີປະຊາຊົນຢູ່ ແຂວງຫລວງພະບາງໄດ້ມີຂໍ້ ຂ້ອງໃຈສະເໜີຕໍ່ສະພາ ແຫ່ງຊາດ ເພື່ອໃຫ້ເບິ່ງຄືນນະໂຍບາຍສົ່ງເສີມ ກະສິກຳໃຫ້ເໝາະສົມເພາະນະໂຍ ບາຍດັ່ງກ່າວມີແຕ່ຜູ້ມີເງື່ອນໄຂ (ມີເຮືອນຢູ່, ມີທີ່ດິນ ແລະ ຊັບສິນອື່ນໆ) ຈຶ່ງ ສາມາດກູ້ຢືມ ຈາກທະນາຄານສົ່ງເສີມກະສິກຳໄດ້, ສ່ວນຜູ້ທຸກຍາກບໍ່ມີ ຫຍັງ ບໍ່ສາມາດກູ້ຢືມຈາກທະນາຄານສົ່ງເສີມຕາມນະໂຍບາຍ.
     ຕໍ່ບັນຫາດັ່ງກ່າວ, ທ່ານ ສອນໄຊ ສິດພະໄຊ ໄດ້ຊີ້ແຈງອະ ທິບາຍຕໍ່ສື່ໃນວັນທີ 21 ສິງຫານີ້ ວ່າ: ທະນາຄານສົ່ງເສີມກະ ສິກຳ ( ທສກ) ສ້າງຕັ້ງຂຶ້ນໃນປີ 1993 ເພື່ອດຳເນີນທຸລະກິດການທະນາຄານ ແລະ ປະຕິບັດນະໂຍບາຍ ສະໜອງແຫລ່ງ ທຶນສົ່ງເສີມການຜະລິດກະສິກຳຕາມນະໂຍບາຍທີ່ລັດຖະບານວາງອອກ ແລະ ການ ປ່ອຍກູ້ຂອງ (ທສກ) ມີ 2 ແຫລ່ງທຶນຕົ້ນ ຕໍຄື ແຫລ່ງທຶນທີ່ ໄດ້ຈາກການລະດົມເງິນຝາກທົ່ວໄປຈາກສັງຄົມ ເຊິ່ງການນຳ ໃຊ້ແຫລ່ງທຶນດັ່ງກ່າວປ່ອຍກູ້ທະນາຄານໄດ້ປະ ຕິບັດຕາມກົນໄກຕະຫລາດອັດຕາດອກເບ້ຍອ່າວ ຫລາຍແລະ ແຫລ່ງທຶນ
ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານ ເພື່ອ ສົ່ງເສີມການຜະລິດກະສິກຳ ທສກ ໄດ້ປະຕິບັດອັດ ຕາດອກເບ້ຍຕ່ຳຕາມ ນະໂຍບາຍຂອງລັດຖະບານ. ເນື່ອງຈາກ ທສກ ຕ້ອງ ຮັບຜິດຊອບປະຕິ ບັດສອງໜ້າທີ່ຕົ້ນຕໍດັ່ງກ່າວມາ ຂ້າງເທິງນັ້ນ, ຈຶ່ງເຮັດ ໃຫ້ທະນາຄານເຄື່ອນໄຫວບໍ່ມີປະສິດທິຜົນ,ໜີ້ເສຍ (NPL) ໄດ້ເກີດຂຶ້ນຢ່າງ ຫລວງຫລາຍເຮັດໃຫ້ຖານະ ການເງິນຂອງທະ ນາຄານອ່ອນແອ. ດັ່ງນັ້ນ ຮອດປີ 2007, ລັດ ຖະ ບານຈຶ່ງໄດ້ຕົກລົງປັບປຸງໂຄງສ້າງຂອງ ທສກ ຢ່າງ ຮອບດ້ານ ໂດຍໄດ້ ແຍກເອົາວຽກງານສິນເຊື່ອເພື່ອສົ່ງເສີມ ການຜະລິດກະ ສິກຳຕາມນະໂຍບາຍຂອງລັດຖະບານວາງອອກ ແລະ ໄດ້ສ້າງຕັ້ງທະ ນາຄານນະ ໂຍບາຍ ທນບ ຂຶ້ນເພື່ອຮອງ ຮັບການປະຕິ ບັດນະໂຍບາຍດັ່ງກ່າວ ລວມທັງການສະໜອງທຶນສົ່ງເສີມ ການຜະ ລິດແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕາມແຜນງານທີ່ ລັດຖະບານໄດ້ກຳນົດໄວ້, ສ່ວນ ທສກ ປັດຈຸບັນໄດ້ຫັນມາດຳເນີນ ທຸລະກິດ ຕາມກົນໄກຕະຫລາດເຕັມຮູບ ແບບ ແລະ ຕ້ອງ ປະຕິບັດລະບຽບການກ່ຽວກັບການຮັກສາຄວາມໝັ້ນຄົງ ທີ່ທະ ນາຄານແຫ່ງ ສປປ ລາວ ວາງອອກຢ່າງເຂັ້ມງວດເພື່ອອຳນວຍ ຄວາມສະດວກໃຫ້ແກ່ການເຂົ້າຫາແຫລ່ງທຶນ ທະນາຄານ ແຫ່ງ ສປປ ລາວກໍໄດ້ອະນຸຍາດໃຫ້ທະນາ ຄານທຸລະກິດສາມາດຮັບ ການ ຄ້ຳປະກັນສິນເຊື່ອດ້ວຍບຸກຄົນ, ນິຕິບຸກຄົນ ແລະ ໝາກຜົນຂອງ ໂຄງການທີ່ເກີດຂຶ້ນໃນອະນາຄົດ. ດັ່ງນັ້ນ, ທສກ ກໍໄດ້ ກຳນົດນະໂຍບາຍສິນເຊື່ອຂອງຕົນ ໃນກໍລະນີການ ກູ້ຢືມບໍ່ມີຫລັກຊັບຄ້ຳປະກັນກໍສາມາດກູ້ຢືມໄດ້ແຕ່ຕ້ອງຈັດຕັ້ງກຸ່ມການ ຜະ ລິດ, ສະມາຊິກຂອງກຸ່ມສາມາດກູ້ຢືມໂດຍບໍ່ ມີຫລັກຊັບຄ້ຳປະກັນ, ຊຶ່ງກຸ່ມການຜະລິດຈະເປັນຜູ້ຄ້ຳປະກັນເງິນກູ້ດັ່ງກ່າວໃຫ້ ສະມາຊິກ. ສຳລັບການກູ້ຢືມເປັນລາຍ ຍ່ອຍ, ສ່ວນຄອບຄົວຜູ້ຜະລິດຈະຕ້ອງມີຫລັກຊັບຄ້ຳປະກັນ.
     ສັງລວມແລ້ວ, ປັດຈຸບັນ ທສກ ແມ່ນດຳເນີນທຸລະກິດຕາມກົນໄກຕະຫລາດບໍ່ສາມາດປ່ອຍກູ້ຕາມກົນໄກເກື້ອກູນຄືເມື່ອ ກ່ອນ. ສະນັ້ນ, ຕໍ່ຄອບຄົວທຸກຍາກມີຄວາມຕ້ອງການນຳໃຊ້ແຫລ່ງທຶນຈະຕ້ອງປະຕິບັດຕາມລະບຽບຂອງທະນາຄານ ຫລື ເຂົ້າຫາແຫລ່ງທຶນນະໂຍບາຍຕາມລະບຽບການຂອງທະນາຄານນະໂຍບາຍ.

No comments:

Post a Comment