Ad

Ad

22 August 2014

ປກສແຂວງສະຫວັນນະເຂດ ຈັບກຸ່ມລັກລອບຄ້າໄມ້ຂະຍຸງຜິດກົດໝາຍ



ພາບຂ່າວຈາກ ໜັງສືພິມ ປກສ
     ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ໄດ້ຈັບຕົວທ້າວ ສາຍ ພອນ ອາຍຸ 35 ປີ ຢູ່ບ້ານຜາທອງ ແລະ ທ້າວ ກົງໃຈ ອາຍຸ 36 ປີຢູ່ບ້ານນ້ຳ ຢ້າງ ເມືອງວຽງທອງ ແຂວງ ບໍລິຄຳໄຊ ໃນຂໍ້ຫາລັກລອບຄ້າ ຂາຍໄມ້ຫວ່ງຫ້າມ (ໄມ້ຂະ ຍຸງ), ພ້ອມຂອງກາງໄມ້ຂະຍຸງຈຳ ນວນ 84 ໂຕ, ໜັກ 1.341 ກິໂລ. ໂດຍສາມາດ ຈັບຕົວພວກກ່ຽວ ໄດ້ຢູ່ເສັ້ນທາງ 13 ໃຕ້ ດ່ານບ້ານ ນາຊາຍ ເມືອງໄຊບູລີ ແຂວງ ສະຫວັນນະເຂດ ເຊິ່ງໄມ້ຈຳ ນວນດັ່ງກ່າວຖືກຊຸກເຊື່ອງໄວ້ຢູ່ ໃນລົດກະບະວີໂກ້ ສອງຄັນໝາຍເລກທະບຽນ ກກ 9761 ແລະ ກກ 1847 ກຳແພງນະຄອນ (ປ້າຍສີຟ້າ) ທີ່ຂັບໂດຍທ້າວ ສາຍ ພອນ ແລະ ທ້າວກົງໃຈ ແລະ ຮັບສາລະພາບກັບເຈົ້າໜ້າທີ່ວ່າ: ໄມ້ ທັງໝົດແມ່ນຊື້ມາແຕ່ເມືອງຄົງ ເຊໂດນແຂວງສາລະວັນເພື່ອຈະ ນຳໄປ ຂາຍຕໍ່ຢູ່ແຂວງຄຳມ່ວນ, ສ່ວນລົດທັງສອງຄັນເຈົ້າໜ້າທີ່ ຈະກວດກາວ່າແມ່ນກຳມະສິດ ຂອງພາກສ່ວນໃດ ແລະ ມີເອ ກະ ສານຖືກຕ້ອງຫລື ?.

No comments:

Post a Comment