Ad

Ad

22 August 2014

ຊີ້ແຈງກ່ຽວກັບລາຄາກະແສໄຟຟ້າ



     ທ່ານ ວິລະພົນ ວິລະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກມາຊີ້ແຈງຕໍ່ສື່ມວນຊົນໃນ ວັນທີ 21 ສິງຫານີ້, ກ່ຽວກັບລາຄາ ຄ່າກະແສໄຟຟ້າຢູ່ປະເທດ ເຮົາທີ່ສັງຄົມຈົ່ມວ່າມີລັກສະນະແພງທັງທີ່ປະເທດ ເຮົາມີເຂື່ອນ ຜະລິດໄຟ ຟ້າຫລາຍແຫ່ງ.
    ທ່ານ ວິລະພົນ ກ່າວວ່າ: ປະເທດ ລາວເຮົາ ມີຫ້ວຍນ້ຳລຳເຊອຸດົມສົມ ບູນແຕ່ເໜືອຮອດໃຕ້ຈຶ່ງມີເງື່ອນໄຂ ສ້າງເຂື່ອນຜະ ລິດໄຟຟ້ານ້ຳຕົກສູງ ເຖິງ 26 ພັນເມກາວັດ, ແຕ່ຂະນະ ດຽວກັນ, ການກໍ່ສ້າງເຂື່ອນແຕ່ລະ ແຫ່ງນັ້ນແມ່ນປະກອບມີການສ້າງ ໂຕເຂື່ອນ, ອ່າງເກັບນ້ຳ, ໂຮງຈັກ, ສ້າງສະຖານີສາຍສົ່ງ, ການຍົກຍ້າຍ ຈັດສັນ, ວຽກຫລຸດຜ່ອນຜົນກະທົບ ຕໍ່ສິ່ງແວດລ້ອມ, ຄ່າບຳລຸງຮັກສາ, ພາສີ, ອາກອນ ແລະ ອື່ນໆຕາມລະ ບຽບກົດໝາຍກຳນົດໄວ້ເຊິ່ງເຫັນວ່າແຕ່ລະວຽກແມ່ນມີມູນຄ່າໃຊ້ຈ່າຍ ຫຼາຍສົມຄວນ.
ແນວໃດກໍຕາມເມື່ອ ຖາມວ່າລາຄາໄຟຟ້າຢູ່ປະເທດເຮົາ ແພງແທ້ບໍ່ ? ລັດຖະມົນຕີຊ່ວຍວ່າການ ກະຊວງພະ ລັງງານ ແລະ ບໍ່ແຮ່ ໄດ້ຍົກຕົວຢ່າງສົມທຽໃຫ້ເຫັນຕົວເລກການຊົມໃຊ້ໄຟ ຟ້າຢູ່ປະເທດໃກ້ຄຽງຄືກຳປູເຈຍໃຊ້ໄຟຟ້າສະເລ່ຍ 220, ໄທ 2.243, ຫວຽດນາມ 1.035, ມຽນມາ 131, ຍີ່ປຸ່ນ 7.400 ແລະ ລາວ 441 ກິໂລວັດໂມງ/ຄົນ/ ປີ, ສ່ວນລາຄາ ຄ່າກະແສໄຟຟ້າຄິດ ໄລ່ເປັນເຊັນ (Cents) ຢູ່ລາວມີ ລາຄາ 7,8 ເຊັນ ເທົ່າກັບ 624 ກີບ /ກິໂລວັດໂມງ, ຢູ່ກຳປູເຈຍ 19,2, ໄທ 10,2, ຫວຽດນາມ 5,7, ມຽນ ມ້າ 3,4 ແລະ ຍີປຸ່ນ 18,5 ເຊັນ/ ກິໂລວັດໂມງ. ສຳລັບຢູ່ປະເທດ ເຮົາການຄິດໄລ່ຄ່າໄຟ ຟ້າຍັງມີ ການເກື້ອກູນຜູ້ທຸກຍາກນຳອີກຄື ຖ້າໃຊ້ໄຟຕ່ຳກວ່າ 25 ກິໂລວັດ ໂມງລົງມາ/ເດືອນຈະເສຍຄ່າ ໄຟພຽງ 328 ກີບ/ກິ ໂລວັດໂມງ, ຖ້າໃຊ້ກາຍ 26 - 150 ກິໂລວັດ ໂມງ/ເດືອນຈະເສຍ 390 ກີບ/ກິ ໂລວັດໂມງ ແລະ ໃຊ້ຫລາຍກວ່າ 150 ກິໂລ ວັດໂມງແມ່ນຈະໄດ້ ເສຍ 941 ກີບ/ກິໂລວັດໂມງ. ໝາຍວ່າຖ້າເຮືອນໜຶ່ງຫລັງໃຊ້ ໄຟ 30 ກິໂລວັດໂມງລົງມາຈະ ເສຍເງິນຄ່າ ໄຟປະມານ 8.200 ກີບ, ຮອດ 150 ກິໂລວັດໂມງຈະ ເສຍເງິນປະມານ 58 ພັນກິບ ແລະ ໃຊ້ຫລາຍເຖິງ 450 ກິໂລວັດ ໂມງກໍຈະເສຍເງິນປະມານ 4 ແສນກີບ/ເດືອນ. ສະນັ້ນ, ຖ້າບໍ່ຢາກເສຍຄ່າໄຟຟ້າຫຼາຍໃນແຕ່ລະເດືອນພວກເຮົາກໍຕ້ອງຊົມ ໃຊ້ກະແສໄຟຟ້າຢ່າງປະຢັດ ແລະ ພ້ອມກັນຕື່ນຕົວມາເສຍຄ່າໄຟຟ້າໃນທຸກໆເດືອນ.

No comments:

Post a Comment