Ad

Ad

26 August 2014

ການຄຸ້ມຄອງບໍລິຫານເປັນກົນໄກກຳນົດການຕັດສິນບັນຫາ



      ຕະຫຼາດຫຼັກຊັບລາວ, ໄດ້ຈັດຕັ້ງການສໍາມະນາພາຍໃຕ້ຫົວຂໍ້:ການຄຸ້ມຄອງບໍລິຫານເປັນກົນໄກກຳນົດການຕັດສິນບັນ ຫາ ເຊິ່ງມີລະດັບຜູ້ບໍລິຫານລະດັບສູງຈາກພາກເອກະຊົນ - ພະນັກ ງານຂັ້ນພະແນກຈາກສຳນັກງານຄະນະກໍາມະການຄຸ້ມ ຄອງຫຼັກຊັບ, ຕະຫຼາດຫຼັກຊັບເຂົ້າຮ່ວມ ແລະ ໄດ້ຈັດຂຶ້ນໃນວັນທີ 22 ສິງຫາທີ່ອາຄານຕະຫຼາດຫຼັກຊັບ, ນະຄອນຫຼວງວຽງ ຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ວັດທະນາ ດາລາລອຍ ຫົວໜ້າສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ.
         ການສໍາມະນາຄັ້ງນີ້, ແມ່ນໝາກຜົນຂອງການຮ່ວມມືລະຫວ່າງຕະຫຼາດຫຼັກຊັບລາວກັບຕະຫຼາດຫຼັກຊັບແຫ່ງປະເທດ ໄທ, ໃນໂອກາດດັ່ງກ່າວທ່ານນາງ ນະພັດສອນ ຮອງປະທານຄະນະອຳນວຍການບໍລິສັດ ສົມບູນ ແອັດວານເຕັກໂນໂລຊີ ຈຳ ກັດ ມະຫາຊົນປະເທດໄທ ໄດ້ນຳສະເໜີບົດຮຽນ-ປະສົບການຈາກການເຄື່ອນໄຫວໃນການຄຸ້ມຄອງບໍລິຫານວຽກງານໃນ ສອງທົດສະວັດຜ່ານມາ, ການສໍາມະນາຄັ້ງນີ້ມີຄວາມສໍາຄັນຫຼາຍເພາະມັນໄດ້ເປັນການກ່ຽວຂ້ອງກັບການຄຸ້ມຄອງບໍລິຫານ ຂອງບໍລິສັດເຊິ່ງເປັນກົນໄກໜຶ່ງທີ່ບໍລິສັດໄດ້ຄຸ້ມຄອງ ແລະ ຊີ້ນຳເພື່ອກຳນົດລະບົບການຕັດສິນບັນຫາທີ່ດີຂອງຄະນະອຳນວຍ
ການຕາມພາລະບົດບາດໜ້າທີ່ພ້ອມທັງການພົວພັນລະຫວ່າງຄະນະບໍລິຫານ ແລະ ບັນດາຜູ້ຖືຮຸ້ນຕ່າງໆເຊິ່ງໄດ້ສະແດງໃຫ້ ເຫັນເຖິງການຕິດຕາມຄຸ້ມຄອງການບໍລິຫານຕາມພາລະບົດບາດຂອງຕົນເພື່ອຜົນປະໂຫຍດຂອງຜູ້ຖືຮຸ້ນ, ຖ້າເບິ່ງໃນມຸມກວ້າງ ການຄຸ້ມຄອງບໍລິຫານທີ່ກ້າວໜ້າເປັນກ້ອນທຶນອັນໜຶ່ງທີ່ເຮັດໃຫ້ການແຂ່ງຂັນຂອງບໍລິສັດບັນລຸຜົນສຳເລັດ ແລະ ເປັນຮາກ ຖານໃນການພັດທະນາບໍລິສັດໄລຍະຍາວ.
        ການສໍາມະນາໃນເທື່ອນີ້ ເປັນເວທີແຫ່ງການແລກປ່ຽນຄວາມຮູ້ທັງມີຜົນທີ່ແນ່ນອນ ແລະ ໂດຍກົງຕໍ່ຕະຫຼາດທຶນ ແລະ ເສດຖະກິດຂອງສປປລາວ, ບັນດານັກສໍາມະນາກອນລ້ວນແຕ່ເປັນຜູູ້ທີ່ມີບົດຮຽນ, ປະສົບການທີ່ຫຼາກຫຼາຍໃນວົງການທຸລະ ກິດລາວເພື່ອເປີດໂອກາດໃຫ້ມີການແລກປ່ຽນບົດຮຽນນໍາກັນເຊິ່ງໄດ້ຕັ້ງຄຳຖາມຫຼືຖ່າຍທອດບົດຮຽນອັນລ້ຳຄ່າມາສູ່ກອງປະ ຊຸມສໍາມະນາ ແລະ ບັນດາຜູ້ບໍລິຫານລະດັບສູງເຫຼົ່ານີ້ຈະນໍາເອົາບໍລິສັດ ຫຼື ວິສາຫະກິດຂອງຕົນເຂົ້າຈົດທະບຽນໃນຕະຫຼາດ ຫຼັກຊັບລາວໃນອະນາຄົດ.

No comments:

Post a Comment