Ad

Ad

27 August 2014

ການລັກລອບຕັດໄມ້ຍັງມີແຜ່ຫຼາຍ



      ກະຊວງກະສິກຳ ແລະ ປ່າ ໄມ້ໃຫ້ຮູ້ວ່າ: ຕະຫຼອດໄລຍະ ຜ່ານມາຂະແໜງ ການຂອງຕົນເອົາໃຈໃສ່ສຶກສາອົບຮົມເຜີຍແຜ່ ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍ ວ່າດ້ວຍສັກນ້ຳ-ສັດປ່າໃຫ້ປະຊາຊົນຢູ່ເຂດຄຸ້ມຄອງປ່າໄມ້ຂອງຊາວບ້ານ ແລະ ນຳໃຊ້ມາດຕະການຕ້ານປາກົດການຫຍໍ້ທໍ້ ຢ່າງເຂັ້ມງວດ, ແຕ່ກໍຍັງມີການລັກລອບ ຕັດໄມ້ຢູ່ເປັນປະຈຳຄື ໃນໄລຍະ 1 ເດືອນຜ່ານມາ ໜ່ວຍງານກວດກາປ່າໄມ້ຍຶດໄມ້ ແລະ ດຳເນີນຄະນະດີຕໍ່ຜູ້ລັກລອບຊັບພະຍາກອນປ່າໄມ້, ຢູ່ບັນດາ ແຂວງຕ່າງໆຄື: ແຂວງຄຳ ມ່ວນ  ມີ 2 ຄະດີ, ຍຶດໄມ້ດູ່ໄດ້ 106 ຕັບ, ເທົ່າກັບ 19,58 ແມັດກ້ອນ, ໄມ້ ຂະຍຸງ 400 ກິໂລ, ນອກນັ້ນຍັງ ໄດ້ດຳເນີນຄະດີຕໍ່ຜູ້ທີ່ເຜົ່າຖ່ານດັງໄຟຜິດກົດໝາຍອີກຈຳນວນໜຶ່ງ, ສ່ວນແຂວງສະຫວັນນະ ເຂດມີ 1 ຄະດີ, ຍຶດໄມ້ກະ
ຈະໄດ້ຈຳນວນ  52 ທ່ອນ, ເທົ່າກັບ 116,18 ແມັດກ້ອນ, ຊຽງຂວາງ ມີ 1 ຄະດີ, ຍຶດໄມ້ກະບໍ້ໄດ້ 509 ທ່ອນ, ບໍລິມາດ 22,65 ໂຕນ ແລະ ແຂວງຫົວພັນມີ 1 ຄະດີ, ຍຶດໄມ້ ຮຳຊາຍໄດ້  15 ຕັບ, ເທົ່າກັບ 0.853 ແມັດກ້ອນ, ຊຶ່ງຈຳນວນ ຜູ້ກະທຳຜິດທັງໝົດໄດ້ຖືກດຳເນີນຄະນະດີຕາມລະບຽບກົດໝາຍ, ເຖິງຢ່າງໃດກໍຕາມເພື່ອ ກຳຈັດຂະບວນການລັກລອບ ຕັດໄມ້ ແລະ ຄ້າໄມ້ເຖື່ອນ, ທາງຂະແໜງກະສິກຳ ແລະ ປ່າໄມ້ໄດ້ສືບຕໍ່ລົງເຮັດວຽກຮ່ວມກັບຄະນະສະເພາະກິດ ກວດ ກາການເຄື່ອນຍ້າຍໄມ້, ທີ່ລັກລອບຊື້-ຂາຍແບບບໍ່ຖືກຕ້ອງຕາມກົດໝາຍ, ພ້ອມນັ້ນກໍໄດ້ສົມທົບກັບກົມຄຸ້ມຄອງຊັບພະ ຍາກອນໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມລົງຕິດຕາມການຂຸດຄົ້ນໄມ້ ແລະ ການສົ່ງອອກ ໄມ້ໃຫ້ຖືກລະບຽບກົດໝາຍ.

No comments:

Post a Comment