Ad

Ad

16 December 2014

ໂຕໂຍຕ້າຈັບສະຫຼາກມອບໂຊກທ້າຍອາທິດທີ່ 10ໃຫ້ລູກຄ້າ

    ວັນທີ 6 ທັນວານີ້ບໍລິສັດ ລາວໂຕໂຍຕ້າບໍລິການຈຳກັດ, ໄດ້ຈັດພິທີ່ຈັບສະຫຼາກ ມອບລາງວັນໃຫ້ລູກຄ້າ ໃນໂຄງການລາວ ໂຕໂຍຕ້າແຈກໂຊກທຸກໆທ້າຍອາທິດ ຂຶ້ນ, ທີ່ບໍລິສັດດັ່ງກ່າວ ສາຂາທົ່ງຂັນຄຳ, ໃນນະຄອນຫຼວງ​ວຽງ​ຈັນເປັນອາທິດທີ 10 ໂດຍ ການເຂົ້າຮ່ວມຂອງທ່ານ ນາງ ວາດສະໜາ ສູນນະລາດ, ຮອງຜູ້ຈັດການຝາຍ ການຕະຫຼາດບໍລິສັດດັ່ງກ່າວ ແລະ ລູກຄ້າເຂົ້າຮ່ວມ ເປັນຈຳນວນຫຼາຍ.
    ຜູ້ຈັດການຝ່າຍການຕະຫຼາດກ່າວວ່າ: ໂຄງການໂຕໂຍຕ້າ ແຈກໂຊກທຸກໆທ້າຍ ອາທິດໄດ້ເລີ່ມມາແຕ່ເດືອນຕຸລານີ້ໂດຍຈະດ ຳເນີນໄປຈົນຮອດທ້າຍປີ, ລວມມີ 12 ອາທິດ, ຊຶ່ງແຕ່ລະອາທິດຈະມີການຈັບ ສະຫຼາກເພື່ອແຈກໂຊກອາທິດລະ 3 ລາງ ວັນ ໃຫ້ລູກຄ້າຜູ້ທີ່ມາຊື້ລົດຈາກ ບໍລິສັດຂອງ​ຕົນນັບແຕ່ວັນ 1 ຕຸລານີ້ເປັນຕົ້ນໄປ,
ຊຶ່ງລວມມີ ລາງວັນຕ່າງໆຄື ລາງວັນທີ 1 ທ່ຽວຍີ່ປຸ່ນມີ 12 ລາງວັນລາງ ວັນລະ 2 ຄົນ, ລາງວັນທີ 2 ລົດ ຈັກ YAMAHA SPARK ມີ 12 ລາງວັນ, ລາງວັນທີ 3 ໂທລະ ພາບສີ 40 ນິວ 12 ລາງວັນ, ນອກຈາກນີ້ຍັງມີໂຄງການມ່ວນຫຼາຍທ້າຍປີຊຶ່ງ ຈະແຈກລາງວັນໃຫຍ່ຄື ລົດກະບະວີໂກ້ 1 ຄັນ, ພ້ອມກັບລົດເກັ່ງ ວີອອດ, ລົດຈັກ ຟີໂນ ແລະ ອື່ນໆ, ລວມມູນຄ່າ ລາງວັນ ທັງໝົດ 1,4 ຕື້ກີບ ແລະ ການຈັບສະຫຼາກມອບໂຊກໃນ ຄັ້ງນີ້ຜູ້ໂຊກດີ ໄດ້ຮັບລາງວັນທີ 1 ໄດ້ແກ່ທ່່ານ ດາວວອນ ພະຈັນ ທະວົງ, ລາງວັນ​ທີ 2 ທ່າ​ນ ນາງ ຟອງສາລີ ລັດຊະນະໄຊ ແລະ ລາງວັນ​ທີ 3​ ແມ່ນ ທ່ານນາງ ຂຸ່ນ ໄຊສົມບັດ.

No comments:

Post a Comment