Ad

Ad

12 December 2014

ຫລວງພະບາງໄດ້ຮັບງົບ 216 ຕື້ກວ່າກີບສ້າງຫໍວັດທະນະທຳ ແຂວງ



           ແຂວງຫລວງພະບາງໄດ້ ຮັບງົບປະມານ 216 ຕື້ກວ່າກີບ ຈາກລັດຖະ ບານເພື່ອນຳໃຊ້ເຂົ້າໃນໂຄງການກໍ່ສ້າງຫໍວັດທະນະທຳແຂວງ ແລະ ກໍ່ສ້າງເສັ້ນ ທາງປູຢາງເຂົ້າຫໍວັດທະນະທຳ ໃນເນື້ອທີ່ ຫລາຍກວ່າ 6 ເຮັກຕາ ແລະ ທຶນສົມ ທົບຂອງແຂວງ ຫລວງພະບາງອີກ 5 ຕື້ກີບ, ທຶນ ຂອງຂວັນຈາກ ສສ ຫວຽດນາມ 2 ລ້ານ ໂດລາສະຫະລັດ, ທຶນ ສົມທົບຈາກທະນາຄານ Vietin Bank 5 ແສນ ໂດລາສະຫະລັດ, ທຶນສົມທົບຂອງກຸ່ມບໍລິສັດ ຮວ່າງແອງ ຢາລາຍ 5 ແສນໂດ ລາສະຫະລັດ, ທຶນຂອງບັນດາ ນັກທຸລະກິດຫວຽດນາມ ທີ່ດຳ ເນີນທຸລະກິດຢູ່ລາວ-ຫວຽດນາມ ແລະ ແຫລ່ງ ທຶນອື່ນໆ ຈຳນວນ​ໜຶ່ງເຊິ່ງພິທີເຊັນສັນຍາກໍ່ສ້າງຫໍວັດທະນະທຳ ແລະ ເສັ້ນທາງ ດັ່ງກ່າວໄດ້ມີຂຶ້ນໃນທ້າຍອາທິດຜ່ານມາລະຫວ່າງ ທ່ານ ດຣ. ຄຳໝັ້ນ ຈັນທະລັງສີ ຫົວໜ້າ ຫ້ອງວ່າການປົກຄອງແຂວງ ຫລວງພະບາງ ແລະ ທ່ານ ສົມ ຫວັງ ວົງວິໄລ ອຳນວຍການ ບໍລິສັດຈິດຈະເລີນກໍ່ສ້າງ ຈຳກັດ ໂດຍມີທ່ານ ດຣ. ຄຳແພງ ໄຊ ສົມແພງ ເຈົ້າແຂວງໆຫລວງ ພະບາງເຂົ້າຮ່ວມເປັນສັກຄີພິ ຍານນຳ ດ້ວຍ.

      ທ່ານ ສົມຫວັງ ວົງວິໄລ ອຳນວຍການບໍລິສັດຈິດຈະເລີນກໍ່ສ້າງ ຈຳກັດ ໃຫ້ຮູ້ວ່າ: ໃນເນື້ອ ທີ່ໂຄງການທັງໝົດຫລາຍກວ່າ 6 ເຮັກຕາໃນນັ້ນເນື້ອທີ່ອາຄານຫໍ ວັດທະນະທຳມີ 13.961 ຕາ ແມັດ, ພື້ນທີ່ຈອດລົດ 21.076 ຕາ ແມັດ, ພື້ນທີ່ສວນສາ ທາລະນະ 11.500 ຕາແມັດ ແລະ ພື້ນທີ່ສີ ຂຽວ (ເຂດຂະຫຍາຍ ແລະ ພື້ນ ທີ່ວ່າງ) 12.000 ຕາແມັດ, ແບ່ງ ອອກເປັນສອງໄລຍະໃນການກໍ່ ສ້າງຄາດວ່າຈະໃຊ້ເວລາ 3 ປີ ໃຫ້ສຳເລັດ.

No comments:

Post a Comment