Ad

Ad

15 December 2014

ທ່ານ ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ເຂົ້າຮ່ວມສະ ຫລອງການພົວພັນອາຊຽນ- ສ.ເກົາຫລີ ຄົບຮອບ 25 ປີ



         ໃນວັນທີ 12 ທັນວາ 2014, ທ່ານ ທອງສິງ ທຳມະວົງ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳຄະນະຜູ້ແທນລາວເຂົ້າ ຮ່ວມກອງປະຊຸມສຸດຍອດເພື່ອ ສະ ເຫລີມສະຫລອງການພົວພັນອາຊຽນ -ສ.ເກົາຫລີ ຄົບຮອບ 25 ປີ (1989-2014) ເຊິ່ງຈັດ ຂຶ້ນຢູ່ນະຄອນປູຊານ, ສາທາລະນະ ລັດ ເກົາຫລີ. ​ໃນ​ກອງ​ປະຊຸມ​ດັ່ງກ່າວ, ບັນດາຜູ້ນຳອາຊຽນ ແລະ ສ.ເກົາຫລີ ໄດ້ຕີລາຄາຄືນ ໝາກຜົນ​ການ​ພົວພັນຮ່ວມມື ອາຊຽນ- ສ.ເກົາຫລີ ຕະຫລອດ 25 ປີ ຜ່ານມາ ເຊິ່ງເຫັນວ່າມີບາດກ້າວ ຂະຫຍາຍ​ໂຕຢ່າງຕໍ່ເນື່ອງ ແລະ ໄດ້ຮັບຜົນສຳເລັດສຳຄັນຫລາຍດ້ານນັບທັງດ້ານການເມືອງ- ຄວາມໝັ້ນຄົງ, ເສດຖະກິດ, ວັດ ທະນາທຳ-ສັງຄົມ ແລະ ການ ຮ່ວມມືເພື່ອການພັດທະນາ ເຊ່ິງ ສະແດງອອກ​ໃຫ້​ເຫັນ​ຄື: ດ້ານ ການເມືອງ-ຄວາມໝັັ້ນຄົງ: ອາ ຊຽນໄດ້ເລີ່ມສ້າງຕັ້ງສາຍພົວພັນ ສ.ເກົາຫລີ ໃນຖານະຄູ່ຮ່ວມຂະ ແໜງການໃນປີ 1989 ແລະ ໄດ້ ພັດທະນາຄູ່ຮ່ວມເຈລະຈາສົມ ບູນໃນປີ 1991, ເປັນຄູ່ຮ່ວມ ຮອບດ້ານໃນປີ 2004 ແລະ ໄດ້ ຍົກລະດັບມາເປັນຄູ່ ຮ່ວມຍຸດທະສາດໃນປີ 2010 ໃນໄລຍະທ່ີ ສປປ ລາວ ເປັນປະເທດປະສານ ງານໃຫ້ແກ່ການພົວພັນອາ ຊຽນ- ສ. ເກົາຫລີ, ບັນດາກົນໄກ ຮ່ວມມືຕ່າງໆໄດ້ຖືກສ້າງຕັ້ງຂຶ້ນ ແລະ ໄດ້ປະຕິບັດຮ່ວມກັນຢ່າງ ມີໝາກຜົນ. ສ.ເກົາຫລີ ໄດ້ເຂົ້າ ຮ່ວມ ແລະ
ສະໜັບສະໜູນ ຄວາມເປັນແກນກາງຂອງອາ ຊຽນໃນບັນດາກົນໄກທີ່ອາຊຽນ ໄດ້ ເລີ່ມຂຶ້ນ ເຊັ່ນ: ອາຊຽນ+3, ເວທີພາກພື້ນ ອາຊຽນ, ກອງປະ ຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ ແລະ ກອງປະຊຸມ ສຸດຍອດອາຊີຕາເວັນອອກ. ໃນປີ 2012, ສ.ເກົາຫລີ ໄດ້ສ້າງຕັ້ງ ສຳນັກງານຜູ້ຕາງໜ້າຖາວອນ ຂອງຕົນປະຈຳອາຊຽນ ທີ່ຈາ ກາຕາ ແລະ ແຕ່ງຕັ້ງທູດສະ ເພາະປະຈຳອາຊຽນ.
    ດ້ານເສດຖະກິດການຄ້າ ແລະ ການລົງທຶນລະຫວ່າງອາຊຽນ ແລະ ສ.ເກົາຫລີ ໄດ້ເພີ່ມຂຶ້ນ ຢ່າງມາຫະສານພາຍຫລັງທີ່ໄດ້ ສ້າງຕັ້ງສູນອາຊຽນ-ເກົາຫລີ ໃນປີ 2009 ແລະ ເປີດການຄ້າ ເສລີອາຊຽນ-ເກົາຫລີ ໃນປີ 2010 ແລະ ອັນໄດ້ເຮັດໃຫ້ມູນ ຄ້າການຄ້າ ສອງຝ່າຍບັນລຸໄດ້ 135 ຕື້ໂດລາສະຫະລັດ ​ໃນປີ 2013 ແລະ ຄາດວ່າຈະບັນລຸ 150 ຕື້ໂດລາສະຫະລັດ ໃນປີ 2015.
    ການແລກປ່ຽນດ້ານວັດທະ ນາທຳ ແລະ ການໄປມາຫາສູ່ ກັນລະຫວ່າງປະຊາຊົນສອງ ພາກພື້ນຂະຫຍາຍ​ໂຕຢ່າງໜ້າ ເພິ່ງພໍໃຈ ເຊິ່ງໃນປີ 2013 ມີນັກ ທ່ອງທ່ຽວເກົາຫລີເຂົ້າມາທ່ອງ ທ່ຽວໃນອາຊຽນ 4,93 ລ້ານ ຄົນ, ໃນຂະນະທີນັກທ່ອງ ທ່ຽວອາ ຊຽນເຂົ້າໄປທ່ອງທ່ຽວຢູ່ ສ.ເກົາ ຫລີ ມີ 1,55 ລ້ານຄົນ.
   ການຮ່ວມມືເພື່ອການພັດທະນາ: ສ.ເກົາຫລີ ເປັນໜຶ່ງໃນ ບັນກາຄູ່ເຈລະຈາຫລັກຂອງອາຊຽນ ທີ່ໄດ້ໃຫ້ ການຊ່ວຍເຫລືອ ເພື່ອ ສົ່ງເສີມການເຊື່ອມໂຍງອາຊຽນໄດຍໄດ້ສະໜັບສະໜູນການຈັດຕັ້ງປະຕິບັດຂໍລິເລີ່ມເພື່ອການ ​ເຊື່ອມ​ໂຍງ​ອາຊຽນ AIA ​ແລະ ຂໍ​ລິ​ເລີ່​ມອື່ນໆ ລວມທັງ​ຂອບ​ການ​ຮ່ວມ​ມື​ລະດັບ​ອະນຸ​ພາກພື້ນ​ເຊັ່ນ: ຂອບ​ການ​ຮ່ວມ​ມື​ແມ່ນ້ຳ​ຂອງ-ສ.​ເກົາຫລີ ​ແນ​ໃສ່​ຮັດ​ແຄບ​ຄວາມ​ແຕກ​​ໂຕນ​ດ້ານ​ການ​ພັດທະນາ​ອາຊຽນ.
    ໃນ​ກອງ​ປະຊຸມ​ສຖດຍອດ​ຄັ້ງນີ້ ອາຊຽນ ​ແລະ ສ.​ເກົາຫລີ ເຫັນ​ດີ​ສືບຕໍ​່ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆເປັນຕົ້ນ​ແມ່ນ​ໄດ້​ເຫັນ​ດີ​ສືບຕໍ່ການ​ເຈລະຈາ​ເພື່ອ​ເປີດ​ກ້ວາງ ​ແລະ ປັບປຸງ​ການ​ຄ້າ​ເສລີ​ອາຊຽນ-ສ.​ເກົາຫລີ ​ແນ​ໃສ່​ໃຫ້​ບັນລຸ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ 150 ຕື​້ໂດ​ລາ​ສະຫະລັດ ​ໃນ​ປີ 2015 ​ແລະ 200 ຕື້​ໂດ​ລາ​ສະ ຫະລັດ​ໃນ​ປີ 2020; ສົ່ງ​ເສີມ​ການ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ ນ້ອຍ ​ແລະ ກາງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການທ່ອງ ທ່ຽວ, ການ​ແລກປ່ຽນວັດທະ ນະທຳ ​ແລະ ການ​ໄປມາຫາສູ່​ກັນລະ​ຫວ່າງປະຊາຊົນ​ສອງ​ຊາດ​ໃນ​ພາກພື້ນ​ໃຫ້​ຫລາຍ​ຂຶ້ນ. ສ.ເກົາຫລີ ສືບ​ຕໍ່ໝາຍໝັ້ນ​ໃນ​ການສະໜັບສະໜູນການ​ສ້າງ​ປະຊາ​ຄົມ​ອາຊຽນ​ໃນ​ປີ 2015 ແລະ ຮັດ​ແໜ້ນ​ໃນ​ປະຊາ​ຄົມ​ອາ ຊຽນຫລັງ​ປີ 2015 ​ໃຫ້​ເຂັ້ມ​ແຂງ ກໍ​ຄື​ສະໜັບສະນູນການ​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ພາຍ​ໃນ​ອາ ຊຽນ.
          ຂ່າວ​ໃຫ້​ຮູ້​ອີກ​ວ່າ: ​ໃນ​ໂອ ກາດ​ດັ່ງກ່າວ, ທ່ານ​ນາຍົກລັດ ຖະມົນຕີ ທອງ​ສິງ ທຳ​ມະ​ວົງ ກໍ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ ປັກ​ ​ເກີນ ​ແຮ ປະທານາທິບໍດີ ສ.​ເກົາຫລີ ຢູ່​ທີ່​ນະຄອນ​ບູຊາ​ນ ​ໃນ​ວັນ​ທີ 11 ທັນວາ​ນີ້ ​ໂດຍ​ສສອງຝ່າຍໄດ້ຕີ ລາຄາສູງຕໍ່ການພົວພັນມິດຕະ ພາບ ແລະ ການຮ່ວມມືໃນຜ່ານ ມາທີ່ເຫັນວ່ານັບມື້ມີການສືບຕໍ່ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ສອງຝ່າຍໄດ້ແລກປ່ຽນຢ້ຽມ ຢາມແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຕະຫລອດມາ ໂດຍສະ ເພາະການຢ້ຽມຢາມ ສ.ເກົາຫລີ ຢ່າງເປັນທາງການຂອງພະນະ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ໃນທ້າຍປີຜ່ານມາ. ຖືເປັນຂີດ ໝາຍອັນສຳຄັນໃນການຍົກລະ ດັບການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດເຊິ່ງສະແດງໃຫ້ເຫັນວ່າ: ຕະຫລອດໄລຍະ 19 ປີການພົວພັນຂອງສອງປະ ເທດໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ກວມເອົາຫລາຍ ຂົງເຂດວຽກງານ. ພິເສດແມ່ນ ການຮ່ວມມືທາງດ້ານເສດຖະ ກິດພວມຢູ່ໃນທ່າຂະຫຍາຍໂຕ ສະເພາະປີ 2013 ໂຕເລກການ ຮ່ວມມືທາງດ້ານການຄ້າບັນລຸ ໄດ້ 199 ລ້ານໂດລາສະຫະລັດ. ການລົງທຶນກໍມີການຂະຫຍາຍ ໂຕຢ່າງຕໍ່ເນື່ອງ, ປັດຈຸບັນ ສ. ເກົາຫລີ ຈັດຢູ່ໃນອັນດັບ 4 ຂອງ ນັກລົງທຶນຕ່າງປະເທດຢູ່ ສປປ ລາວ ແລະ ໃນແຕ່ລະປີ ສ.ເກົາ ຫລີ ໄດ້ຊ່ວຍເຫລືອລາວ ໂດຍສະ ເລ່ຍ 40 ລ້ານໂດລາສະຫະລັດ ແລະ ຈັດຢູ່ໃນອັນດັບທີ 3 ຂອງ ຕ່າງປະເທດທີ່ໃຫ້ທຶນຊ່ວຍເຫລືອລ້າ ສປປ ລາວ. ການຊ່ວຍເຫລືອ ດັ່ງກ່າວຕົ້ນຕໍແມ່ນເນັ້ນໃສ່ການພັດທະນາພື້ນ ຖານໂຄງ ລ່າງ, ການສຶກສາ ແລະ ສາທາລະນະສຸກ. ປັດຈຸບັນໂຄງການຊ່ວຍ ເຫລືອລ້າມີ 9 ໂຄງການທີ່ພວມດຳເນີນຢູ່ ສປປ ລາວ ແລະ ໂຄງການຈຳນວນໜຶ່ງຍັງຢູ່ໃນຂັ້ນຕອນພິຈາລະນາຈາກ ສ.ເກົາ ຫລີ. ນອກຈາກນັ້ນ ສອງຝ່າຍກໍພວມດຳເນີນຂັ້ນຕອນເພື່ອກ້າວ ໄປສູ່ການປະຕິບັດໂຄງການເງິນກູ້ດອກເບ້ຍຕໍ່າຈາກກອງທຶນ ຮ່ວມມືເພື່ອການພັດທະນາເສດ ຖະກິດຂອງ ສ.ເກົາຫລີ ໃນສົກປີ 2014-2017 ເພື່ອປະຕິບັດໂຄງ ການທີ່ເປັນບູລິມະສິດໃນການ ພັດທະນາ ສປປ ລາວ.
     ຕອນທ້າຍ, ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວສະແດງຄວາມ ຂອບໃຈຕໍ່ການຊ່ວຍເຫລືອອັນ ລ້ຳຄ່າຂອງລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ. ທ່ານນາຍົກລັດຖະມົນຕີໄດ້ນຳເອົາການຢ້ຽມ ຢາມຖາມຂ່າວຈາກພະນະທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ເຖິງພະນະທ່ານນາງ ປັກ ເກີນ ແຮ ປະທານາທິບໍດີ ສ.ເກົາຫລີ ແລະ ເຊື້ອເຊີນທ່ານໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ທ່ານສະດວກ.

No comments:

Post a Comment