Ad

Ad

15 December 2014

ຕິດ​ຄຸກ 4 ປີ ຍ້ອນ​ລັກ​ຊັບ​ພົນລະ​ເມືອງ



     ​ໃນ​ວັນ​ທີ 9 ທັນວາ​ນີ້, ຄະນະ​ສານ​​ປະຊາຊົນ​ ນະຄອນຫລວງ​ວຽງ​ຈັນ ​ໄດ້​ຕັດສິນ​ລົງ​ໂທດ​ທ້າວ ພອນ​ມະນີ​ການ ຫລື ດຳ ອາຍຸ 30 ປີ ຢູ່​ບ້ານ​ຈອມ​ເພັດ​ເໜືອ ​ເມືອງ​ສີ​ສັດຕະ​ນາກ ນະ​ຄອນ​ຫລວງ​ວຽງ​ຈັນ ​ເປັນ​ເວລາ 4 ປີ 6 ​ເດືອນ ພ້ອມປັບ​ໄໝ​ເ​ປັນ​ເງິນ 4,5 ລ້ານ​ກີບ ​ໃນ​ຂໍ້​ຫາ​ລັກ​ຊັບ​ພົນລະ​ເມືອງ ຕາມ​ມາດຕາ 119 ຂອງ​ກົດໝາຍ​ອາຍາ.
     ຄະນະ​ສານ ​ໃຫ້​ຮູ້​ວ່າ: ​ໄລຍະ​ຜ່ານ​ມາ, ທ້າວ ພອນ​ມະນີການ ​ໄດ້​ເຄື່ອນ​​ໄຫວ​ລັກ​ຊັບ​ພົນລະ​ເມືອງ​ມາ​ແລ້ວ 5 ຄັ້ງ ຄື​ຄັ້ງທີ 1 ໃນຕົ້ນ​ເດືອນ​ພະຈິກ 2013 ​ໄດ້​ງັດ​ຫ້ອງ​​ແຖວ ຢູ່​ບ້ານ​ດອນ​ນົກ​ຂຸ້ມ ເມືອງ​ສີ​ສັດຕະ​ນາກ ​ໄດ້​ຄອມ​ພິວ​ເຕີ້​ໂນ​ດບຸກ 1 ໜ່ວຍ; ຄັ້ງທີ 2 ​ໃນ​ທ້າຍ​ເດືອນ​ພະຈິກ 2013 ​ໄດ້​ໄປ​ງັດ​ຫ້ອງ​ແຖວ​ຢູ່​ບ້ານ​ຄຳ​ສະ ຫວາດ ​ເມືອງ​ໄຊ​ເສດ​ຖາ ​ໄດ້​ຄອມ​ພິວ​ເຕີ ໂນ​ດບຸກ 1 ໜ່ວຍ; ຄັ້ງທີ 3 ​ໃນ​ວັນ​ທີ 31 ທັນວາ 2013 ​ໄດ້​ງັດ​ຫ້ອງ​​ແຖວ​ຢູ່​ບ້ານ​ທົ່ງ​ກາງ ​ເມືອງ​ສີ​ສັດຕະ​ນາກ ​ໄດ້​ຄອມ​ພິວ​ເຕີ ໂນ​ດບຸກ 1 ໜ່ວຍ, ແທບ​ເລັດ 1 ໜ່ວຍ ​ແລະ ​ແອັມ 1 ໜ່ວຍ; ຄັ້ງທີ 4 ​ໃນ​ວັນ​ທີ 2 ມັງ ກອນ 2014 ​ໄປ​ງັດ​ຫ້ອງ​ແຖວ​ຢູ່​ບ້ານ​ທົ່ງ​ກາງ ​ເມືອງ​ສີ​ສັດຕະ​ນາກ ລັກ​ເອົາ​ໂທລະສັບ 2 ໜ່ວຍ, ຄັ້ງທີ 5 ​ໃນ​ວັນ​ທີ 9 ມັງກອນ
2014 ​ໄດ້​ງັດ​ຫ້ອງ​ແຖວ​ຢູ່​ບ້ານ​ທົ່ງ​ກາງ ​ເມືອງ​ສີ​ສັດຕະ​ນາກ ​ໄດ້​ຄອມ​ພິວ​ເຕີ​ໂນ​ດບຸກ 2 ໜ່ວຍ ແລະ ຄັ້ງສຸດ​ທ້າຍກ່ອນ​ຖືກ​ຈັບ ໃນ​ວັນ​ທີ 16 ມັງກອນ 2014 ​ໄດ້​ຂລົງມື​​ງັດ​ເຮືອນຫລັງ​ໜຶ່ງ​ຢູ່​ບ້ານ​ທົ່ງ​ກາງ ​ເມືອງ​ສີ​ສັດຕະ​ນາກ, ແຕ່​ໂຊກ​ບໍ່​ດີ ຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດ ໝາຍ.

No comments:

Post a Comment