Ad

Ad

12 December 2014

ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາຊີ້​ແຈງ​ຄວາມ​ສົນ​ໃຈຂ​ອງ ສສຊ



        ມື້​ທີສາມຂອງ​ວາລະ​ການ​ດຳ​ເນີນກອງ​ປະຊຸມ​ສະ​ໄໝ​ສາ ມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ວັນ​ທີ 11 ທັນວາ 2014, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະ ທານ​ສະພາ​ແຫ່ງ​ຊາດ  ບັນດາ​ລັດຖະມົນຕີ​ວ່າການ, ຊ່ວຍ​ວ່າ ການ​ຈາກ​ກະຊວງ​ຕ່າງໆ​ກໍ​ໄດ້​ຂຶ້ນ​ຕອບ​ຖຳຊັກ​ຖາມ​ ແລະ ຂຶ້ນ​ອະທິບາຍ​ຊີ້​ແຈງ​ຕໍ່​ຄວາມ​ສົນ​ໃຈ ຫລື ຄຳ​ຖາມ​​ເຈາະ​ຈີ້ມ​ຂອງ​ບັນ ດາສະມາ​ຊິກ​ສະພາ​ແຫ່ງ​ຊາດ (ສສຊ)​ ໃນ​ຂົງ​ເຂດ​ວຽກ​ງານ​ ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ມີ​ເຫດ​ມີ​ຜົນ​ເຮັດ​ໃຫ້​ມີ​ຄວາມ​ເຂົ້າ​ໃຈ​ກັນ​ຫລາຍ​ຂຶ້ນ.
               ທ່ານ ດຣ.ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ, ລັດ ຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ແລະ ກິລາ ກໍ​ໄດ້​ຊີ້​ແຈງ ຕອບ​ຄຳ​ຊັກ​ຖາມຂອງ ສສຊ ກ່ຽວ​ກັບ​ວຽກ​ງານສຶກສາ ​ແລະ ກິລາ​ເປັນ​ຕົ້ນ​ກໍ​ແມ່ນ​ການ​ສ້າງ​ບຸກຄະ​ລາກອນ​ທາງ​ດ້ານ​ສາຍ​ອາ​ຊິ​ວະ​ສຶກສາ​ເພື່ອ​ສະ​ໜອງ​ທາງ​ດ້ານ​ຕະຫລາດ​ແຮງ​ງານ​ໃຫ້​ແກ່​ຂະ​ແໜງ​ການ​ຕ່າງໆ​ໃນ​ສັງຄົມ. ພ້ອມ​ກັນ​ນີ້​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຈະ​ໄດ້​ເລັ່ງ​​ໃສ່​ໃນ​ການ​ຄຸ້ມ​ຄອງ​ວຽກ​ງານ​ອາ​ຊິ​ວະ​ສຶກສາ ​ແລະ ວຽງ​ການ​ອື່ນໆ​ເພື່ອ​ເຮັດ​ໃຫ້​ວຽກ​ງານ​ສຶກສາ ​ແລະ
ກິລາ​ບັນລຸ​ຜົນ​ໂດຍ​ສະ​ເພາະ​ແມ່ນ​ວຽກ​ງານ​ອາ​ຊິ​ວະ​ເພື່ອ​ສະໜອງ​ໃຫ້​ແກ່​ຕະຫລາດ​ແຮງ​ງານ​ມີ​ຄຸນ​ນະພາ​ບ ​ແລະ ສະໜອງ​ໃຫ້​ແກ່​ຂະ​ແໜງ​ການ​ກໍ​ຄື​ໜ້າ​ທີ່​ວຽກ​ງານ​ແຕ່​ລະ​ພາກສ່ວນ​ຕ່າງໆ​ທີ່​ມີ​ຄວາ​ມຕ້ອງການ​ໂດຍ​ສະ​ເພາະ​ກໍ​ແມ່ນ​ການ​ສ້າງ​ສີມື​ແຮງ​ງານ​ໃຫ້​ມີ​ຄຸນ​ນະພາ​ບ​ເພື່ອ​ຮອງ​ຮັບ​ກັບ​ຄວາມ​ຕ້ອງການຂອງ​ສັງຄົມ ໂດຍຮອງນາຍົກລັດຖະມົນຕີ ໄດ້ຊີ້ແຈງຢ່າງລະອຽດຖີ່ຖ້ວນ ໃນການພັດທະນາສີມືແຮງງານ ໃຫ້ເປັນ ລະບົບຕໍ່ເນື່ອງ ເຊິ່ງທ່ານ ກ່າວວ່າ: ມາຮອດດຽວນີ້ ກະ ຊວງສຶກສາທິການ ແລະ ກິລາ ໄດ້ມີກົດໝາຍວ່າດ້ວຍອາຊີວະ ສຶກສາເຊິ່ງ ກົດໝາຍດັ່ງກ່າວໄດ້ກຳນົດໜ້າທີ່ຂອງກະຊວງສຶກສາທິການ ແລະ ກິລາ ແລະ ກະ ຊວງແຮງງານ ແລະ ສະຫວັດ ດີການສັງຄົມຢ່າງ ຄັກແນ່ ແລະ ກໍໄດ້ສົມທົບກັບກະຊວງແຮງງານກຳນົດຂອບວຸດ ທິການສຶກສາແຫ່ງຊາດຢ່າງລະອຽດ, ພ້ອມທັງມີການຮ່ວມມືກັບ ພາກສ່ວນເອກະຊົນໃນດ້ານການພັດທະນາຊັບພະຍາກອນ ມະນຸດ ເປັນຕົ້ນການສືບຕໍ່ຮ່ວມມືກັບບໍລິສັດລົງທຶນພາຍໃນ ແລະ ຕ່າງ ປະເທດ. ນອກຈາກນີ້ ກະຊວງ ດັ່ງກ່າວໄດ້ພະ ຍາຍາມເຮັດໃຫ້ ຂອບວຸດທິການສຶກສາຂອງ ສປປ ລາວ ມີການເຊື່ອມໂຍງ ກັບພາກ ພື້ນ ແລະ ສາກົນ ເພື່ອ ເຮັດໃຫ້ການສຶກ ສາຂອງປະເທດເຮົາກັບພາກພື້ນອາຊຽນຫຍັບມໍ່ ເຂົາຫາກັນເທື່ອລະກ້າວ.
       ໃນມື້ດຽວກັນ  ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ກະສິກຳ ແລະ ປ່າ​ໄມ້​ໄດ້ ​ຊີ້​ແຈງ​ກ່ຽວ​ກັບ ການ​ຄ້ຳປະກັນ​ສະບຽງ​ອາຫານ​ເພື່ອ​ຮັບປະກັນ​ສະບຽງ​ອາຫານ ແລະ ​ເປັນ​ສິນຄ້າ​ເຊິ່ງສ່ວນ​ຫຼາຍ​ແລ້ວ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ກັບ​ບັນຫາ​ດັ່ງກ່າວ​ນັ້ນກໍ​ແມ່ນ​ບັນ ຫາທີ່​ດິນ​ຜະລິດ​ກະສິກຳ​ໂດຍ​ສະ​ເພ​າະການປູກ​ເຂົ້າ, ລ້ຽງສັດ ລວມທັງ​ມາດ​ຕະການ​ໃຫ້​ບັນລຸ​ຄາດໝາຍ​ຜະລິດ​ເຂົ້າ​ໃຫ້​ບັນລຸ​ສະມັດ​ຕະພາບ​ 4,5 ໂຕນ​/​ເຮັກ ຕາ, ມາດ​ຕະການ​ໃນ​ການ​ຄຸ້ມ​ຄອງ​ທີ່​ດິນ​ກະສິກຳ​ເປັນ​ຕົ້ນ​ແມ່ນ​ເຂດ​ທີ່​ມີ​ຊົນລະປະທານ​ໃນການ​ສະໜອງ​ນ້ຳ​ເພື່ອ​ຮັບ​ປະກັນ​ໃຫ້​ສາມາດ​​ຜະລິດ​ເຂົ້າ ​ແລະ ຜະລິດ​ເປັນ​ສິນຄ້າ​ແບບ​ຍືນ​ຍົງ, ການ​ສະ ໜອງ​ແນວ​ພັນ​ພຶດ, ສັດ, ການ​ສົ່ງ​ເສີມ​ວິຊາ​ການ​ເຕັກນິກ​ເຂົ້າ​ໃນ​ເຂດ​ຈຸດ​ສຸມ​ຜະລິດ​ໃຫ້​ເປັນ​ສິນຄ້າ​ ​ແລະ ບັນຫາ​ອື່ນໆ​ອີກ​ຈຳນວນ​ໜຶ່ງ.
          ຈາກນັ້ນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດ​ສາຫະ​ກຳ ແລະ ການ​ຄ້າ​ ໄດ້​ຊ​ີ້​ແຈງ​ກ່ຽວ​ກັບການ​ສົ່ງ​ເສີມ​ນະ​ໂຍບາຍ​ການ​ຜະລິດ​ເປັນ​ສິນຄ້າ​ຂອງ​ປະຊາ ຊົນໂດຍ​ສະ​ເພາະກໍ​ແມ່ນ​ການ​ຜະ ລິດ​ຂະໜາດ​ນ້ອຍ ​ແລະ ຂະ​ໜາດ​ກາງ​ ເຊິ່ງສ່ວນ​ຫລາຍ​ທີ່​ບັນຫາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໃຫ້​ຄວາມ​ສົນ​ໃຈ​ກໍ​ແມ່ນ​ການ​ສ້າງ​ນິຕິ​ກຳ ​ແລະ ກາ​ນາ​ຄຸ້ມ​ຄອງ​ຊຸກ​ຍູ້​ການ​ຜະລິດ​ເປັນ​ສິນຄ້າ​ເພື່ອ​ຕອບ​ສະໜອງ​ກ່ຽວ​ກັບ​ຕະຫຼາດ, ການ​ຜະລິດ​ກໍ​ໃຫ້​ຫັນ​ເປັນ​ອຸດ​ສາ​ຫະກຳ​ຂະໜາດນ້ອຍ ​ແລະ ກາງ​ໃຫ້​ກວ້າງຂວາງ, ພ້ອມ​ກັນ​ນັ້ນ​ກໍ​ໃຫ້​ມີ​ການ​ກຳນົດ​ໃຫ້​ເປັນ​ຈຸດ​ສຸມ​ຂອງ​ສິນຄ້າ​​ໃຫ້ລະອຽດ​ ນອກ​ນີ້ ແຜນການ​ໃນ​ປີ 2015 ນີ້ກໍ​ໃຫ້​ມີ​ການ​ກຳນົດ​ຄັກແນ່ ແລະ ບັນຫາ​ອື່ນໆ.

No comments:

Post a Comment