Ad

Ad

12 December 2014

ບາງ​ນະ​ໂຍບາຍ​ຊຸກຍູ້ການ​ຜະລິດ​ເຂົ້າ ​ແລະ ສັດເພື່ອຄ້ຳປະກັນ​ສະບຽງ​ອາຫານ



       ​ໃນ​ການ​ລາຍ​ງານ​ໃຫ້​ຂໍ້​ມູນ​ເພີ່ມ​ຕື່ມ​ຕໍ່​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຜະລິດ​ເຂົ້າ ​ແລະ ສັດ ເພື່ອ​ຄ້ຳປະກັນ​ສະບຽງ​ອາຫານ ແລະ ​ເປັນ​ສິນຄ້າ ​ເຊິ່ງນຳ​ສະ​ເໜີ​​ໂດຍ​ທ່ານ ສົມ​ສະຫວາດ ​ເລັ່ງສະ ຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​ເສດຖະກິດ​ການ​ຜະລິດ ​ແລະ ຈໍລະ​ຈອນ ທັງ​ເປັນ​ຫົວໜ້າ​ຄະນະ​ປະສານ​ງານສູນ​ກາງ​ເພື່ອ​ປະຕິບັດ​ໂຄງການ​ສົ່ງ​ເສີມ​ການ​ຜະລິດ​ສິນຄ້າ ​ແລະ ໂຄງການ​ຄ້ຳປະກັນ​ດ້ານ​ສະ ບຽງ​ອາຫານ ​​ໃຫ້​ຮູ້​ວ່າ: ​ເພື່ອ​ປະ ຕິບັດ​ມາດ​ຕະການ​ໃຫ້​ໄດ້​ຮັບ​ຜົນ​ດີ ທາງ​ຄະນະປະສານ​ງານ​ຂັ້ນ ສູນ​ກາງ ຈຶ່ງ​ໄດ້​ສະ​ເໜີ​ບາງ​ມາດ​ຕະການ​ສຳຄັນ​ຕໍ່​ສະພາ​ແຫ່ງ​ຊາດດັ່ງນີ້: ໜຶ່ງຕ້ອງ​ມີນະ​ໂຍ ບາຍ​ສົ່ງ​ເສີມ​ການ​ນຳ​ໃຊ້​ທີ່​ດິນ​ສຳລັບ​ການ​ລ້ຽງສັດ ​ແລະ ສັດ​ນ້ຳ ດ້ວຍ​ການຈັດຕັ້ງຂຶ້ນທະ ບຽນ ​ແລະ ຄຸ້ມ​ຄອງ​ທີ່​ດິນ​ທີ່​ໃຊ້​ເປັນ​ເຂດ​ລ້ຽງສັດ​ໃຫຍ່, ທີ່​ດິນ​ທີ່​ໃຊ້​ເປັນ​ຟາ​ມລ້ຽງສັດ​ແຕ່ລະ​ປະ​
ເພດ, ​ແຫ​ລ່ງນ້ຳສຳລັບ​ລ້ຽງສັດ​ນ້ຳຂອງ​ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງ​ຂອງ​ພາກ​ລັດ ​ແລະ ​ເອກະ​ຊົນ​ໃຫ້​ເປັນ​ທາງ​ການ. ສອງຕ້ອງ​ມີນະ​ໂຍບາຍ​ດ້ານ​ແຮງ​ງານ ​ໂດຍ​ການຈັດຕັ້ງ ຂຶ້ນທະບຽນ ​ແລະ ຄຸ້ມ​ຄອງ​ແຮງ​ງານ​ລ້ຽງສັດ ​ແລະ ສັດ​ນ້ຳ ຫລື ​ແຮງ​ງານ​ທີ່​ເຮັດ​ວຽກ​ຢູ່​ໃນ​ໂຮງ ງານ​ປຸງ​ແຕ່ງ​ທີ່​ຖື​ເປັນ​ອາຊີບ​ຕົ້ນ ຕໍ, ປະຈຳ, ຖາວອນ ​ແລະ ຕ້ອງ​ໄດ້​ຄົ້ນຄວ້າ​ອອກ​ນະ​ໂຍບາຍ​ຢ່າງ​ເໝາະ​ສົມ​ໃຫ້​ແກ່​ເຂົາ​ເຈົ້າຢ່າງ​ເປັນ​ທຳ. ສາມຕ້ອງ​ມີນະ​ໂຍ      ບາຍ​ດ້ານ​ການ​ເງິນ ​ແລະ ທະນາ ຄານ​ເພື່ອຈັດ​ສັນ​ງົບປະມານ​ການ​ລົງທຶນ​ຂອງ​ລັດ​ເປັນອັນ​ສະ​ເພາະ​ເຂົ້າ​ໃສ່​ກິດຈະກຳ​ພັດທະນາ ​ແລະ ສະໜອງ​ແນວ​ພັນ​ສັດ ​ແລະ ສັດ​ນ້ຳ​ໃຫ້​ພຽງພໍ ​ເປັນຕົ້ນການ​ລົງທຶນ​ໃສ່​ການ​ສ້າງ​ພື້ນຖານ​ວັດ ຖຸ​ເຕັກນິກ, ການ​ຊື້​ແນວ​ພັນ, ການ ຄົ້ນຄວ້າ ​ແລະ ພັດທະນາ​ແນວ​ພັນລວມທັງ​ການ​ສ້າງ​ນັກຄົ້ນ ຄວ້າ ​ແລະ ສົ່ງ​ເສີມ​ດ້ານ​ແນວ​ພັນ, ສົ່ງ​ເສີມ​ການ​ລົງທຶນ​ໃສ່​ກິດ ຈະກຳ​ການ​ຜະລິດ ​ແລະ ສະ ໜອງ​ຢາ​ປ້ອງ​ກັນ ​ແລະ ປິ່ນປົວ​ພະຍາດ​ສັດ​ໃຫ້​ພຽງພໍ ​ເພື່ອ​ໃຫ້​ສາ ມາດ​ຮັບປະກັນ​ບໍລິການ​ໃຫ້​ແກ່​ຊາວ​ກະສິກອນ​ໄດ້​ຢ່າງ​ທົ່ວ​ເຖິງ, ຈັດ​ສັນ​ງົບປະມານ​ສະ​ເພາະ ​ເພື່ອ​ການ​ວິ​ໄຈ​ພະຍາດ, ການ​ຢັ້ງຢືນ​ສຸຂະພາບ​ສັດ, ສັດ​ນ້ຳ ​ແລະ ການ​ກວດກາ​ຄຸນ​ນນະພາ​ບຂອງ​ຜະ ລິດ​ຕະພັນ​ສິນຄ້າ​ກ່ຽວ​ກັບ​ສັດ​ໃຫ້​ພຽງພໍ ເພື່ອ​ຍົກ​ລະດັບ​ໃຫ້​ເທົ່າ​ທຽມ​ກັບ​ຕ່າງປະ​ເທດ ​ແລະ ສາ ມາດ​ບໍລິການ​ທີ່​ເຊື່ອ​ຖື​ໄດ້​ໃຫ້​ແກ່​ຜູ້​ລ້ຽງສັດ, ຜູ້​ປະກອບ​ການ​​ໄດ້​ຢ່າງ​ໝັ້ນ​ໃຈ.
      ນອກ​ນັ້ນ ຍັງ​ໄດ້​ຄົ້ນຄວ້າ​ນະ​ໂຍບາຍ​ດ້ານ​ພາສີ ​ແລະ ອາກອນ​ທີ່​ເໝາະ​ສົມ ​ເພື່ອ​ສົ່ງ​ເສີມ​ການ​ລ້ຽງສັດ​ຢ່າງ​ກວ້າງຂວາງ ​ໂດຍ​ເນັ້ນ​ໃສ່​ສົ່ງ​ເສີມ​ການ​ຜະລິດ​ໃນ​ທົ່ວ​ລະບົບ ລວມ​ເຖິງ​ການ​ປຸງ​ແຕ່ງ ​ແລະ ລະບົບ​ການຈຳໜ່າຍ​ໃນ​ຕະຫລາດ. ​ເຫັນ​ສົມຄວນ​ພິ ຈາລະນາ​ປະຕິບັດ​ນະ​ໂຍບາຍ​ພາສີ​ອາກອນ​ຜ່ອນຜັນ​ໃຫ້​ພາກ ສ່ວນ​ຜູ້​ຜະລິດ ​ແລະ ​ເກັບ​ອາກອນ​ພາສີ​ໃນ​ຂອດ​ປຸງ​ແຕ່ງ ​ແລະ ການ​ຕະຫລາດ ​ເພື່ອ​ຖົມ​ຂຸມ​ໃນ​ຂອດ​ການ​ຜະລິດ​ຕາມ​ບາງ​ບົດຮຽນ​ປະຕິບັດ​ໃນ​ປະ​ເທດ​ອ້ອມ​ຂ້າງ, ຄະນະ​ປະສານ​ງານ​ຂັ້ນສູນ​ກາງ​​ ໄດ້​ສະ​ເໜີ​ສ້າງຕັ້ງກອງ​ທຶນ​ແຮ​ແນວ​ພັນ ​ແລະ ອາຫານ​ສັດ ​ເພື່ອ​ເປັນ​ການ​ປ້ອງ​ກັນ​ຄວາມ​ສ່ຽງ​ໃນ​ຍາມ​ເກີດ​ຜົນ​ກະທົບ​ຈາກ​ໄພ ພິບັດ​ທາງ​ທຳ​ມະ​ຊາດ; ກອງ​ທຶນ​ສຸຂະພາບ​ສັດ ​ແລະ ຢາ​ກັນ​ພະ ຍາດ​ສັດ ​ເພື່ອ​ເປົ້າໝາຍ​ຄວບ​ຄຸມ ຫລື ລຶບລ້າງ​ພະຍາດ​ລະບາດ​ສະ​ເພາະ​ໃດ​ໜຶ່ງ​ທີ່​ອາດ​ເປັນ​ອັນຕະ ລາຍ​ຕໍ່​ຊີວິດ​ສຸຂະພາບ​ຂອງ​ຄົນ ແລະ ສັດ ທີ່​ຈະ​ເກີດ​ຜົນ​ກະທົບ​ຮ້າຍ​ແຮງ​ຕໍ່​ເສດຖະກິດ​ຂອງ​ຊາດ; ສ້າງ​ກອງ​ທຶນ ຫລື ສະຫະ ກອນ​ສິນ​ເຊື່ອຊຸມ​ຊົນ ​ເພື່ອ​ການ​ພັດທະນາ​ການ​ລ້ຽງສັດ ​ແລະ ການ​ປະມົງ ​ເພື່ອ​ເຮັດ​ໃຫ້​ຜູ້​ປະ ກອບ​ການ​ລ້ຽງສັດ ​ແລະ ການ​ປະມົງ​ຂະໜາດ​ນ້ອຍ​ໃຫ້​ສາມາດ​ເຂົ້າ​ເຖິງ​ສິນ​ເຊື່ອ​ຢ່າງ​ທົ່ວ​ເຖິງ ແລະ ກອງ​ທຶນ​ອື່ນໆ ​ເພື່ອ​ແຊກ​ແຊງ​ລາຄາ ຫລື ຮັບປະກັນ​ລາ​ຄາ​ຂັ້ນຕ່ຳ​ແນ​ໃສ່​ຮັບປະກັນ​ໃຫ້​ຜູ້​ຜະລິດ ​ແລະ ຜູ້​ປະກອບ​ການ​ມີ​ກຳ​ໄລ​ໃນ​ລະດັບ 30%.
     ນອກຈາກ​ນະ​ໂຍບາຍ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ​ແລ້ວ, ທາງ​ຮອງ​ນາຍົກລັດຖະມົນຕີ ຍັງ​ໄດ້​ສະ​ເໜີ​ເພີ່ມ​ຕື່ມກ່ຽວ​ກັບ​ບັນຫາ​ການ​ພັດ ທະນາ​ສີມື​ແຮງ​ງານ​ທີ່​ຊຳ​ນິຊຳ ນານ ​ແລະ ວິຊາ​ການ​ທີ່​ເປັນ​ຊ່ຽວ ຊານ​ສະ​ເພາະ​ດ້ານ ​ເພື່ອ​ຮັບຜິດ ຊອບ​ໃນ​ແຕ່ລະ​ຂອດ​ວຽກ​ງານ​ໃນ​ລະບົບ​ຕ່ອງ​ໂສ້​ການ​ຜະລິດ​ເຂົ້າ ​ແລະ ການ​ລ້ຽງສັດ. ໝາຍ ວ່າ​ນັບ​ແຕ່​ຂອດ​ປູກ, ລ້ຽງ​ຫາ​ຂອດ​ປຸງ​ແຕ່ງ ​ແລະ ຂອດ​ຈໍລະ​ຈອນ ​ແລະ ຂອດ​ການ​ຕະຫລາດ ພ້ອມ​ກັບ​ຂອດ​ຮັບປະ​ກັນມາດ​ຕະຖານ ​ແລະ ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ ​ແລະ ສິນຄ້າ ດ້ານ​ສະ​ຂະ​ນາ​ໄມ​ພືດ ​ແລະ ສັດ ​ແນ​ໃສ່​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ ​ແລະ ຜະ ລິດ​ສິນຄ້າ​ສົ່ງ​ອອກ​ຕ່າງ​ປະ​ເທດ​ໄດ້ ​ເຊິ່ງບັນຫາ​ຂໍ້​ສະ​ເໜີ​ທັງ​ໝົດ​ນີ້ ທາງ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ຮຽກຮ້ອງ​ມາ​ຍັງ​ກອງ​ປະຊຸມ​ສະ ພາ​ແຫ່ງ​ຊາດຈົ່ງ​ຄົ້ນຄວ້າ​ພິຈາ ລະນາ ​ແລະ ​ໃຫ້ການ​ສະໜັບ ສະໜູນ​ຕາມ​ທີ່​ເຫັນ​ເໝາະ​ສົມ ເພື່ອ​ໃຫ້​ສຳ​ເລັດ​ໃນ​ການຈັດຕັ້ງ ປະຕິບັດ​ໂຄງການ​ຜະລິດ​ເຂົ້າ ແລະ ສັດ​ໃນ​ການຄ້ຳປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາ ຫານ​ແຫ່ງ​ຊາດ ​ເຊິ່ງ​ເປັນ​ບັນຫາ​ສຳຄັນ​ໃນ​ແນວທາງ​ຂອງ​ພັກ​ຕໍ່​ຂົງ​ເຂດ​ວຽກ​ງານ​ກະສິກຳ ​ເຊິ່ງ​ເປັນ ຄວາມ​ຮັບຜິດຊອບ​ລວມ ຂອງ​ທຸກຂະ​ແໜງ​ການ ​ແລະ ທົ່ວ​ສັງຄົມ.

No comments:

Post a Comment