Ad

Ad

10 December 2014

ສະຖານທູດສະຫະລັດອາເມລິກາສືບຕໍ່ໃຫ້ການຊ່ວຍເຫຼືອວຽກ ງານອະນຸລັກມໍລະດົກທາງດ້ານວັດທະນະທຳຢູ່ໃນ ສປປ ລາວ



     ທ່ານ ເດນຽວ ເອ. ຄຼູນ ເອກ ອັກຄະລັດຖະທູດສະຫະລັດ ອາ ເມລິກາ ປະຈຳ ສປປ ລາວ ໄດ້ ເດີນທາງໄປແຂວງຫຼວງ ພະບາງໃນວັນທີ່ 6 ​ 9 ທັນວາ ເພື່ອເຂົ້າ ຮ່ວມພິທີມອບຮັບໂຄງການອະນຸລັກວັດທະນະທຳ, ໂດຍສະເພາະແມ່ນໂຄງການ ເກັບຮັກສາສຳເນົາຂໍ້ມູນກ່ຽວກັບພະພຸດທະຮູບຂອງແຂວງຫຼວງພະບາງ. ທີ່ໄດ້ຮັບ ການຊ່ວຍເຫຼືອຈາກກອງທຶນທູດເພື່ອ ການອະ ນຸລັກມໍລະດົກ ທາງດ້ານວັດທະ ນະທຳຂອງກະຊວງການຕ່າງປະເທດສະຫະລັດອາເມລິກາ.
   ການມອບຮັບໂຄງການທຳ ອິດຂອງເອກອັກຄະລັດຖະທູດສຳລັບໂຄງການຊ່ວຍເຫລືອດັ່ງກ່າວໃຫ້ແກ່ຫ້ອງການວັດທະນະ ທຳ ແລະ ຂໍ້ມູນຂ່າວສານແຂວງ ຫຼວງພະບາງແມ່ນຄວາມສຳ ເລັດຂອງວຽກງານປະຕິສັງຂອນວັດຊຽງທອງເຊິ່ງເປັນ ໂຄງການ ທີ່ໃຫຍ່ ແລະ ມີມູນຄ່າສູງ ເຖິງ 655.400 ໂດລາ ສະຫະລັດ. ການມອບຮັບໂຄງການທີ່ສອງກໍເປັນຄວາມສຳເລັດຂອງ ໂຄງການທີ່ຈັດຕັ້ງປະຕິບັດກັນມາຫຼາຍໆປີຢູ່ໃນຫໍພິພິດຕະພັນແຫ່ງຊາດແຂວງຫຼວງພະບາງ ເຊິ່ງໂຄງການດັ່ງກ່າວໃດ້ສະໜອງ ເງິນທຶນເຂົ້າໃນການສະໜັບສະໜູນໂຄງການໃນການອະນຸລັກ ແລະ ຈັດໃຫ້ມີການວາງສະແດງເຄື່ອງວັດຖຸບູຮານທາງ ປະຫວັດສາດຢູ່ພາຍໃນຫໍພິພິຕະພັນດັ່ງກ່າວ.

     ນັບແຕ່ປີ 2001 ເປັນຕົ້ນມາ ສະຖານທູດສະຫະລັດອາເມລິກາໄດ້ປະກອບສ່ວນທຶນຮອນເຂົ້າ ໃນໂຄງການ AFCP ຢູ່ໃນ ສປປ ລາວທຸກໆປີ. ຊຶ່ງມີຫຼາຍໆໂຄງການເພື່ອເຮັດແຜນທີ່ ແລະ ເອ ກະສານໃສ່ຕາມຫີນຕັ້ງ, ສ້າງ ບ່ອນວາງສະແດງ ແລະ ເຮັດ ປ້າຍບອກທາງໃຫ້ແກ່ນັກທ່ອງທຽ່ວໄປສູ່ສວນອຸທະຍານຫີນຕັ້ງ ຢູ່ແຂວງຫົວພັນ; ໄດ້ມີການຈັດການຝຶກອົບ ຮົມໃຫ້ແກ່ພະນັກງານທ້ອງຖີ່ນໃນການປະຕິສັງຂອງຮູບແຕ້ມຜາຜະໜັງຢູ່ໃນຫໍພິພິດຕະພັນວັດສີສະເກດທີ່ນະຄອນຫຼວງວຽງຈັນ; ມີການເຮັດ ລານການບັນຊີເຄື່ອງວັດຖຸບູຮານຢູ່ທີ່ວັດຫໍພະແກ້ວທີ່ນະຄອນຫຼວງວຽງຈັນ; ມີການເກັບສະສົມເຄື່ອງວັດຖຸບູ ຮານຕ່າງໆຢູ່ທີ່ຫໍພິພິຕະພັນແຫ່ງຊາດທີ່ນະຄອນຫຼວງວຽງຈັນ ແລະ ຢູ່ທີ່ແຂວງຫຼວງພະບາງນຳອີກ; ມີການເຮັດເອກກະສານ ກ່ຽວກັບເອກະລັກທາງດ້ານວັດທະນະທຳ ແລະ ຮິດຄອງປະເພນີ ຂອງຊົນເຜົາຢ້າວ ແລະ ຊົນເຜົາແລນແຕນ; ມີການອະນຸລັກ ໜັງສືໃບລານຢູ່ທົ່ວປະເທດ; ແລະ ມີການອະນຸລັກ ແລະ ປະຕິສັງຂອນ ເຄື່ອງວັດຖຸບູຮານຢູ່ໃນວັດວິຊຸນ ແຂວງຫຼວງພະ ບາງນຳອີກ.
             ນັບແຕ່ກອງທຶນທູດເພື່ອ ການອະນຸລັກວັດທະນະທຳໄດ້ ຮັບການສ້າງຕັ້ງຂຶ້ນໂດຍສະພາຕ່ຳຂອງສະຫະລັດອາເມ ລິກາໃນປີ 2001 ນັ້ນ, ກອງທືນ AFCP ໄດ້ໃຫ້ການສະໜັບສະໜູນໂຄງການອະນຸລັກໝໍລະດົກທາງດ້ານວັດທະນະທຳມາ ແລ້ວຫຼາຍກວ່າ 800 ໂຄງການຢູ່ໃນ 125 ກວ່າ ປະເທດທົ່ວໂລກ. ມີ 16 ໂຄງ ການຢູ່ໃນປະເທດລາວທີ່ໄດ້ຮັບເງິນທືນຊ່ວຍ ເຫຼືອຈາກກອງທຶນດັ່ງກ່າວ. ນັບແຕ່ການປະຕິສັງ ຂອນວັດວາອາຮາມແຫ່ງຕ່າງໆ; ການອະນຸລັກສະຖານທີ່ທາງ ດ້ານປະຫວັດ ສາດ ແລະ ເຄື່ອງວັດຖຸບູຮານ; ການເຮັດສຳເນົາ ເອກກະສານກ່ຽວກັບການອະນຸລັກຮິດຄອງປະເພນີທາງດ້ານ ວັດຖະນະທຳ ແລະ  ການປົກປັກຮັກສາຫໍພິພິຕະພັນ, ເຊິ່ງຈະຊ່ວຍເຮັດໃຫ້ຄວາມອຸດົມສົມບູນມໍລະດົກທາງດ້ານວັດທະນະ ທຳຂອງປະເທດລາວໄດ້ ຮັບການປົກປັກຮັກສາໄວ້ໃຫ້ແກ່ລູກຫຼານຄົນຮຸ້ນຕໍ່ໄປ.

No comments:

Post a Comment