Ad

Ad

15 December 2014

ອົງການກວດສອບແຫ່ງລັດກວດເຫັນບັນດາລາຍຮັບ ແລະ ລາຍຈ່າຍທີ່ບໍ່ຖືກຕ້ອງເປັນຈຳນວນຫລາຍ



        ໃນວັນທີ 12 ທັນວາຜ່ານ ມາ, ຊຶ່ງເປັນມື້ທີ 4 ຂອງວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 8, ໂດຍການເປັນປະ ທານໂດຍທ່ານນາງ ປານີ ຢາທໍ່ຕູ້ ປະ ທານສະພາແຫ່ງຊາດ,  ທີ່ປະຊຸມໄດ້ຮັບຟັງລາຍງານບົດສະຫລຸບຂາດຕົວການຈັດຕັ້ງ ປະຕິບັດ ແຜນງົບປະມານແຫ່ງລັດ ປະຈຳສົກປີ 2012-2013  ຈາກ ທ່ານນາງ ວຽງ ທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ, ເຊິ່ງມີຫລາຍບັນຫາທີ່ໄດ້ຍົກ ໃຫ້ເຫັນຜົນການກວດສອບ ບັນຊີລາຍຮັບລາຍຈ່າຍ ສຳລັບປີ 2012-2013 ຄື ໄດ້ ກວດເຫັນ ຍອດ ເຫລືອບັນຊີເງິນຝາກຂອງອົງການບໍລິຫານວິຊາການຢູ່ຄັງ ເງິນແຫ່ງ ຊາດ ແລະ ຄັງເງິນປະ ຈຳແຂວງຈຳນວນ 711,18 ຕື້ກີບ ທີ່ບໍ່ທັນ ມອບເຂົ້າງົບປະ ມານແຫ່ງລັດຂອງສົກປີ 2012-2013 ໃນນັ້ນ ກວດເຫັນລາຍຮັບວິຊາ ການ, ສ່ວຍສາອາກອນ, ຊັບສິນ, ລາຍຮັບ ຈາກການ ລະດົມທຶນຈຳນວນ 397,12 ຕື້ກີບ, ແຕ່ກວດ ເຫັນເງິນຕົວຈິງພຽງ 391,52 ຕື້ກີບ ແລະ ຄ້າງມອບເຂົ້າງົບປະ ມານແຫ່ງ ລັດ 5,60 ຕື້ກີບ, ພ້ອມ ນີ້ຍັງກວດພົບຍອດເຫລືອບັນຊີ ເງິນຝາກອົງການບໍລິຫານວິຊາການຢູ່ຄັງເງິນແຫ່ງຊາດ ແລະ ຄັງເງິນປະ ຈຳ ແຂວງທີ່ບໍ່ໄດ້ສະສາງຕາມລະບຽບການຈຳນວນ 314,06 ຕື້ກີບ ຂະນະດຽວກັນຍັງ ໄດ້ກວດເຫັນລາຍຈ່າຍເກີນແຜນ,
ລາຍຈ່າຍບໍ່ ຖືກຕ້ອງຕາມເປົ້າໝາຍທີ່ຮັບຮອງ, ລາຍຈ່າຍ ທີ່ບໍ່ນອນໃນແຜນສະພາແຫ່ງຊາດຮັບຮອງມີຈຳນວນ 7.152, 43 ຕື້ກີບ. ໃນນີ້ລາຍ ຈ່າຍເງິນເກີນແຜນຈຳນວນ 4.713,18 ຕື້ກີບ, ຊຶ່ງໄດ້ຊຳລະຕົວຈິງຈຳ ນວນ 821,18 ຕື້ກີບ ແລະ ບໍ່ທັນ ໄດ້ຊຳລະຈຳນວນ 3.892 ຕື້ກີບ ຕາມລາຍລະອຽດດັ່ງນີ້ ໄດ້ເອົາ ລາຍຮັບທີ່ໄດ້ກວດເຫັນຈຳນວນ 391,52 ຕື້ກີບ ໄປຈ່າຍ ເຂົ້າໃນວຽກງານບໍລິຫານ, ຊຳລະ ໂຄງການລົງທຶນ, ຊຳລະເງິນກູ້ຢືມ ທະນາຄານພາຍໃນ ແລະ ຈັດຊື້ ພາຫະນະ, ຊຶ່ງລາຍຮັບ ຈຳນວນ ດັ່ງກ່າວບັນດາກະຊວງ, ແຂວງ ແລະ ນະຄອນຫລວງ, ໄດ້ເອົາໄປ ນຳໃຊ້ກ່ອນໂດຍບໍ່ໄດ້ມອບເຂົ້າ ງົບປະມານແຫ່ງ ລັດ ແລະ ບໍ່ໄດ້ ເອົາເຂົ້າໃນແຜນດັດແກ້ງົບປະ ມານ. ນອກນີ້ຍັງໄດ້ກວດພົບລາຍຈ່າຍທີ່ບໍ່ຖືກຕ້ອງຕາມເປົ້າໝາຍ ໄດ້ຮັບຮອງ ຢູ່ໃນ 7 ຫົວໜ່ວຍງົບປະມານຂັ້ນແຂວງ, ນະຄອນ ຫລວງໄດ້ດັດແກ້ໂຄງການລົງທຶນຂອງລັດ, ໂດຍບໍ່ນຳສະເໜີກະຊວງແຜນ ການ ແລະ ການລົງທຶນເພື່ອຮັບຮອງເອົາຈຳນວນ 38 ໂຄງການ ມີມູນຄ່າ 6,92 ຕື້ກີບ, ໂດຍໄດ້ໃຊ້ເງິນໃນ ແຜນສົກປີ 2012 - 2013 ໄປຊຳ ລະເຂົ້າໃນບັນດາໂຄງການດັ່ງກ່າວ ແລະ ລາຍຈ່າຍທີ່ບໍ່ນອນໃນແຜນສະພາແຫ່ງຊາດຮັບຮອງ, ໄດ້ກວດສອບ ເຫັນການອອກພັນທະບັດລະດົມທຶນຢູ່ຄັງ ເງິນແຫ່ງຊາດເພື່ອຊ ຳລະລາຍຈ່າຍທີ່ບໍ່ໄດ້ເອົາເຂົ້າໃນແຜນສະເໜີສະພາແຫ່ງຊາດ ຮັບຮອງຈຳນວນ 1.835,45 ຕື້ກີບ.
      ສຳລັບບັນດາແຫລ່ງລາຍ ຈ່າຍເປັນຕົ້ນແມ່ນລາຍຈ່າຍຊຳລະຕົ້ນທຶນ ແລະ ດອກເບ້ຍ ພັນ ທະບັດລະດົມທຶນຈຳນວນ 835,18 ຕື້ກີບ, ລາຍຈ່າຍຊຳລະ ໜີ້ສິນຕ່າງປະເທດຈຳນວນ 210,05 ຕື້ກີບ. ຍ້ອນການປະ ຕິບັດລາຍຈ່າຍທີ່ບໍ່ຖືກຕ້ອງຄື ແນວນີ້ ຈຶ່ງສົ່ງຜົນກະທົບເຮັດ ໃຫ້ແຜນລາຍຈ່າຍງົບປະມານແຫ່ງລັດທີ່ສະພາແຫ່ງຊາດໄດ້ ຮັບຮອງບໍ່ສາມາດຈັດຕັ້ງປະຕິ ບັດໄດ້, ກະທົບ ຕໍ່ການປະຕິບັດວຽກງານ ແລະ ການເຄື່ອນໄຫວຂອງບັນດາກະຊວງ, ຂະແໜງການ, ບັນດາແຂວງ ແລະ ນະຄອນຫລວງ. ບໍ່ສະ ເພາະແຕ່ເທົ່າ ນີ້ທາງອົງການຍັງກວດສອບພົບເຫັນລາຍຈ່າຍທີ່ໄດ້ນຳໃຊ້ເງິນເກີນແຜນ ແລະ ລາຍຈ່າຍ ໂຄງການລົງທຶນຂອງລັດມີ ມູນຄ່າສູງກວ່າການຮັບຮອງຈຳນວນ 596,88 ຕື້ກີບ, ທີ່ນຳໃຊ້ບໍ່ສອດ ຄ່ອງກັບເປົ້າໝາຍ ແລະ ການ ຮັບຮອງຂອງສະພາແຫ່ງຊາດ ຄື: 7 ຫົວໜ່ວຍງົບປະມານໄດ້ ນຳໃຊ້ເງິນເກີນແຜນຂອງສົກປີ 2011-2012 ຈຳນວນ 94,77 ຕື້ ກີບ ເຂົ້າໃນວຽກງານບໍລິຫານ, ຊຶ່ງເຫັນວ່າບໍ່ສອດຄ່ອງຕາມ ການກຳນົດເປົ້າໝາຍຂອງການນຳໃຊ້ເງິນເກີນແຜນ, 4 ຫົວໜ່ວຍງົບປະມານໄດ້ເຊັນສັນຍາມູນຄ່າ ໂຄງການລົງທຶນຂອງລັດສູງກວ່າມູນຄ່າທີ່ສະພາແຫ່ງ ຊາດຮັບຮອງຈຳນວນ 18 ໂຄງ ການ, ມູນຄ່າຕາມສັນຍາ 1.220, 09 ຕື້ກີບ, ສະພາແຫ່ງຊາດອະນຸ ມັດຈຳນວນ 717,98 ຕື້ກີບ ແລະ ມີສ່ວນເກີນ ຈຳນວນ 502,11 ຕື້ກີບ.
     ຜ່ານຈາກການລາຍງານ ການກວດສອບ ແລະ ພົບເຫັນ ບັນຫາສິ່ງຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນ ທົ່ວຂະແໜງການເງິນອັນໄດ້ສ້າງ ຄວາມສົນໃຈເປັນຈຳນວນບໍ່ໜ້ອຍໃຫ້ແກ່ບັນດາສະມາຊິກສະພາແຫ່ງຊາດຢູ່ຕາມເຂດ ເລືອກຕັ້ງຕ່າງໆ ແລະ ບາງທ່ານ ກໍມີການ ສະເໜີຊັກຖາມສາເຫດ ແລະ ການກຳຈັດສິ່ງທ້າທາຍຕ່າງໆທີ່ນອນຢູ່ໃນບັນຫານີ້ດ້ວຍວິທີການແນວ ໃດເພື່ອ ຫລີກເວັ້ນຜົນກະທົບຮ້າຍແຮງທີ່ຈະເກີດຂຶ້ນໃນການພັດທະນາເສດຖະກິດສັງຄົມຂອງຊາດມີການຊັກຊ້າ ແລະ ແກ່ຍາວຄືດັ່ງທີ່ເຫັນມາໃນທຸກມື້ນີ້.

No comments:

Post a Comment