Ad

Ad

15 December 2014

ມະຫະກຳກິລາແຫ່ງຊາດຄັ້ງທີ X ໄຂຂຶ້ນຢ່າງຍ່ິງໃຫຍ່ ປະທານ ປະເທດ ຈູມມາລີ ໄຊຍະສອນ ພ້ອມການນຳພັກ-ລັດ ໃຫ້ກຽດ ເຂົ້າຮ່ວມ



            ມະຫະກຳກິລາແຫ່ງຊາດ ຄັ້ງທີ X ຫລື ອຸດົມໄຊເກມ ໄດ້ໄຂ ຂຶ້ນຢ່າງເປັນ ທາງການໃນວັນທີ 13 ເດືອນທັນວານີ້ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະ ເທດແຫ່ງ ສປປ ລາວ, ທ່ານ ຄຳ ຫລ້າ ລິ້ງນະ ສອນ ເຈົ້າ ແຂວງອຸດົມໄຊ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດ ຖະ ມົນຕີ, ທ່ານ ດຣ.ພັນຄຳ ວິພາວັນ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີວ່າ ການກະ ຊວງສຶກສາທິການພ້ອມດ້ວຍການນຳພັກ-ລັດ,ແຂກທັງພາຍໃນ ແລະ ຕ່າງປະ ເທດ, ຄະນະນຳ, ຄູເຝິກ ແລະ ນັກກິລາຈາກ 17 ແຂວງ, 1 ນະຄອນຫລວງ, 7 ກະຊວງ ແລະ ມວນ ຊົນແຂວງອຸ ດົມໄຊເຂົ້າຮ່ວມຢ່າງຫລວງຫລາຍ.     
   ໃນພິທີໄຂມະຫະກຳກິລາ ແຫ່ງຊາດຄັ້ງທີ X ນີ້ມີ 32 ກ້ອນ ກຳລັງຮ່ວມສວນສະໜາມເຊັ່ນ:ກ້ອນກອງດຸລິຍາງ, ກ້ອນປ້າຍ ຄຳ ຂວັນມະຫະກຳກິລາແຫ່ງ ຊາດ, ກ້ອນສັນຍະລັກມະຫະກຳ ກິລາແຫ່ງຊາດຄັ້ງທີ X, ກ້ອນ ທຸງຊາດ-ທຸງກິລາ ເຊີນຂຶ້ນສູ່
ຍອດເສົາ, ກ້ອນທຸງຊາດ-ທຸງກິ ລາ-ທຸງມະຫະກຳກິລາ, ກ້ອນ ກຳມະການຕັດສິນ, ກະຊວງສາ ທາລະນະສຸກ, ກະຊວງຊັບພະ ຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນປະ ເທດ, ກະຊວງປ້ອງກັນຄວາມ ສະຫງົບ, ກະຊວງແຜນການ ແລະການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງ ພາຍໃນ ແລະ ແຂວງຕ່າງໆພ້ອມດ້ວຍເຈົ້າພາບ ແລະ ອັດທ້າຍ ດ້ວຍກ້ອນຂະບວນ ປອດຄວັນຢາສູບ. ຂະນະທີ່ການສະ ແດງນັ້ນ, ເຈົ້າພາບໄດ້ນຳເອົາສິ ລະປະວັດທະນະທຳຮີດຄອງປະ ເພນີມາສະແດງເຖິງ 6 ລາຍການຄືຍິນດີຕ້ອນຮັບສູ່ອຸດົມໄຊ ເກມສະແດງໂດຍນັກຮຽນມັດທະຍົມສົມບູນສຶກສາ ແຂວງອຸ ດົມໄຊ; ສຽງກອງໄຊ ໃນມື້ບຸນເຜົ່າ  ລື້ສະແດງໂດຍຊົນເຜົ່າມົ້ງ; ສຽງ ດົນຕີໄມ້ໄຜ່ເທິງພູດອຍສະແດງ ໂດຍເຜົ່າຂະມຸຕາມ ດ້ວຍດອກຄາຍສຽງແຄນແດນພູສູງສະແດງໂດຍນັກສຶກສາແຂວງອຸດົມໄຊ;ພະລັງແຫ່ງຄວາມຮັກພະລັງແຫ່ງຄວາມສາ ມັກຄີສະແດງ ໂດຍຄະນະນັກເຕັ້ນເຊຍລີດເດີ ຈາກຄະນະກຳມະການໂອລິມ ປິກແຫ່ງຊາດລາວ ແລະ ລາຍການດິນແດນແຫ່ງ ໄຊຊະນະສະ ແດງໂດຍບັນດານັກຮຽນແຂວງ ອຸດົມໄຊ. ທ່ານ ຄຳຫລ້າ ລິ້ງນະສອນ ເຈົ້າແຂວງອຸດົມໄຊ ກ່າວລາຍງານໂດຍ ຊີ້ໃຫ້ເຫັນຜົນສຳ ເລັດໃນການກະກຽມ ແລະ ເປັນ ເຈົ້າພາບຈັດມະຫະກຳກິລາແຫ່ງຊາດຄັ້ງທີ X ຕາມການມອບໝາຍຂອງ ພັກ-ລັດຖະບານວ່າ: ນີ້ເປັນໂອກາດເຕົ້າໂຮມຄວາມ ສາມັກຄີກັບບັນດານັກກິລາໃນທົ່ວປະເທດກໍຄືແຂວງຂອງຕົນໂດຍໄດ້ກະ ກຽມຕ້ອນຮັບ ແລະ ອຳນວຍຄວາມສະດວກທງັສະ ຖານທີ່ພັກເຊົາ, ອາຫານໃຫ້ແກ່ແຂກຄົນທີ່ມາຊົມ ແລະ ທ່ອງທ່ຽວ. ແນວໃດກໍດີຂໍຮຽກຮ້ອງ ນັກກິລາທຸກຄົນທີ່ເຂົ້າຮ່ວມແຂ່ງຂັນ ຈົ່ງຕັ້ງໜ້າບຸກບືນ, ມີນ້ຳໃຈ ນັກກິລາ ແລະ ຍາດໄດ້ໄຊຊະນະ. ມະຫະກຳກິລາແຫ່ງຊາດຄັ້ງທີ X ນີ້ມີນັກກິລາທັງໝົດ 3.970 ຄົນ ຮ່ວມແຂ່ງຂັນ 25 ປະເພດກິລາ ເພື່ອຊີງ 1.148 ຫລຽນ, ໃນນີ້ 328 ຫລຽນຄຳ, 328 ຫລຽນເງິນ ແລະ 492 ຫລຽນທອງ ເຊິ່ງ ມາຮອດວັນທີ 13 ເດືອນທັນວານີ້ມີ ຫລາຍປະເພດ ກິລາໄດ້ສຳເລັດ ການແຂ່ງຂັນແລ້ວກ່ອນໄຂມະ ຫະກຳກິລາແຫ່ງຊາດຄັ້ງທີ X ຢ່າງເປັນທາງການເປັນຕົ້ນກິລາປິງປ໋ອງ, ເຕັນ ນິດ, ຊ່ວງເຮືອງ, ກ໊ອຟ ແລະ ລອຍນໍ້າ. ຂະນະ ດຽວກັນຍັງມີກິລາຫລາຍປະ ເພດສືບ ຕໍໍ່ແຂ່ງຂັນຈົນໄປເຖິງວັນທີ 20 ທັນວາ ຈຶ່ງຈະສຳເລັດ.
          ໃນໂອກາດອັນເປັນສີລິມຸງ ຄຸນນີ້, ທ່ານ ຈູມມາລີ ໄຊຍະ ສອນ ປະທານປະເທດກໍໄດ້ໃຫ້ ກຽດກ່າວໄຂມະຫະກຳ ກິລາ ແຫ່ງຊາດຄັ້ງທີ X ຫລື ອຸດົມໄຊ ເກມຢ່າງເປັນທາງການ.

No comments:

Post a Comment