Ad

Ad

22 January 2015

ລັດຕັ້ງຄະນະພິເສດຕິດຕາມການເບີກຈ່າຍເງິນເດືອນພະນັກງານ



          ກະຊວງການເງິນໄດ້ແຕ່ງຕັ້ງຄະນະວິຊາການສະເພາະເພື່ອຊຸກຍູ້ ແລະ ຕິດຕາມກວດ ກາການເບີກຈ່າຍເງິນເດືອນ ພະນັກງານລັດຖະກອນໃນທົ່ວປະເທດໃນສົກປີ 2014-2015, ຫລັງຈາກເຫັນວ່າສົກປີຜ່ານມາ, ການເບີກຈ່າຍເງິນເດືອນໃຫ້ພະນັກງານລັດຖະກອນໂດຍ ສະເພາະຢູ່ບັນດາແຂວງ, ທ້ອງຖິ່ນມີຄວາມຊັກຊ້າ, ເຮັດໃຫ້ພົບຄວາມຫຍຸ້ງຍາກ ໃນການ ດຳລົງຊີວິດຂອງພະນັກງານເປັນຈຳນວນບໍ່ໜ້ອຍ.
           ທ່ານຫົວໜ້າກົມງົບປະມານແຫ່ງລັດກະຊວງການເງິນ ບຸນເຫລືອ ສີນໄຊວໍລະວົງ ກ່າວວ່າ: ໃນສົກປີ 2014-2015 ນີ້, ລັດຖະບານໄດ້ຖືສຳຄັນບັນຫາການແກ້ໄຂເບີກຈ່າຍ ເງີນເດືອນພະນັກງານລັດຖະກອນເປັນບູລິມະສິດໜຶ່ງ, ໂດຍໄດ້ມອບໝາຍໃຫ້ກະຊວງ ການເງິນອອກແຈ້ງການໃຫ້ບັນດາກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນ ເອົາໃຈໃສ່ເບີກຈ່າຍເງິນເດືອນ ພະນັກ ງານຕາມລະບຽບການໂດຍສາມາດຢືມລ່ວງໜ້າກັບຄັງເງິນແຫ່ງຊາດຢູ່ສູນກາງ ແລະ ປະຈຳຢູ່ທ້ອງຖິ່ນຕົນບົນພື້ນ ຖານການ ຄິດໄລ່ຕາມບັນຊີເງິນເດືອນຕົວຈິງຂອງພະນັກງານ. ນອກຈາກນີ້, ໄດ້ແຕ່ງຕັ້ງຄະນະວິຊາການພິເສດຂື້ນມາເພື່ອ ຊຸກຍູ້ ແລະ ຕິດຕາມການເບີກຈ່າຍເງິນເດືອນພະນັກງານລັດຖະກອນຢູ່ແຕ່ລະທ້ອງຖິ່ນໃນທົ່ວປະເທດ,ຊຶ່ງກ່ອນອື່ນແມ່ນ ຈະສຸມໃສ່ ກວດກາບັນດາແຂວງ, ທ້ອງຖິ່ນ ຫລື ຂະແໜງການທີ່ມັກເກີດມີສຽງຈົ່ມວ່າກ່ຽວກັບບັນຫາການເບີກຈ່າຍເງິນເດືອນຊັກຊ້າ ໃຫ້ແກ້ໄຂໄດ້ຢ່າງຂາດຕົວ.

No comments:

Post a Comment